ເຜີຍແຜ່ແນວຄິດ ໄກສອນ ພົມວິຫານ ດ້ານເສດຖະກິດ-ການເງິນ

    ກອງປະຊຸມສຳມະນາເຜີຍແຜ່ ຫົວຂໍ້: “ແນວຄິດ ໄກສອນ ພົມວິຫານ ທາງດ້ານເສດຖະກິດ-ການເງິນ” ຈັດຂຶ້ນໃນວັນທີ 13 ທັນວາ 2022 ທີ່ກະຊວງການເງິນ ເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງການເງິນ ມີທ່ານ ສົມຈິດ ຄຳມຸງຄຸນ ຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ກະຊວງການເງິນ ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງສະຫະພັນກໍາມະບານ ສະຫະພັນແມ່ຍິງລາວ ກະຊວງການເງິນ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຊາວໜຸ່ມກະຊວງແຮກສ່ຽວ ແລະ ອ້ອມຂ້າງເຂົ້າຮ່ວມ.

    ໂອກາດນີ້ ສະຫາຍ ບຸນໂຈມ ອຸບົນປະເສີດ  ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອເຮັດໃຫ້ສະມາຊິກຊາວໜຸ່ມ ອົງການຈັດຕັ້ງສະຫະພັນກໍາມະບານ ສະຫະພັນແມ່ຍິງລາວ ກະຊວງການເງິນ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ແລະ ບັນດາຊາວໜຸ່ມກະຊວງແຮກສ່ຽວ ໄດ້ຍົກສູງຄວາມຮັບຮູ້ ຄວາມເຂົ້າໃຈ​ທາງດ້ານ​ທິດ​ສະ​ດີ ແລະ ພຶດຕິ​ກໍາຕົວຈິງໃນການຈັດຕັ້ງວຽກງານວິຊາສະເພາະ ພ້ອມນັ້ນ ພວກເຮົາກໍຍັງຢູ່ໄລຍະສືບຕໍ່ຈັດຕັ້ງຜັນ​ຂະຫຍາຍມະ​ຕິຄັ້ງທີ XI ຂອງ​​ພັກເວົ້າ​ລວມ ເວົ້າ​ສະ​ເພາະ ແມ່ນມະ​ຕິ​ກອງ​ປະ​ຊຸມໃຫຍ່​ຄັ້ງ​ທີ III ຂອງຄະ​ນະບໍລິຫານງານພັກ​ກະ​ຊວງ​ການ​ເງິນ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສະເພາະແມ່ນການຜັນຂະຫຍາຍຄຳສັ່ງ ເລກທີ 18/ນຍ ເປັນເຄື່ອງມືທາງດ້ານນະໂຍບາຍການເງິນເພື່ອຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ.

     ປະທານ ໄກສອນ ພົມວິຫານ ວິລະບູລຸດຂອງຊາດ ເປັນນັກອ່ານ ນັກຂຽນ ນັກຄົ້ນຄວ້າວິທະຍາສາດທາງດ້ານທິດສະດີ ເພື່ອໝູນໃຊ້ເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດສ້າງສາ ແລະ ພັດທະນາປະເທດຊາດ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ເພີ່ນຮັບຮູ້ວ່າສະພາບເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນແມ່ນພົບກັບຄວາມຫຍຸ້ງຍາກ ເນື່ອງຈາກໄດ້ຮັບຜົນກະທົບຈາກການຮຸກຮານຂອງພາຍນອກ ແລະ ສົງຄາມຍາວນານຫຼາຍປີ ແນວຄິດປ່ຽນແປງໃໝ່ທາງດ້ານເສດຖະກິດ ໄດ້ເປັນຂີດໝາຍສໍາຄັນໃນການປັບປຸງ ແລະ ກໍານົດທິດໃຫ້ແກ່ວຽກງານການເງິນ ແລະ ເງິນຕາຢູ່ປະເທດເຮົາ ພ້ອມກັນນັ້ນ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊົນ ເພີ່ນຈຶ່ງຍົກໃຫ້ເຫັນບົດບາດ ແລະ ຄວາມສໍາຄັນຂອງວຽກງານການເງິນ ແລະ ເງິນຕາ ທີ່ຕັດສິນການເຕີບໂຕທາງດ້ານເສດຖະກິດຂອງປະເທດ ຍາມໃດ ກໍຖືສໍາຄັນຈຸດຢືນທີ່ວ່າ: “ການເງິນ-ການທະນາຄານ ຕ້ອງເຄື່ອນໄຫວບົນພື້ນຖານການສ້າງຮັ່ງຄູນມີໃຫ້ແກ່ປະເທດຊາດ”.

       ສຳລັບແນວຄິດ ໄກສອນ ພົມວິຫານ ທາງດ້ານເສດຖະກິດ-ການເງິນ ໄດ້ກວມລວມຢ່າງຮອບດ້ານຕິດພັນກັບວຽກງານເສດຖະກິດ ເປັນຕົ້ນ: ແມ່ນໂຄງປະກອບ ກົນໄກ ແລະ ການແບ່ງຂັ້ນຄຸ້ມຄອງ ເສດຖະກິດ ການຫັນເສດຖະກິດທໍາມະຊາດໄປສູ່ເສດຖະກິດສິນຄ້າ ແລະ ສ້າງຊົນນະບົດໃໝ່ຢູ່ປະເທດເຮົາ ການຈໍລະຈອນ ແລະ ແຈກຢາຍ ການຄ້າເປັນຕ່ອງໂສ້ ຄົມມະນາຄົມເປັນປາຍແຫຼມ.

    ສຳລັບວຽກງານການເງິນ ເພີ່ນໄດ້ຄົ້ນຄວ້າ ແລະ ໃຫ້ທັດສະນະກ່ຽວກັບການຈັດຕັ້ງປະຕິບັດວຽກງານການເງິນ ແລະ ບາງບັນຫາທີ່ຕ້ອງກຳແໜ້ນໃນການນໍາພາ-ຊີ້ນຳ ແລະ ບັນຊາຄວບຄຸມວຽກງານການເງິນ ແລະ ງົບປະມານຢູ່ປະເທດເຮົາ ປະທານ ໄກສອນ ພົມວິຫານ ໄດ້ຖືສຳຄັນກ່ຽວກັບການນຳໃຊ້ທຶນຮອນຢ່າງມີຈຸດສຸມ ມີວິໄນການເງິນ ປະຢັດມັດທະຍັດ ແຕ່ມີປະສິດທິຜົນໃນເງື່ອນໄຂປະເທດຊາດ ນອກນີ້ ເພີ່ນຍັງເນັ້ນໜັກການປະຕິບັດນະໂຍບາຍການເງິນ ຕ້ອງຖືສຳຄັນຄວາມເຂັ້ມງວດຂອງວິໄນການເງິນ.

    ຈາກບັນຫາດັ່ງກ່າວ ເຫັນໄດ້ວ່າ ທັດສະນະຂອງ ປະທານ ໄກສອນ ພົມວິຫານ ສ່ອງແສງໃຫ້ເຫັນຢ່າງພາວະວິໄສເຖິງບັນຫາທີ່ພວກເຮົາກຳລັງປະເຊີນ ໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໃນປັດຈຸບັນ ເຊິ່ງຊາວໜຸ່ມຂະແໜງການເງິນ ແລະ ຂະແໜງການທີ່ກ່ຽວຂ້ອງ ຕ້ອງໄດ້ມີທັດສະນະສ້າງທ່າຫັນປ່ຽນໃໝ່ທີ່ກ້າວໜ້າ ມີການຮ່ວມມື ແລະ ປະສານງານກັນຢ່າງກົມກຽວ.

     ໃນວາລະກອງປະຊຸມສຳມະນາ ຍັງໄດ້ຮັບຟັງການເຜີຍແຜ່ນໍາສະເໜີກ່ຽວກັບ “ແນວຄິດ ໄກສອນ ພົມວິຫານ ທາງດ້ານເສດຖະກິດ-ການເງິນ” ຂອງສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມ ເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ ການປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນຈາກຜູ້ຕາງໜ້າຄະນະບໍລິຫານງານ ຊາວໜຸ່ມປະຊາຊົນ ປະຕິວັດລາວ ກະຊວງການເງິນຢ່າງກົງໄປກົງມາ ໂອກາດດຽວກັນນີ້ ທະນາຄານ ພັດທະນາລາວ (LDB BANK) ຍັງໄດ້ມອບເງິນຊຸກຍູ້ຂະບວນການຊາວໜຸ່ມ ກະຊວງການເງິນ ຈໍານວນ 50 ລ້ານກີບນໍາອີກດ້ວຍ.

# ເພັດສະໝອນ

error: Content is protected !!