ບໍລິສັດ 108Jobs ຈັດງານນຳສະເໜີຜົນການສຳຫຼວດອາຊີບໃນຝັນຂອງເດັກນ້ອຍໃນ ສປປ ລາວ ໃນວັນທີ 11 ທັນວາ 2022 ທີ່ສູນການຄ້າພາກຊັນ ເນື່ອງໃນໂອກາດຄົບຮອບ 10 ປີຂອງບໍລິສັດ 108Jobs ມີທ່ານ ແກ້ວວິສຸກ ດາລາສານ ຜູ້ກໍ່ຕັ້ງບໍລິສັດ 108Jobs ພ້ອມດ້ວຍຜູ້ຕາງໜ້າຈາກບໍລິສັດ Toyota Laos ອົງການ UNDP ແລະ ຕົວແທນອາຈານຈາກຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະໄລແຫ່ງຊາດ ຄູ-ອາຈານ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.


ການສໍາຫຼວດຄັ້ງນີ້ ມີຈຸດປະສົງເພື່ອສຳຫຼວດອາຊີບໃນຝັນຂອງເດັກນ້ອຍ ແລະ ຄາດຄະເນທ່າອ່ຽງອາຊີບໃນອະນາຄົດຂອງເດັກນ້ອຍໃນ ສປປ ລາວ ໂດຍເຮັດການສຳຫຼວດໂດຍບໍລິສັດ Wise ຜົນການສຳຫຼວດຄັ້ງນີ້ ໄດ້ເກັບຂໍ້ມູນຈາກນັກຮຽນຊັ້ນ ມ.4 ແລະ ຊັ້ນ ມ.7 ຈາກ 6 ໂຮງຮຽນພາຍໃນນະຄອນຫຼວງວຽງຈັນ ໂດຍເກັບຂໍ້ມູນແຕ່ເດືອນມັງກອນ ຫາ ເດືອນພຶດສະພາ ປີ 2022 ມີນັກຮຽນເຂົ້າຮວ່ມການສຳຫຼວດທັງໝົດ 1.026 ຄົນ ເຊິ່ງຜົນການສຳຫຼວດ ສະແດງໃຫ້ເຫັນຄື ອາຊີບທີ່ນັກຮຽນຢາກເປັນຫຼາຍທີ່ສຸດໃນອະນາຄົດ ແມ່ນ ແພດ-ໝໍ ເຈົ້າຂອງທຸລະກິດ ຍັງບໍ່ຮູ້ອາຊີບທີ່ຕົນເອງຢາກເປັນ ຢາກເຮັດວຽກກ່ຽວກັບວົງການບັນເທີງ ທະຫານ-ຕຳຫຼວດຕ່າງໆ ການສຳຫຼວດນັກຮຽນຊັ້ນ ມ.4 ແລະ ຊັ້ນ ມ.7 ຄັ້ງນີ້ ປະມານ 90% ຂອງຈຳນວນນັກຮຽນທີ່ຮ່ວມຕອບແບບສອບຖາມທັງໝົດ ແມ່ນມີອາຊີບໃນຝັນເປັນຂອງຕົນເອງ ແລະ ປະມານ 10% ແມ່ນບໍ່ມີອາຊີບໃນຝັນ ຫຼື ຍັງບໍ່ຮູ້ວ່າຕົນເອງຢາກເປັນຫຍັງ ນອກຈາກນີ້ ການສຳຫຼວດຍັງໃຫ້ຮູ້ວ່າ ວິຊາພາສາອັງກິດ ແມ່ນວິຊາທີ່ນັກຮຽນມັກຮຽນຫຼາຍທີ່ສຸດທັງຊັ້ນ ມ.4 ແລະ ຊັ້ນ ມ.7 ປະເທດທີ່ນັກຮຽນຢາກໄປສຶກສາຕໍ່ຫຼາຍທີ່ສຸດໃນຊັ້ນ ມ.4 ແມ່ນປະເທດສະຫະລັດອາເມຣິກາ ແລະ ຊັ້ນ ມ.7 ແມ່ນປະເທດຈີນ.


ໃນພິທີ ຜູ້ເຂົ້າຮ່ວມໄດ້ມີການຮ່ວມປະກອບສ່ວນຖາມຕອບ ສະແດງຄຳຄິດເຫັນຕໍ່ກັບຜົນສຳຫຼວດ ມີການສົນທະນາຂອງແຂກຮັບເຊີນ ໄດ້ມີການຮ່ວມແລກປ່ຽນກັນຫຼາຍຈຸດ ກ່ຽວກັບຜົນການສຳຫຼວດ ໂດຍສະເພາະແມ່ນເລື່ອງນັກຮຽນທີ່ຍັງບໍ່ທັນມີອາຊີບໃນຝັນເປັນຂອງຕົນເອງ ເລື່ອງການມີສ່ວນຮ່ວມໃນການແກ້ໄຂບັນຫາແຮງງານໃນອະນາຄົດຂອງຫຼາຍໆພາກສ່ວນ ກິດຈະກຳອື່ນໆທີ່ສົ່ງເສີມໃຫ້ເດັກນ້ອຍໄດ້ຮູ້ເຖິງອາຊີບຕ່າງໆໃຫ້ຫຼາຍຂຶ້ນເຊັ່ນ: ກິດຈະກຳພາລູກໄປການ ພາຫຼານໄປວຽກ ຫ້ອງສະໝຸດອາຊີບ ກິດຈະກຳຄົ້ນຫາອາຊີບ ພ້ອມກັນນັ້ນ ບໍລິສັດ 108Jobs ແລະ ບໍລິສັດ Wise ມີແຜນຈະຂະຫຍາຍການສຳຫຼວດໄປທົ່ວປະເທດ ແລະ ຈະເຮັດການສຳຫຼວດທຸກໆປີຕື່ມອີກ.
# ຂ່າວ – ພາບ : ອົ່ນ ໄຟສົມທອງ