ລິເລີ່ມປະຕິບັດໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ເດັກໃນ 8 ເມືອງເປົ້າໝາຍ

    ກອງປະຊຸມລິເລີ່ມການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດ ໃຫ້ແກ່ຄູ່ຮ່ວມງານພາກລັດຂັ້ນນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 14 ທັນວາ 2022 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານນາງ ຈົງຈິດ ຈັນທະລານົນ  ຮອງຫົວໜ້າຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ແລະ ທ່ານນາງ ວິໄລພອນ ແກ້ວໂພໄຊ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ມີຜູ້ຕາງໜ້າຈາກກະຊວງ ພະແນກການກ່ຽວຂ້ອງ ຮອງປະທານ ພະນັກງານວິຊາການສະຫະພັນແມ່ຍິງ ແລະ ຫ້ອງການສຶກສາທິການ ແລະ ກີລາ 8 ເມືອງເປົ້າໝາຍ ຄະນະຮັບຜິດຊອບໂຄງການຈາກ ຄຊກມດ ແລະ ອົງການຊາຍຟັນ ປະຈໍາລາວ ເຂົ້າຮ່ວມ.

    ການຈັດກອງປະຊຸມຄັ້ງນີ້ ເພື່ອນຳສະເໜີໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊີວິດໃຫ້ແກ່ເດັກໃຫ້ກັບຄູ່ຮ່ວມງານພາກລັດຂັ້ນນະຄອນຫຼວງວຽງຈັນ ແລະ ຂັ້ນເມືອງ 8 ເມືອງເປົ້າໝາຍໂຄງການຄື: ສີໂຄດຕະບອງ ສີສັດຕະນາກ ໄຊເສດຖາ ນາຊາຍທອງ ໄຊທານີ ຈັນທະບູລີ ສັງທອງ ແລະ ປາກງື່ມ ເຊິ່ງມີຈຸດປະສົງໂຄງການ ພື້ນທີ່ເປົ້າໝາຍ ກິດຈະກຳຜູ້ໄດ້ຮັບຜົນປະໂຫຍດ ແລະ ງົບປະມານຂອງໂຄງການກວມທັງໝົດ 60 ໂຮງຮຽນໃນ 8 ເມືອງຂອງນະຄອນຫຼວງວຽງຈັນ ໃນນີ້ ເນັ້ນໃສ່ເດັກນ້ອຍນັກຮຽນຊັ້ນ ປ2-ປ5 ເຊິ່ງຈະໃຊ້ເວລາວ່າງຂອງເດັກໃນການເພີ່ມທັກສະໃຫ້ຄວາມຮູ້ກ່ຽວກັບການປະຢັດ ການທ້ອນເງິນ ການໃຊ້ຈ່າຍ ແລະ ການບໍລິຈາກ ຜ່ານການຈັດກິດຈະກຳທີ່ເປັນມິດກັບເດັກ ເປັນການຮຽນຮູ້ຜ່ານການຫຼິ້ນເຊັ່ນ: ກຽມຮ້ອງເພງ ແລະ ກິດຈະກຳມ່ວນຊື່ນທີ່ຫຼາກຫຼາຍ ສໍາລັບການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ມີໄລຍະແຕ່່ນີ້ຮອດປີ 2024.

    ນອກນີ້ ກອງປະຊຸມຍັງໄດ້ນໍາສະເໜີເນື້ອໃນໂຄງການສ້າງຄວາມເຂັ້ມແຂງທາງດ້ານທັກສະຊິວິດໃຫ້ແກ່ເດັກໃນ 3 ແຂວງເປົ້າໝາຍຄື: ນະຄອນຫຼວງວຽງຈັນ ຊຽງຂວາງ ຫົວພັນ ແລະ ສະເໜີແຜນການຈັດຕັ້ງປະຕິບັດໂຄງການປະຈໍາປີ 2023 ຕື່ມອີກ.

#  ຂ່າວ – ພາບ : ຂັນທະວີ

error: Content is protected !!