ເຕືອນໄພກ່ອນໄຟໄໝ້

    ຜູ້​ຂຽນ​ບໍ່​ຂໍ​ອ້າງ​ແຈ້ງ​ການ​ຫວັງ​ວ່າ​ທ່ານ​ຜູ້​ອ່ານ​ກໍ​ຄົງ​ຈະ​ເຂົ້າ­ໃຈ​ແລ້ວ​ວ່າ ທາງ​ການ​ເພິ່ນ​ອອກ​ແຈ້ງ​ການ​ຫ້າມ​ໄວ້​ລະ­ອຽດ​ແລ້ວ ປະ­ເດັນ​ຢູ່​ທີ່​ວິ­ທີ​ການ​ຕັກ­ເຕືອນ ແລະ ໂຄ­ສະ­ນາ ແລະ ປຸກ­ລະ­ດົມ​ໃນ​ແຕ່​ລະ​ຂັ້ນ ທັງ​ສູນ​ກາງ ແລະ ທ້ອງ­ຖິ່ນ ປະ­ເດັນ​ບັນ­ຫາ​ໄຟ​ໄໝ້​ຍັງ​ແຜ່​ລາມ ແລະ ເກີດ​ອັກ­ຄີ​ໄພ​ຢູ່​ປະ­ຈຳ​ຍາມ​ແລ້ງ ເພາະ­ວ່າ ສາ­ເຫດ​ໃຫຍ່​ກໍ​ແມ່ນ​ມາ​ຈາກ​ປະ­ຊາ­ຊົນ​ລະ­ເລີຍ​ຖື​ເບົາ ຫຼື ບາງ­ທີ​ການ­ຈັດ­ຕັ້ງ​ທ້ອງ­ຖິ່ນ​ບໍ່​ລົງ​ຕັກ­ເຕືອນ.

    ເພື່ອນ​ຜູ້​ຂຽນ​ເລົ່າ​ສູ່​ຟັງ​ວ່າ: ຂ້າງ​ເຮືອນ​ຂອງ​ເຂົາ​ຍັງ​ປາ­ກົດ​ມີ​ພາ­ກັນ​ອອກ​ມາ​ຈູດ​ຂີ້​ເຫຍື້ອ​ນອກ​ກຳ­ແພງ​ເຮືອນ​ຂອງ​ຕົນ ແລ້ວ​ທຳ​ຕົນ​ສະ­ບາຍ​ບໍ່​ສົນ​ວ່າ​ໄຟ​ມັນ​ຈະ​ລາມ​ໄປ​ໄໝ້​ເຮືອນ​ຄົນ​ອື່ນ ເພາະ​ຈູດ​ຂີ້​ເຫຍື້ອ​ແບບ​ຖິ້ມ​ປະ​ໄວ້​ໝົດ​ຄືນ​ບໍ່​ມອດ ພຶດ­ຕິ​ກຳ​ແບບ​ນີ້​ກໍ​ຍ້ອນ​ຜູ້­ກ່ຽວ​ບໍ່​ສົນ­ໃຈ​ແຈ້ງ​ການ ແຕ່​ສົນ­ໃຈ​ພຽງ​ແຕ່​ວ່າ​ຂໍ​ໃຫ້​ໄດ້​ຈູດ​ຂີ້​ເຫຍື້ອ​ແບບ​ບໍ່​ໃສ່​ຖົງ ໄດ້​ເສຍ​ຄ່າ​ຖິ້ມ​ເປັນ​ເດືອນ ເຊິ່ງ​ຄວາມ​ຈິງ​ຄຳ​ວ່າ ຄົນ ກໍ​ໜ້າ​ຈະ​ມີ​ຈິດ​ສຳ­ນຶກ​ຢ້ານ​ໄຟ​ລາມ​ໄໝ້​ເຮືອນ​ຄົນ​ອື່ນ ຍົກ​ຕົວ­ຢ່າງ ຖ້າ­ວ່າ​ໄຟ​ໄໝ້​ເຮືອນ​ຕົນ​ເອງ​ກໍ​ຄົງ​ບໍ່​ປາດ​ຖະ​ໜາ​ເຊັ່ນ​ກັນ.

    ຜູ້​ຂຽນ​ຂໍ​ຝາກ​ໃຫ້​ການ­ຈັດ­ຕັ້ງ​ຂັ້ນ​ບ້ານ ເມືອງ ລົງ​ກວດ­ກາ ແລະ ປ່າວ​ໂຄ­ສະ­ນາ​ໃຫ້​ລູກ­ບ້ານ​ແຕ່​ລະ​ຈຸ ໜ່ວຍ ຄົວ​ເຮືອນ​ໄດ້​ເຂົ້າ­ໃຈ​ແຈ້ງ​ຜົນ​ຮ້າຍ​ຂອງ​ໄຟ ຫຼື ຈູດ​ຂີ້​ເຫຍື້ອ​ແລ້ວ​ຄວນ​ມອດ​ກ່ອນ​ເຂົ້າ​ໄປ​ນອນ ໂດຍ​ບໍ່​ເປັນ​ຄົນ​ເຫັນ­ແກ່​ໂຕ ໝາຍ​ຄວາມ​ວ່າ ໃຫ້​ມີ​ຈິດ​ສຳ­ນຶກ​ຄື​ຄົນ ຜູ້​ຂຽນ​ເວົ້າ​ແບບ​ນີ້​ກໍ​ຍ້ອນ​ວ່າ ບາງ​ຄົນ​ໃນ​ສັງ­ຄົມ​ກໍ​ເວົ້າ­ຍາກ ຖ້າ​ເວົ້າ​ພາ­ສາ​ຕະ­ຫຼາດ​ກໍ​ແມ່ນ​ມຶນ​ຈົນ​ບໍ່​ຮູ້­ສຶກ​ລະ­ອາຍ​ໃຈ ການ​ປູກ​ຈິດ​ສຳ­ນຶກ ຫຼື ຕັກ­ເຕືອນ​ລູກ­ບ້ານ​ນັ້ນ​ສຳ­ຄັນ ເພາະ​ເປັນ​ການ​ປົກ­ຄອງ​ບຳ­ບັດ​ທຸກ ບຳ­ລຸງ​ສຸກ​ໃຫ້​ປະ­ຊາ­ຊົນ ເຊິ່ງ​ຢ່າ​ລືມ​ວ່າ ລູກ­ບ້ານ​ແຕ່​ລະ​ຄອບ­ຄົວ​ກໍ​ໄດ້​ເສຍ​ຄ່າ​ເກັບ​ຮັກ­ສາ​ຄວາມ​ປອດ​ໄພ ຫຼື ສະ­ຫວັດ­ດີ​ການ​ອື່ນໆ​ຂອງ​ບ້ານ.

    ເລື່ອງ​ຟືນ​ໄຟ ສຳ­ຄັນ​ຫຼາຍ ຍ້ອນ​ການ​ຖື​ເບົາ​ຈຶ່ງ​ປາ­ກົດ​ມີ​ຂ່າວ​ໄຟ​ໄໝ້​ຢູ່​ປະ­ຈຳ ທາງ​ເຮັດ​ງ່າຍ​ຄື​ຂັ້ນ​ບ້ານ​ລົງ​ເຕືອນ ທັງ​ລົງ­ໂທດ​ພວກ​ເຫັນ­ແກ່​ໂຕ​ຈູດ​ບໍ່​ຮັບ­ຜິດ­ຊອບ.

Leave a Reply

error: Content is protected !!