ຖວທ ສະເໜີຮ່າງກົດໝາຍວ່າດ້ວຍພິພິທະພັນ (ສ້າງໃໝ່)

     ວັນທີ 14 ທັນວາ 2022 ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍພິພິທະພັນ (ສ້າງໃໝ່) ໂດຍເປັນປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ພ້ອມ ສສຊ ທຸກເຂດເລືອກຕັ້ງເຂົ້າຮ່ວມ.

    ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ຂຶ້ນສະເໜີການສ້າງກົດໝາຍວ່າດ້ວຍພິພິທະພັນ ເຊິ່ງວຽກງານພິພິທະພັນ ແມ່ນວຽກງານໜື່ງທີ່ສຳຄັນໃນການຄຸ້ມຄອງອະນຸຮັກ ປົກປັກຮັກສາວັດຖຸບູຮານທີ່ມີຄຸນຄ່າສູງຂອງຊາດ ຮັບໃຊ້ໜ້າທີ່ການເມືອງຂອງພັກ-ລັດ ປູກຈິດສຳນຶກໃຫ້ປະຊາຊົນລາວບັນດາເຜົ່າ ມີນ້ຳໃຈຮັກຊາດ ຮັກ ແລະ ຫວງແຫນມໍລະດົກຂອງຊາດໃຫ້ຍືນຍົງຄົງຕົວຕະຫຼອດໄປ ໃນໄລຍະຜ່ານມາ ນັບແຕ່ປີ 1980 ລັດຖະບານໄດ້ຕົກລົງເຫັນດີໃຫ້ສ້າງຫໍວາງສະແດງມູນເຊື້ອປະຕິວັດຂຶ້ນຢ່າງເປັນທາງການ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ສປປ ລາວ ຄົບຮອບ 5 ປີ ວັນທີ 2 ທັນວາ 1980 ນັບແຕ່ນັ້ນມາ ການພັດທະນາຫໍພິພິທະພັນກໍໄດ້ເລີ່ມຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເປັນວົງກວ້າງ ແຕ່ຍັງບໍ່ທັນມີກົດໝາຍຄຸ້ມຄອງວຽກງານດັ່ງກ່າວ ຈົນເຖິງປີ 2015 ຈຶ່ງໄດ້ມີດຳລັດວ່າດ້ວຍຫໍພິພິທະພັນ ສະບັບເລກທີ 159/ບລ ທີ່ຖືກຮັບຮອງໂດຍລັດຖະບານແຫ່ງ ສປປ ລາວ ໄດ້ຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ເຊິ່ງເປັນນິຕິກຳສະບັບທຳອິດທີ່ນຳໃຊ້ໃນການຄຸ້ມຄອງວຽກງານພິພິທະພັນໃນຂອບເຂດທົ່ວປະເທດ.

    ໃນຂະບວນວິວັດຂອງການເຊື່ອມໂຍງກັບສາກົນ ການເຂົ້າເປັນສະມາຄົມອາຊຽນ ແລະ ການເຂົ້າເປັນສະມາຊິກຂອງອົງການການຄ້າໂລກ ໂດຍສະເພາະ ໃນທ້າຍປີ 2015 ລັດຖະບານແຫ່ງ ສປປ ລາວ ໄດ້ໃຫ້ສັດຕະຍາບັນເຂົ້າເປັນພາຄີຂອງສົນທິສັນຍາວ່າດ້ວຍການເກືອດຫ້າມ ສະກັດກັ້ນ ການນຳເຂົ້າ-ສົ່ງອອກ ແລະ ປ່ຽນໂອນກຳມະສິດຊັບສິນທາງວັດທະນະທໍາທີ່ຜິດກົດໝາຍ ຫຼື (ສົນທິສັນຍາສາກົນ 1970) ແລະ ສົນທິສັນຍາສາກົນວ່າດ້ວຍຊັບສິນທາງວັດທະນະທຳທີ່ຖືກລັກລອບ ຫຼືສົ່ງອອກຜິດກົດໝາຍ ຫຼື (ສົນທິສັນຍາສາກົນ 1995). ສະນັ້ນ ມັນຈຶ່ງເລັ່ງທວງໃຫ້ລັດເຮົາມີຄວາມຈຳເປັນຕ້ອງມີກົດໝາຍວ່າດ້ວຍພິພິທະພັນ ທີ່ສອດຄ່ອງ ຮັດກຸມ ຄົບຖ້ວນ ສາມາດແຂ່ງຂັນ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໂດຍຫັນເອົາເນື້ອໃນຂອງສົນທິສັນຍາດັ່ງກ່າວ ເຂົ້າມາໃສ່ໃນການສ້າງຮ່າງກົດໝາຍວ່າດ້ວຍພິພິທະພັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພິພິທະພັນມີຄວາມສອດຄ່ອງ ຮັດກຸມ ສ້າງຄວາມເຊື່ອໝັ້ນໃຫ້ແກ່ການດຶງດູດການຮ່ວມມື ແລະ ການລົງທຶນຂອງເອກະຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃນຂົງເຂດວຽກງານພິພິທະພັນ.

    ສຳລັບຮ່າງກົດໝາຍວ່າດ້ວຍພິພິທະພັນ (ສ້າງໃໝ່) ປະກອບມີທັງໝົດ 10 ພາກ 10 ໝວດ ແລະ 66 ມາດຕາ.

error: Content is protected !!