ກົດໝາຍວ່າດ້ວຍການກວດກາລັດ (ສະບັບປັບປຸງ) ເພື່ອຮັບປະກັນຄວາມເປັນເອກະພາບຕໍ່ການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ

    ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດ IX ໃນວັນທີ 13 ທັນວາ 2022 ທີ່ຫໍປະຊຸມສະພາແຫ່ງຊາດ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນໃສ່ບາງມາດຕາຂອງກົດໝາຍວ່າດ້ວຍການກວດກາລັດ (ສະບັບປັບປຸງ) ໂດຍເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ມີທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ພ້ອມບັນດາ ສສຊ ທຸກເຂດເລືອກຕັ້ງເຂົ້າຮ່ວມ.

    ທ່ານ ຄຳພັນ ພົມມະທັດ ໄດ້ຂຶ້ນລາຍງານກ່ຽວກັບການປັບປຸງກົດໝາຍວ່າດ້ວຍການກວດກາລັດ ເຊິ່ງກົດໝາຍສະບັບນີ້ ໄດ້ສ້າງຂຶ້ນ ຖືກຮັບຮອງ ແລະ ປະກາດໃຊ້ໃນປີ 2007 ເປັນຕົ້ນມາ ແລະ ໄດ້ປັບປຸງເທື່ອທີ 1 ໃນປີ 2017 ມາຮອດປີ 2021 ກໍກຳລັງປັບປຸງເທື່ອທີ 2 ຕື່ມອີກ ເພື່ອເປັນບ່ອນອີງໃຫ້ແກ່ການສ້າງ-ປັບປຸງກົງຈັກການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການກວດກາລັດແຕ່ລະຂັ້ນ ຜ່ານການຈັດຕັ້ງປະຕິບັດຜ່ານມາ ສາມາດເຫັນໄດ້ດ້ານດີ ດ້ານຕັ້ງໜ້າ ແລະ ດ້ານຂໍ້ຄົງຄ້າງ ສະພາບປາກົດການລ່ວງລະເມີດກົດໝາຍ ແລະ ລະບຽບການຕ່າງໆຂອງການຄຸ້ມຄອງບໍລິຫານລັດ ທັງເປັນການປະກອບສ່ວນເຮັດໃຫ້ມີຄວາມສະຫງົບທາງການເມືອງ ເສດຖະກິດ-ສັງຄົມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ການລົງທຶນພາຍໃນ ແລະ ຕ່າງປະເທດໄດ້ເພີ່ມຂຶ້ນ ແລະ ດຳເນີນຖືກຕ້ອງຕາມກົດໝາຍ ແລະ ລະບຽບການ. ເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງກົດໝາຍສະບັບນີ້ ເພື່ອເປັນການລວບລວມເອົາບາງເນື້ອໃນບັນດາກົດໝາຍ ແລະ ລະບຽບການ ນິຕິກຳອື່ນໆທີ່ພົວພັນກ່ຽວກັບວຽກງານກວດກາລັດ ທີ່ໄດ້ກຳນົດໄວ້ສະເພາະ ເຂົ້າມາໃນຮ່າງກົດໝາຍວ່າດ້ວຍການກວດກາລັດສະບັບປັບປຸງ ເພື່ອຮັບປະກັນຄວາມເປັນເອກະພາບ   ຕໍ່ການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ ແລະ ຫັນວຽກກວດກາລັດມີຜົນສັກສິດ  ຕາມກົດໝາຍ.

     ກົດໝາຍວ່າດ້ວຍການກວດກາລັດ (ສະບັບນຳໃຊ້ປັດຈຸບັນ) ປະກອບດ້ວຍ 10 ພາກ 6 ໝວດ ແລະ 80 ມາດຕາ ຮ່າງກົດໝາຍວ່າດ້ວຍການກວດກາລັດສະບັບປັບປຸງໃໝ່ ປະກອບດ້ວຍ 9 ພາກ 9 ໝວດ ແລະ 81 ມາດຕາ ນອກນັ້ນ ຍັງໄດ້ປັບປຸງ ຈັດລຽງບາງພາກ ບາງໝວດ ແລະ ບາງມາດຕາ.

# ຂ່າວ – ພາບ :  ຊິລິການດາ

error: Content is protected !!