ແຕ່ງຕັ້ງຄະນະບໍລິຫານງານ ສະຫະພັນໝາກເສິກ ນວ ຊຸດໃໝ່

    ພິ­ທີ​ປະ­ກາດ​ແຕ່ງ­ຕັ້ງ​ຄະ­ນະ​ບໍ­ລິ­ຫານ​ງານ ສະ­ຫະ­ພັນ​ໝາກ­ເສິກ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຊຸດ  ໃໝ່ ຈັດ​ຂຶ້ນ​ວັນ​ທີ 25 ກຸມ­ພາ 2020 ຢູ່​ຫ້ອງ­ການ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ນວ ບ້ານ​ບຶງ​ຂະ​ຫຍອງ ເມືອງ​ສີ​ສັດ­ຕະ​ນາກ ມີ​ທ່ານ ສົມ​ພອນ ສອນ​ດາ­ລາ ຮອງ​ຫົວ­ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ນວ ທ່ານ ກອງ​ແກ້ວ ແຫ່ງ​ດາ​ວົງ​ໄຊ ຫົວ­ໜ້າ​ຂະ­ແໜງ​ກີ­ລາ​ລະ­ດັບ​ສູງ ແລະ ທ່ານ ຄຳ​ພັນ ພັນ­ທຸ​ລັກ ຫົວ­ໜ້າ​ສ່ວຍ​ສາ​ອາ­ກອນ ນວ ທັງ​ເປັນ​ປະ­ທານ​ສະ­ຫະ­ພັນ​ໝາກ­ເສິກ ນວ ຊຸດ​ໃໝ່ ພ້ອມ​ດ້ວຍ​ຄະ­ນະ​ບໍ­ລິ­ຫານ​ງານ​ສະ­ຫະ­ພັນ ແລະ ພະ­ນັກ­ງານ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

    ໂອ­ກາດ​ນີ້ ທ່ານ ຄຳ​ພັນ ພັນ­ທຸ​ລັກ ກ່າວ​ວ່າ: ຮູ້­ສຶກ​ເປັນ​ກຽດ​ຢ່າງ​ສູງ​ທີ່​ໄດ້​ໜ້າ­ທີ່​ທີ່​ມີ​ກຽດ​ອັນ​ສະ­ຫງ່າ​ຄັ້ງ​ນີ້ ເພື່ອ​ເຮັດ​ໃຫ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ທ່ານ​ເຈົ້າ​ຄອງ ນວ ເພື່ອ​ສ້າງ​ຜົນ­ສຳ­ເລັດ​ໃນ​ງານ​ມະ​ຫະ​ກຳ​ກີ­ລາ​ແຫ່ງ​ຊາດ ຄັ້ງ​ທີ XI ຫຼື ຊຽງ​ຂວາງ​ເກມ ພວກ​ເຮົາ​ຄະ­ນະ​ບໍ­ລິ­ຫານ​ງານ​ຊຸດ​ໃໝ່ ຈະ​ພະ­ຍາ­ຍາມ​ສູ້​ຊົນ​ຢ່າງ​ສຸດ​ຄວາມ​ສາ­ມາດ ເພື່ອ​ນຳ­ພາ​ຄູ​ເຝິກ ແລະ ນັກ­ກີ­ລາ​ເຂົ້າ​ຮ່ວມ​ສ້າງ​ຜົນ­ງານ​ຮັກ­ສາ​ມູນ­ເຊື້ອ​ໃຫ້​ໄດ້ 5 ຫຼຽນ​ຄຳ ເພື່ອ​ຮັບ­ປະ­ກັນ​ໃຫ້​ໄດ້​ຄື​ແນວ​ນັ້ນ ສະ­ຫະ­ພັນ​ໄດ້​ມີ​ການ​ປຸກ­ລະ­ດົມ​ຂົນ­ຂວາຍ​ຈາ​ການ​ຊ່ວຍ­ເຫຼືອ ​ບັນ­ດາ​ພາກ­ສ່ວນ​ບໍ­ລິ­ສັດ​ຫ້າງ​ຮ້ານ​ຈຳ­ນວນໜຶ່ງ ເພື່ອ​ມາ​ເປັນ​ນະ­ໂຍ­ບາຍ​ພິ­ເສດ​ຊຸກ­ຍູ້​ນັກ­ກີ­ລາ ພ້ອມ​ທັງ​ຈັດ​ເຝິກ­ອົບ­ຮົມ​ສ້າງ​ຄວາມ​ຮູ້​ຄວາມ​ສາ­ມາດ​ໃຫ້​ນັກ­ກີ­ລາ 8 ຄົນ ຍິງ 4 ຄົນ ສາ­ມາດ​ພັດ­ທະ­ນາ​ຕົນ​ເອງ​ຢ່າງ​ມີ​ຄວາມ​ເຂັ້ມ­ແຂງ ແລະ ຄວາມ​ພ້ອມ​ຮອບ­ດ້ານ ນອກ​ນັ້ນ​ໄດ້​ມີ​ການ​ລົງ​ຕິດ­ຕາມ​ຢ້ຽມ­ຢາມ​ຢ່າງ​ໃກ້​ສິດ ເພື່ອ​ເປັນ​ກຳ­ລັງ​ໃຈ​ໃຫ້​ນັກ­ກີ­ລາ​ໃນ​ເວ­ລາ​ເກັບ​ໂຕ​ເຝິກ­ຊ້ອມ.

    ສຳ­ລັບ​ນັກ­ກີ­ລາ​ໝາກ­ເສິກ ນວ ຊຸດ​ນີ້​ລ້ວນ​ແຕ່​ເປັນ​ນັກ­ກີ­ລາ​ຊຸດ​ເກົ່າ​ທີ່​ເຄີຍ​ສ້າງ​ຜົນ­ງານ​ຍາດ​ໄດ້ 5 ຫຼຽນ​ຄຳ 3 ຫຼຽນ​ເງິນ ແລະ 2 ຫຼຽນ​ທອງ ໃຫ້​ທີມ​ນັກ­ກີ­ລາ ນວ ໃນ​ອຸ­ດົມ​ໄຊ​ເກມ ປີ 2014 ທຸກ​ຄົນ​ເກັບ​ຕົວ​ເຝິກ­ຊ້ອມ​ຢູ່​ທີ່​ໂຮງ­ຮຽນ​ມັດ­ທະ­ຍົມ​ສຶກ​ສາ​ສົມ­ບູນ​ອາ​ນຸ​ວົງ ເລີ່ມ​ເຝິກ­ແອບ​ມາ​ແຕ່​ເດືອນ​ພະ­ຈິກ 2019 ໂດຍ​ເຝິກ­ຊ້ອມ​ສະ­ເພາະ​ແຕ່​ຕອນ​ແລງ ເນື່ອງ​ຈາກ​ນັກ­ກີ­ລາ​ສ່ວນ​ໃຫຍ່​ເປັນ​ພະ­ນັກ­ງານ ແລະ ນັກ­ຮຽນ-ນັກ​ສຶກ​ສາ ເລີ່ມ​ເວ­ລາ 17:30-20:30 ໂມງ.

    ການ​ແຂ່ງ­ຂັນ​ກີ­ລາ​ໝາກ­ເສິກ​ໃນ​ງານ​ມະ​ຫະ​ກຳ​ກີ­ລາ​ແຫ່ງ​ຊາດ ຄັ້ງ​ທີ XI ທີ່​ແຂວງ​ຊຽງ​ຂວາງ ເປັນ​ເຈົ້າ ພາບ​ຈະ​ດຳ­ເນີນ​ການ​ແຂ່ງ­ຂັນ​ວັນ​ທີ 23-27 ມີ­ນາ 2020 ທີ່​ສະ­ໂມ­ສອນ​ພະ​ແນກ​ກະ​ສິກ​ກຳ ແລະ ປ່າ­ໄມ້​ແຂວງ​ຊຽງ​ຂວາງ ມີ​ການ​ຊີງ​ໄຊ​ທັງ​ໝົດ 9 ຫຼຽນ​ຄຳ 9 ຫຼຽນ​ເງິນ ແລະ 9 ຫຼຽນ​ທອງ ໃນ 9 ລາຍ­ການ​ຄື: ປະ­ເພດ​ຊາຍ 4 ລາຍ­ການ ປະ­ເພດ​ຍິງ 4 ລາຍ­ການ ແລະ ຄູ່​ປະ­ສົມ 1 ລາຍ­ການ.

Leave a Reply

error: Content is protected !!