ບໍລິຄຳໄຊ ຕັ້ງເປົ້າຢ່າງໜ້ອຍ 5 ຫຼຽນຄຳ ໃນຊຽງຂວາງເກມ

    ແຂວງ​ບໍ​ລິ​ຄຳ​ໄຊ ມີ​ຄວາມ​ພ້ອມ​ເຕັມ​ຮ້ອຍ ໃນ​ການ​ເຂົ້າ​ຮ່ວມ​ງານ​ມະ​ຫະ​ກຳ​ກີ­ລາ​ແຫ່ງ​ຊາດ ຄັ້ງ​ທີ XI ຫຼື ຊຽງ​ຂວາງ ເກມ ທີ່​ແຂວງ​ຊຽງ​ຂວາງ​ເປັນ​ເຈົ້າ­ພາບ ໃນ​ລະ­ຫວ່າງ​ວັນ​ທີ 22 ມີ­ນາ ຫາ ວັນ​ທີ 1 ເມ­ສາ 2020 ໂດຍ​ຈະ​ສົ່ງ​ຄະ­ນະ​ນຳ ຄູ​ເຝິກ ແລະ ນັກ­ກີ­ລາ ເຂົ້າ​ຮ່ວມ 170 ກວ່າ​ຄົນ ໃນ  7 ປະ­ເພດ​ກີ­ລາ​ຄື: ແລ່ນ-ລານ ເຮືອ​ຊ່ວງ ໝາກ­ເສິກ ເປ​ຕັງ ເທ​ຄວັນ​ໂດ ກ໊ອຟ ມວຍ​ລາວ.

    ທ່ານ ຄຳ​ມອນ ອ້ວນ​ວິ­ໄລ ຫົວ­ໜ້າ​ຂະ­ແໜງ​ກີ­ລາ​ລະ­ດັບ​ສູງ ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ແຂວງ​ບໍ​ລິ​ຄຳ​ໄຊ ໃຫ້​ຮູ້​ວ່າ: ນັກ­ກີ­ລາ​ທັງ 7 ປະ­ເພດ​ແມ່ນ​ເລີ່ມ​ເຂົ້າ​ສູນ​ເກັບ​ໂຕ​ເຝິກ­ຊ້ອມ ໃນ​ວັນ​ທີ 17 ເດືອນ​ກຸມ­ພາ 2020 ເປັນ­ຕົ້ນ​ມາ ເຫັນ​ໄດ້​ວ່າ​ນັກ­ກີ­ລາ​ຂອງ​ພວກ​ເຮົາ​ແມ່ນ​ມີ​ຄວາມ​ກະ​ຕື​ລື​ລົ້ນ ແລະ ເອົາ­ໃຈ­ໃສ່​ມຸ້ງ​ໝັ້ນ​ໃນ​ການ​ເຝິກ­ຊ້ອມ​ຢ່າງ​ຫ້າວ­ຫັນ ເຊິ່ງ​ພວກ​ເຮົາ​ຕັ້ງ​ເປົ້າ​ຄວ້າ​ຫຼຽນ​ຄຳ​ໃນ​ງານ​ກີ­ລາ​ແຫ່ງ​ຊາດ​ຄັ້ງ​ນີ້ ແມ່ນ​ໃຫ້​ໄດ້ 5 ຫຼຽນ​ຄຳ​ຂຶ້ນ​ໄປ.

    ສຳ­ລັບ​ກີ­ລາ​ປາຍ​ແຫຼມ​ທີ່​ຫວັງ​ຫຼຽນ​ຄຳ​ແມ່ນ​ກີ­ລາ ແລ່ນ-ລານ ເຮືອ​ຊ່ວງ ແລະ ໝາກ­ເສິກ ການ​ສົ່ງ​ກີ­ລາ​ຈຳ­ນວນ​ບໍ່​ຫຼາຍ​ໃນ​ຄັ້ງ​ນີ້ ແມ່ນ​ອີງ­ໃສ່​ທ່າ­ແຮງ ແລະ ສະ­ພາບ​ເງື່ອນ­ໄຂ ດ້ານ​ງົບ­ປະ­ມານ​ຍັງ​ມີ​ຄວາມ​ຈຳ­ກັດ ແຕ່​ຈະ​ພະ­ຍາ­ຍາມ​ສູ້​ຊົນ​ໃຫ້​ບັນ­ລຸ​ເປົ້າ​ໝາຍ ເຊິ່ງ​ນັກ­ກີ­ລາ​ຈຳ­ນວນ​ນີ້ ແມ່ນ​ຄັດ​ເລືອກ​ເອົາ​ນັກ­ກີ­ລາ​ຢູ່​ພາຍ​ໃນ​ແຂວງ​ເປັນ​ຫຼັກ ແລະ ລູກ​ຫຼານ​ຂອງ​ແຂວງ​ທີ່​ກຳ­ລັງ​ສຶກ​ສາ​ຢູ່​ນະ­ຄອນ­ຫຼວງ​ຈຳ­ນວນ​ໜຶ່ງ.

    ສຳ­ລັບ​ຜົນ­ງານ​ກີ­ລາ​ແຫ່ງ​ຊາດ ຄັ້ງ​ທີ X ຢູ່​ແຂວງ​ອຸ­ດົມ​ໄຊ ປີ 2014 ຂອງ​ແຂວງ​ບໍ​ລິ​ຄຳ​ໄຊ ຍາດ​ໄດ້ 17 ຫຼຽນ​ຄຳ 9 ຫຼຽນ​ເງິນ ແລະ 17 ຫຼຽນ​ທອງ ລວມ 43 ຫຼຽນ ໄດ້​ອັນ​ດັບ​ທີ 7 ຈາກ 25 ພາກ ສ່ວນ​ເຂົ້າ​ຮ່ວມ.

Leave a Reply

error: Content is protected !!