ນະຄອນວຽງຈັນ ເກັບ 3 ຄະແນນ ນັດທໍາອິດ ເຕະບານຍິງ ຊຽງຂວາງເກມ

ທີມນັກກີລາເຕະບານຍິງ ນະຄອນຫຼວງວຽງຈັນ ລົງສະໜາມນັດທໍາອິດ ສາມາດເກັບ 3 ຄະແນນ ໃນການແຂ່ງຂັນເຕະບານຍິງ ງານກີລາແຫ່ງຊາດຄັ້ງມີ່ XI ຊຽງຂວາງເກມ.

ການແຂ່ງຂັນເຕະບານຍິງ ຊຽງຂາວາງເກມມີຂຶ້ນໃນວັນທີ 14 ທັນວາ 2022 ທີ່ສະໜາມກີລາໄຊຊະນະ ຄູ່ທໍາອິດເປັນການລົງສະໜາມພົບກັນລະຫວ່າງນະຄອນຫຼວງວຽງຈັນ ກັບ ຫຼວງພະບາງ ເຊິ່ງຜົນການແຂ່ງຂັນ ນະຄອນຫຼວງເອົາຊະນະໄປ 1-0 ເກັບ 3 ຄະແນນ ໃນນັດທໍາອິດ.

ສ່ວນຄູ່ທີ 2 ເປັນການລົງສະໜາມພົບກັນລະຫວ່າງ ຈໍາປາສັກ ແລະ ເຈົ້າພາບຊຽງຂວາງ ຜົນການແຂ່ງ ຂັນ ກໍາເປັນທີມເຈົ້າພາບເອົາຊະນະ ຈໍາປາສັກ ໄປ 3-0 ປະຕູ ເປັນໄປ 3 ຄະແນນ.

ສ່ວນຜົນການແຂ່ງຂັນນັດຕໍ່ໄປ ນະຄອນຫຼວງຈະລົງສະໜາມ ພົບກັບ ຈໍາປາສັກ ເຈົ້າພາບ ຈະພົບກັບ ຫຼວງພະບາງ ໃນວັນທີ 16 ທັນວາ ທີ່ສະໜາມກີລາ ໄຊຊະນະ.

ເຂົ້າຮ່ວມແຂ່ງຂັນຄັ້ງນີ້ມີນັກກີລາຈາກ ແຂວງຈໍາປາສັກ ນະຄອນຫຼວງວຽງຈັນ ຫຼວງພະບາງ ແລະ ເຈົ້າພາບ.

error: Content is protected !!