ວາງສະແດງຮູບພາບສະເຫຼີມສະຫຼອງ 45 ປີ ວັນສ້າງສາຍພົວພັນອາຊຽນ-ເອີຣົບ

    ກະຊວງການຕ່າງປະເທດ ຮ່ວມກັບສຳນັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈຳ ລາວ ຈັດງານວາງສະແດງຮູບພາບສະເຫຼີມສະຫຼອງຄົບຮອບ 45 ປີ ວັນສ້າງສາຍພົວພັນອາຊຽນ-ສະຫະພາບເອີຣົບ (EU) ວັນທີ 14 ທັນວາ 2022 ທີ່ກະຊວງຍຸຕີທໍາ (ຕຶກເກົ່າ) ເປັນປະທານຮ່ວມຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ອີນາ ມາຊີອູລິໂອນິເຕ ເອກອັກຄະລັດຖະທູດ ສະຫະພາບເອີຣົບປະຈໍາ ລາວ ມີທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາເອກອັກຄະລັດຖະທູດປະເທດສະມາຊິກຂອງສະຫະພາບເອີຣົບ ແລະ ບັນດາປະເທດສະມາຊິກເຂົ້າຮ່ວມ.  

    ການວາງສະແດງຮູບພາບ ສາຍພົວພັນການຮ່ວມມືລະຫວ່າງ ອາຊຽນ ແລະ EU ຄົບຮອບ 45 ປີ ເປັນການສະແດງການຮ່ວມມືອາຊຽນ- EU ຢ່າງເລິກເຊິ່ງ ແລະ ຮອບດ້ານ ເຊິ່ງໄດ້ນໍາເອົາການບັນທຶກພາບກອງປະຊຸມຜູ້ແທນຂັ້ນສູງ ແລະ ການຈັດຕັ້ງປະຕິບັດໂຄງການຮ່ວມມືໃນຂົງເຂດຕ່າງໆ ມາວາງສະແດງ ພາບເຫຼົ່ານັ້ນໄດ້ຍົກໃຫ້ເຫັນບັນດາຜົນສໍາເລັດ ພ້ອມທັງຈຸດປະສົງຂອງການການພົວພັນຄູ່ຮ່ວມມືໃນອະນາຄົດ ນັບແຕ່ວຽກງານກ່ຽວກັບສິ່ງແວດລ້ອມ ການພົວພັນດ້ານເສດຖະກິດ ການເຊື່ອມໂຍງແບບຍືນຍົງ ການພັດທະນາມະນຸດ ຄວາມໝັ້ນຄົງ ແລະ ອື່ນໆ.

    ໃນເວລາດຽວກັນ ງານວາງສະແດງຮູບພາບດັ່ງກ່າວທີ່ນະຄອນຫຼວງວຽງຈັນ ໄດ້ຈັດພອ້ມກັນທີ່ນະຄອນຫຼວງ ບຣຸກແຊນ ໂດຍມີປະມຸກລັດ ແລະ ລັດຖະບານຈາກບັນດາປະເທດສະມາຊິກອາຊຽນ ແລະ ສະມາຊິກສະຫະພາບເອີຣົບທັງໝົດ ໄດ້ມາເຕົ້າໂຮມໃນກອງປະຊຸມສຸດຍອດ ເຊິ່ງເປັນຄັ້ງທຳອິດຂອງກອງປະຊຸມອາຊຽນ-ສະຫະພາບເອີຣົບ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວດຳເນີນເປັນເວລາ 2 ວັນ ບັນດາປະມຸກລັດ ການນໍາຫຼາຍປະເທດ ຈະກ່າວຄຳປາໄສກ່ຽວກັບການຮ່ວມມືຂອງອາຊຽນໃນຂົງເຂດການເມືອງ ຄວາມໝັ້ນຄົງເສດຖະກິດ ວັດທະນະທຳ-ສັງຄົມ ເພື່ອແນໃສ່ຮັດແໜ້ນສາຍພົວພັນລະຫວ່າງສອງພາກພື້ນ.

    ງານວາງສະແດງໄດ້ເປີດໃຫ້ປະຊາຊົນທົ່ວໄປເຂົ້າຊົມ ເລີ່ມຕັ້ງແຕ່ເວລາ 8:00-17:00 ໂມງຂອງ ວັນທີ 14-18 ທັນວາ 2022 ຢູ່ກະຊວງຍຸຕິທຳ (ຕຶກເກົ່າ) ໃກ້ກັບປະຕູໄຊ.

#  ຂ່າວ – ພາບ : ຂັນທະວີ

error: Content is protected !!