ຮ່ວມມືພັດທະນາໂຄງການຕົວແບບຜະລິດກະສິກຳເປັນສິນຄ້າ

    ພິທີເຊັນສັນຍາຮ່ວມມືພັດທະນາໂຄງການຕົວແບບຜະລິດກະສິກຳເປັນສິນຄ້າແບບທັນສະໄໝ ຕິດພັນກັບການທ່ອງທ່ຽວແບບອານຸຮັກ ໂດຍປະຊາຊົນມີສ່ວນຮ່ວມ ຢູ່ສູນມິດຕະພາບຊາວໜຸ່ມລາວ-ຫວຽດນາມ ເຂດບ້ານໜອງກອກ ເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ຄຊປປລ ກະຊວງກະສິກໍາ ແລະ ປ່າໄມ້ ກັບບໍລິສັດ ຈິດນະພາກໍ່ສ້າງ ຈຳກັດຜູ້ດຽວ ຈັດຂຶ້ນວັນທີ 13 ທັນວາ 2022 ທີ່ສຳນັກງານ ສຊປລ ຮ່ວມລົງນາມລະຫວ່າງທ່ານ ນາງ ປານີ ກິນດາວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ສຊປລ ທ່ານ ບຸນຈັນ ກົມບຸນຍາສິດ ເລຂາຄະນະບໍລິຫານງານ ຊປປລ ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ນາງ ແພງມະນີ ວໍລະລາດ ປະທານບໍລິສັດ ຈິດນະພາກໍ່ສ້າງ ຈຳກັດຜູ້ດຽວ ມີທ່ານ ນວນທອງ ສຸວັນວິໄຊ ຮອງເລຂາຄະນະບໍລິຫານງານ ສຊປລ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ບັນດາຫົວໜ້າຮອງຫົວໜ້າກົມ ຄະນະບໍລິຫານງານຊາວໜຸ່ມ ແລະ ພາກສ່ວນກ່ຽວຂ້ອງທັງສາມຝ່າຍເຂົ້າຮ່ວມ.

    ການຮ່ວມມືກັນຄັ້ງນີ້ ໂດຍບໍລິສັດຈະຮັບຜິດຊອບຊອກຫາແຫຼ່ງທຶນໃນການພັດທະນາກະສິກໍາ ແລະ ຜະລິດເປັນສິນຄ້າດ້ວຍຕົນເອງ 100% ຕາມບົດສຶກສາຄວາມເປັນໄປໄດ້ ແລະ ບົດວິພາກເສດຖະກິດເຕັກນິກໃນແຕ່ລະກິດຈະກຳທີ່ໄດ້ອະນຸມັດຮ່ວມກັນທັງສາມພາກສ່ວນ ຈະຮັບຜິດຊອບຄ່າໃຊ້ຈ່າຍຂອງຄະນະຮັບຜິດຊອບໂຄງການທີ່ລົງເຄື່ອນໄຫວປະຕິບັດໜ້າວຽກຕາມທີ່ລະບຸໄວ້ໃນສັນຍາຮ່ວມມື ຈະຮັບຜິດຊອບໃນການຊອກຕະຫຼາດຈຳໜ່າຍຜົນຜະລິດກະສິກຳທັງພາຍໃນ ແລະ ຕ່າງປະເທດດ້ວຍບໍລິສັດເອງ ຫຼື ຈະສົມທົບກັນຊອກໃນກໍລະນີຈຳເປັນ ຈະອຳນວຍຄວາມສະດວກໃຫ້ຄະນະປະສານງານ ລົງຊຸກຍູ້ຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດດ້ານເຕັກນິກກະສິກຳ ຕາມເນື້ອໃນສັນຍາຮ່ວມມືຮ່ວມກັນໃນໄລຍະດຳເນີນການຈັດຕັ້ງປະຕິບັດໂຄງການໃຫ້ມີປະສິດທິຜົນສູງ.     ໂຄງການດັ່ງກ່າວ ຖ້າຫາກເປັນໄປຕາມແຜນການທີ່ກໍານົດໄວ້ນັ້ນ ຈະປະກອບສ່ວນສ້າງສູນແຫ່ງນີ້ກາຍເປັນສູນຕົວແບບຜະລິດກະສິກຳເປັນສິນຄ້າແບບທັນສະໄໝ ຕິດພັນກັບການທ່ອງທ່ຽວແບບອະນຸຮັກ ໂດຍປະຊາຊົນມີສ່ວນຮ່ວມ ຈະກາຍເປັນຈຸດແລກປ່ຽນບົດຮຽນທາງດ້ານວິຊາການຂອງຊາວໜຸ່ມ-ໄວໜຸ່ມໃນເຂດດັ່ງກ່າວ ປະກອບສ່ວນສ້າງວຽກເຮັດງານທຳຂອງຊາວໜຸ່ມໃນທ້ອງຖິ່ນ ແລະ ສາມາດຂະຫຍາຍຕົວແບບດັ່ງກ່າວອອກສູ່ວົງກວ້າງໃນຂອບເຂດທົ່ວປະເທດ.

error: Content is protected !!