ຫາລືສົ່ງເສີມພາກທຸລະກິດ ແລະ ການລົງທຶນ ອາຊຽນ-ສະຫະພາບເອີຣົບ

    ໃນວັນທີ 13 ທັນວາ 2022 ໂດຍການມອບໝາຍຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມງານລ້ຽງອາຫານທ່ຽງພົບປະລະຫວ່າງຜູ້ນໍາອາຊຽນ ແລະ ພາກທຸລະກິດອາຊຽນ-ສະຫະພາບເອີຣົບ (EU) ໂດຍການເປັນເຈົ້າພາບຂອງສະພາທຸລະກິດອາຊຽນ- EU ທີ່ ບຣຸກແຊນ ປະເທດແບນຊິກ.

    ໃນໂອກາດນີ້ ຜູ້ນໍາອາຊຽນ ແລະ ຕົວແທນພາກທຸລະກິດ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບການສົ່ງເສີມພາກທຸລະກິດ ແລະ ການລົງທຶນລະຫວ່າງອາຊຽນ ແລະ EU ໂດຍສະເພາະແມ່ນການຊອກຫາຊ່ອງທາງໃນການອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດຮ່ວມກັນຢ່າງໂລ່ງລ່ຽນ ແນໃສ່ຟື້ນຟູເສດຖະກິດພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19. ບັນດາຜູ້ນໍາອາຊຽນ ໄດ້ຕີລາຄາສູງຕໍ່ບົດບາດຂອງພາກທຸລະກິດໃນການຂັບເຄື່ອນເສດຖະກິດ ແລະ  ການຈ້າງງານໃນແຕ່ລະປະເທດ  ພ້ອມທັງຊຸກຍູ້ໃຫ້ຫົວໜ່ວຍທຸລະກິດຂອງ EU ເຂົ້າມາລົງທຶນຢູ່ພາກພື້ນອາຊຽນໃຫ້ຫຼາຍຂຶ້ນ ໃນຂົງເຂດທີ່ພາກທຸລະກິດມີຄວາມສົນໃຈ ແລະ ອາຊຽນມີທ່າແຮງ ບັນດາຜູ້ນໍາອາຊຽນ ແລະ ພາກທຸລະກິດຂອງ EU ຍັງໄດ້ປຶກສາຫາລືກ່ຽວກັບການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການຄ້າ-ການລົງທຶນ ແລະ ໄດ້ແລກປ່ຽນຂໍ້ມູນ ປະສົບການ ສິ່ງທ້າທາຍ ແລະ ບົດຮຽນທີ່ດີໃນການດໍາເນີນທຸລະກິດ    ໂດຍສຸມໃສ່ການຫັນເປັນເສດຖະກິດດີຈີຕອນທີ່ທັນສະໄໝ ໄປຄຽງຄູ່ກັບການຄໍານຶງເຖິງຜົນກະທົບຕໍ່ສີ່ງແວດລ້ອມ.

    ໃນຕອນທ້າຍຂອງງານລ້ຽງອາຫານທ່ຽງ EU ໄດ້ແຈ້ງຂໍ້ລິເລີ່ມໃໝ່ໃນການເຊື່ອມໂຍງສາກົນ (Global Gateway) ເຊິ່ງເປັນຂໍ້ລິເລີ່ມໃນການຊຸກຍູ້ການຮ່ວມມື ເພື່ອການຫັນປ່ຽນທາງດ້ານພະລັງງານ ແລະ ການເຊື່ອມຈອດດ້ານດີຈິີຕອນ ທີ່ຈະຊ່ວຍໃຫ້ຄູ່ຮ່ວມມືສາມາດບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ.

error: Content is protected !!