ຊາວໜຸ່ມສ້າງຂະບວນອອກແຮງງານລວມ ສະເຫຼີມສະຫຼອງ 2 ວັນສໍາຄັນ

    ເພື່ອເປັນການສະເຫຼີມສະຫຼອງວັນຊາດ ວັນທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ວັນທີ 12 ທັນວາ 2022 ຄະນະບໍລິຫານງານຊາວໜຸ່ມຫ້ອງວ່າການສູນກາງພັກ ຮ່ວມກັບສູນກາງຊາວໜຸ່ມ ປປ ລາວ ແລະ ຄະນະຊາວໜຸ່ມບັນດາກະຊວງ ອົງການ ແລະ ນະຄອນຫຼວງ ຈັດກິດຈະກຳຂະບວນການອອກແຮງງານລວມຂຶ້ນທີ່ຫໍພິພິທະພັນ ໄກສອນ ພົມວິຫານ ນຳພາໂດຍສະຫາຍ ພຸດທະລາ ແກ້ວວິຈິດ ເລຂາຄະນະບໍລິຫານງານຊາວໜຸ່ມຫ້ອງວ່າການສູນກາງພັກ ສະຫາຍ ວົງສັກດາ ພົມມີໄຊ ຄະນະບໍລິຫານພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ສູນກາງຊາວໜຸ່ມ ປປ ລາວ ພ້ອມດ້ວຍຄະນະກົມ ຄະນະພະແນກ ສະມາຊິກຊາວໜຸ່ມຈາກສອງພາກສ່ວນ ບັນດາກະຊວງ ອົງການ ແລະ ນະຄອນຫຼວງ ໄດ້ເຂົ້າຮ່ວມ.

    ກິດຈະກຳໃນຄັ້ງນີ້້ ມີເຮັດອະນະໄມຂອບເຂດບໍລິເວນອ້ອມຮອບສະຖານທີ່ບ່ອນສັກກະລາບູຊາຂອງພັກ-ຂອງລັດ ແລະ ຂອງປະຊາຊົນທັງຊາດໃຫ້ມີຄວາມສະອາດ ແລະ ຈົບງາມ ເປັນການລະນຶກເຖິງວັນເກີດປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງພັກ-ຂອງລັດ ແລະ ຂອງປະຊາຊົນລາວ ເວົ້າລວມ ເວົ້າສະເພາະ ກໍຄືຂອງຄະນະບໍລິຫານງານຊາວໜຸ່ມທົ່ວປະເທດ ປະທານ ໄກສອນ ພົມວິຫານ ຍັງເປັນຜູ້ທີ່ໃຫ້ນາມມະຍົດແກ່ຊາວໜຸ່ມວ່າ: “ຊາວໜຸ່ມ ແມ່ນເປັນແຂນຂວາຂອງພັກ ເປັນກະດູກສັນຫຼັງຂອງປະເທດຊາດ” ເປັນການຈາລຶກເຖິງຄຸນງາມຄວາມດີຂອງປະທານທີ່ມີຕໍ່ປະເທດຊາດ ຊາວໜຸ່ມຮຸ່ນສືບທອດຂອງພວກເຮົາຕ້ອງໄດ້ສຶກສາຮ່ຳຮຽນເອົາແບບແຜນການນຳພາທີ່ສະຫຼາດສ່ອງໃສ ແບບແຜນການດຳລົງຊີວິດທີ່ປອດໃສ ຂາວສະອາດ ປະຢັດມັດທະຍັດ ມີແບບແຜນວິທີເຮັດວຽກເປັນໝູ່ຄະນະ ຕາມຫຼັກການລວມສູນປະຊາທິປະໄຕ ຮ່ຳຮຽນເອົາຜົນງານທີ່ດີເດັ່ນທີ່ເພິ່ນເຄີຍຝາກໄວ້ ມາໝູນໃຊ້ເຂົ້າໃນວຽກງານຕົວຈິງຂອງແຕ່ລະຫົວໜ່ວຍ ຂະແໜງການໃຫ້ມີການພັດທະນາຂຶ້ນ.

    ຊາວໜຸ່ມຕ້ອງເປັນຄົນທີ່ດຸໝັ່ນຂະຫຍັນພຽນ ສຶກສາຮຽນຮູ້ສິ່ງໃໝ່ ແລະ ເຕັກໂນໂລຢີທີ່ທັນສະໄໝ ແລະ ກ້າວໜ້າ ໃຫ້ເປັນຄົນຮຸ່ນໜຸ່ມທີ່ໜຸ່ມແໜ້ນ ກຽມພ້ອມຮັບໃຊ້ພາລະກິດຂອງພັກ-ຂອງຊາດທີ່ມອບໝາຍໃຫ້ ໃຫ້ປະສົບຜົນສຳເລັດເປັນຢ່າງດີ ດັ່ງຄຳເວົ້າຂອງປະທານ ໄກສອນ ພົມວິຫານ ທີ່ເຄີຍກ່າວວ່າ: “ຊາວໜຸ່ມ ປຽບເໜືອນນົກອິນຊີທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ແລະ ກາຍເປັນສິນໄຊແຫ່ງຍຸກສະໄໝ” ກຽມພ້ອມເປັນຜູ້ສືບທອດທີ່ດີ ເພື່ອພາລະກິດປົກປັກສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຂຶ້ນໄປຢ່າງຕໍ່ເນື່ອງ.

error: Content is protected !!