ຈັນທະບູລີ ໄຂການແຂ່ງຂັນກີລານັກຮຽນສາມັນສຶກສາ

    ຫ້ອງການສຶກສາທິການ ແລະ ກີລາ ເມືອງຈັນທະບູລີ ຈັດພິທີໄຂການແຂ່ງຂັນກີລານັກຮຽນສາມັນສຶກສາປະຈໍາສົກຮຽນ 2022 – 2023 ຂຶ້ນວັນທີ 13 ທັນວາ 2022 ທີ່ເດີນກີລາຮ່ອງຄ້າ ເມືອງດັ່ງກ່າວ ໂດຍມີທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ທ່ານ ທອງດີ ແກ້ວມີໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງ ທ່ານຮອງຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ ແຂກຖືກເຊີນ ບັນດາຄະນະຜູ້ບໍລິຫານ ການສຶກສາ ຜູ້ປະກອບການ ທ່ານຜູ້ອຳນວຍການໂຮງຮຽນ ພະນັກງານຄູ-ອາຈານ ພໍແມ່ຜູ້ປົກຄອງນັກຮຽນ ເຂົ້າຮ່ວມ.

    ທ່ານ ທອງດີ ແກ້ວມີໄຊ ໄດ້ລາຍງານໃຫ້ຊາບວ່າ: ໂດຍອີງໃສ່ແຜນພັດທະນາການສຶກສາຂອງພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ກໍຄືແຜນການເຄື່ອນໄຫວກິດຈະກໍາຂອງຫ້ອງການສຶກສາທິການ ແລະ ກິລາເມືອງຈັນທະບູລີ ປະຈໍາສົກຮຽນ 2022 – 2023 ເພື່ອເປັນການສ້າງຂະບວນການຕ້ອນຮັບວັນຊາດທີ 2 ທັນວາຄົບຮອບ 47 ປີ ວັນວັນເກີດທ່ານປະທານ ໄກສອນ ພົມວິຫານ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ເຮັດໃຫ້ການເຄື່ອນໄຫວວຽກງານພະລະ ແລະ ສິລະປະສຶກສາໃຫ້ຖືກຕາມ 3 ລັກສະນະ 3 ຂໍ້ແຂ່ງຂັນ ແລະ 5 ຫຼັກມູນຂອງການສຶກສາ ທີ່ທາງກະຊວງສຶກສາທິການ ແລະ ກີລາ ວາງອອກ.

    ໃນສົກຮຽນ 2022-2023 ທົ່ວເມືອງຈັນທະບູລີມີໂຮງຮຽນ ອະນຸບານ ປະຖົມ ມ ຕົ້ນ ມ ປາຍ ທັງພາກລັດ ແລະ ເອກະຊົນ ມີໂຮງຮຽນ 69 ແຫ່ງ ອະນຸບານ 18 ແຫ່ງ ປະຖົມ 34 ແຫ່ງ ມັດທະຍົມສົມບູນສຶກສາ 17 ແຫ່ງ ມີນັກຮຽນ 22.479 ຄົນ ຍິງ 11.408 ຄົນ ຄູ 1.259 ຄົນ ຍິງ 985 ຄົນ.

    ຫ້ອງການສຶກສາທິການ ແລະ ກີລາ ເມືອງຈັນທະບູລີ ພ້ອມດ້ວຍການຈັດຕັ້ງແຕ່ລະໂຮງຮຽນທັງພາກລັດ ແລະ ເອກະຊົນ ແມ່ນໄດ້ຮ່ວມກັນຈັດການແຂ່ງຂັນກີລານັກຮຽນສາມັນສຶກສາທົ່ວເມືອງຈັນທະບູລີ ປະຈໍາສົກຮຽນ 2022-2023 ລະຫວ່າງວັນທີ 13-28 ທັນວາ 2022 ເຊີ່ງມີໂຮງຮຽນເຂົ້າຮ່ວມການແຂ່ງຂັນກີລາ ຊັ້ນອະນຸບານ ມີກິລາແລ່ນໄວ ມີ: 13 ໂຮງຮຽນ ມີຈໍານວນ 26 ຄົນ ຍິງ 13 ຄົນ ກີລາແລ່ນປ່ຽນສົ່ງໄມ້ 13 ໂຮງຮຽນ ມີຈໍານວນ: 104 ຄົນ ຍິງ 52 ຄົນ ກີລາບານເຕະ (ຊາຍ) ມີຈໍານວນ: 11 ທີມ.

    ຊັ້ນປະຖົມ ກິລາແລ່ນໄວມີ: 15 ໂຮງຮຽນ ມີຈໍານວນ: 30 ຄົນ ຍິງ 15 ຄົນ ກິລາກະຕໍ້ (ຊາຍ) ມີຈໍານວນ: 10 ທີມ ກີລາບານເຕະ (ຊາຍ) ມີຈໍານວນ: 22 ທີມ  ຊັ້ນມັດທະຍົມຕອນຕົ້ນ ກີລາເປຕັງມີຈໍານວນ: 16 ທີມ ຍິງ 8 ທີມ ກິລາກະຕໍ້ມີຈໍານວນ: 8 ທີມ ຍິງ 5 ທີມ ກິລາບານສົ່ງມີຈໍານວນ: 16 ທີມ ຍິງ 8 ທີມ ກິລາບານເຕະມີຈໍານວນ: 21 ທີມ ຍິງ 8 ທີມ.

    ຊັ້ນມັດທະຍົມຕອນປາຍ ກີລາເປຕັງມີຈໍານວນ 16 ທີມ ຍິງ 8 ທີມ ກະຕໍ້ມີ 14 ທີມ ຍິງ 5 ທີມ ບານສົ່ງ 22 ທີມ ຍິງ 7 ທີມ ບານເຕະມີ 28 ທີມ ຍິງ 6 ທີມ.

error: Content is protected !!