ແຂວງອຸດົມໄຊ ຄອງເຈົ້າຫຼຽນຄໍາກີລາໝາກແລ້ ໃນຊຽງຂວາງ ເກມ

     ແຂວງອຸດົມໄຊ ຄວ້າຫຼຽນຄໍາໄດ້ຫຼາຍທີ່ສຸດ ກວາດໄປ 4 ຫຼຽນຈາກກີລາໝາກແລ້ ໃນງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ 2022 ທີ່ໄດ້ປິດສາກຢ່າງເປັນທາງການ ໃນວັນທີ 13 ທັນວາ 2022 ໂດຍບຽດເອົາຊະນະ ແຂວງຫົວພັນ ທີ່ຍາດໄດ້ 3 ຫຼຽນຄໍາ.

    ການແຂ່ງຂັນກີລາໝາກແລ້ ໄດ້ເລີ່ມການແຂ່ງຂັນມາຕັ້ງແຕ່ວັນທີ 8-12 ທັນວາ 2022 ທີ່ສະໜາມກີລາໃນຮົ່ມວິທະຍາໄລຄູຄັງໄຂ ເມືອງແປກ ແຂວງຊຽງຂວາງ ເຊິ່ງມີ 12 ແຂວງ ແລະ 1 ນະຄອນຫຼວງ ເຂົ້າຮ່ວມແຂ່ງຂັນ ປະກອບມີ: ແຂວງຊຽງຂວາງ ເຈົ້າພາບ ແຂວງຜົ້ງສາລີ ແຂວງຫຼວງນໍ້າທາ ແຂວງບໍ່ແກ້ວ ແຂວງອຸດົມໄຊ ແຂວງຫົວພັນ ແຂວງໄຊຍະບູລີ ແຂວງວຽງຈັນ ແຂວງສາລະວັນ ແຂວງຈຳາສັກ ແຂວງເຊກອງ ແຂວງອັດຕະປື ແລະ ນະຄອນຫລວງວຽງຈັນ ມີການຊີງໄຊທັງໝົດ 12 ຫຼຽນຄຳ ໃນ 12 ລາຍການຄື:  ທີມ 4 ລາຍການ ຄູ່ 4 ລາຍການ ແລະ ປະເພດດ່ຽວ 4 ລາຍການ.

   ຜ່ານການແຂ່ງຂັນ ປາກົດວ່າ: ແຂວງອຸດົມໄຊ ສາມາດຄອງເຈົ້າຫຼຽນຄໍາກີລາປະເພດນີ້ ດ້ວຍການກວາດໄປເຖິງ 4 ຫຼຽນຄໍາ ແລະ 2 ຫຼຽນທອງ ຄອງເຈົ້າຫຼຽນຄໍາກີລາໝາກແລ້ ໂດຍບຽດເອົາຊະນະ ແຂວງຫົວພັນ ທີ່ຍາດໄດ້ 3 ຫຼຽນຄໍາ 2 ຫຼຽນເງິນ ແລະ 1 ຫຼຽນເງິນ ອັນດັບ 3 ເຈົ້າພາບ ແຂວງຊຽງຂວາງ ຍາດໄດ້ 1 ຫຼຽນຄໍາ 3 ຫຼຽນເງິນ ແລະ 1 ຫຼຽນທອງ ອັນດັບ 4 ແຂວງບໍ່ແກ້ວ ຍາດໄດ້ 1 ຫຼຽນຄໍາ 2 ຫຼຽນເງິນ ແລະ 1 ຫຼຽນທອງ ອັນດັບ 5 ແຂວງສາລະວັນ ຍາດໄດ້ 1 ຫຼຽນຄໍາ 1 ຫຼຽນເງິນ ແລະ 1 ຫຼຽນທອງ ອັນດັບ 6 ແຂວງເຊກອງ ຍາດໄດ້ 1 ຫຼຽນຄໍາ ແລະ 1 ຫຼຽນທອງ ອັນດັບ 7 ນະຄອນຫຼວງວຽງຈັນ ຍາດໄດ້ 1 ຫຼຽນຄໍາ ອັນດັບ 8 ແຂວງຫຼວງນໍ້າທາ ຍາດໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ ອັນດັບ 9 ແຂວງວຽງຈັນ ຍາດໄດ້ 1 ຫຼຽນເງິນ ແລະ 1 ຫຼຽນທອງ ອັນດັບ 10 ຜົ້ງສາລີ ຍາດໄດ້ 1 ຫຼຽນເງິນ ແລະ ອັນດັບ 11 ແຂວງອັດຕະປື ຍາດໄດ້ 2 ຫຼຽນທອງ.

# ຂ່າວ – ພາບ :  ສີພອນ

error: Content is protected !!