ການນຳນະຄອນຫຼວງວຽງຈັນ ນຳໂດຍ ທ່ານ ພົຈ ສີພອນ ຈັນສົມວົງ ຮອງເລຂາຄະນະພັກ ນະຄອນຫຼວງວຽງຈັນ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຜູ້ຊີ້ນຳວຽກງານວັດທະນະທຳ ສັງຄົມ ແລະ ການປົກຄອງ ຢ້ຽມຢາມນັກກີລານະຄອນຫຼວງວຽງຈັນ ທີ່ເຂົ້າຮ່ວມການແຂ່ງຂັນງານກີ ລາແຫ່ງຊາດ ຄັ້ງທີ XI ຊຽງຂວາງເກມ 2022.

ການຢ້ຽມຢາມຄັ້ງນີ້ ກໍເພື່ອເປັນການສ້າງຂັນກຳລັງໃຈໃຫ້ກັບນັກກີລາເພື່ອກຽມຄວາມພ້ອມເຂົ້າ ຮ່ວມການແຂ່ງຂັນ ການຢ້ຽມຢາມຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບການເຂົ້າຮ່ວມແຂ່ງຂັນຂອງນັກກີລາ ຄູເຝິກ ແລະ ຜົນສຳເລັດຂອງການເຂົ້າຮ່ວມຂອງກີລາບາງປະເພດ ທີ່ລວມເຖິງຄວາມສະດວກ ແລະ ຄວາມຫຍຸ້ງຍາກ ໃນການເຂົ້າຮ່ວມແຂ່ງຂັນຄັ້ງນີ້.


ໂອກາດດັ່ງກ່າວ ທ່ານ ພົຈ ສີພອນ ຈັນສົມວົງ ໄດ້ສະແດງຄວາມຊົມເຊີຍຕໍ່ ຄູເຝິກ ນັກກີລາ ແຕ່ລະປະເພດທີ່ໄດ້ເອົາໃຈໃສ່ໃນການເຝິກຊ້ອມເພື່ອເຂົ້າຮ່ວມງານຄັ້ງນີ້ ໂດຍສະເພາະແມ່ນນັກກີລາທີ່ໄດ້ສຳເລັດການເຂົ້າຮ່ວມແຂ່ງຂັນ ທີ່ສາມາດຍາດຫຼຽນລາງວັນມາຄອງ.



ທ່ານກ່າວຕື່ມວ່າ: ສຳລັບນັກກີລາທີ່ກຳລັງແຂ່ງຂັນ ແລະ ກະກຽມເຂົ້າຮ່ວມການແຂ່ງຂັນ ກໍຕ້ອງເອົາໃຈໃສ່ສືບຕໍ່ເຝິກຊ້ອມໃຫ້ມີຄວາມພ້ອມທັງດ້ານກຳລັງກາຍ ກຳລັງໃຈ ພ້ອມນັ້ນກໍຕ້ອງເອົາໃຈໃສ່ປະຕິບັດຕາມກົດກະຕິກາ ກົດລະບຽບກີລາ ເພື່ອຮັກສາໄດ້ຄວາມສາມັກຄີມິດຕະພາບໃນການແຂ່ງຂັນ.
ທ່ານ ພູວົງ ວົງຄຳຊາວ ໄດ້ເນັ້ນໃຫ້ນັກກີລາສູ້ຊົນບາດຫຼຽນຄຳໃຫ້ຊາວນະຄອນຫຼວງວຽງຈັນ ພ້ອມນັ້ນກໍຕ້ອງເກັບກ່ຽວເອົາປະສົບການ ເພື່ອພັດທະນາຕົນເອງໃຫ້ກຽມພ້ອມເຂົ້າຮ່ວມການແຂ່ງຂັນໃນເທື່ອໜ້າ ຄະນະຮອບຜິດຊອບ ຄູເຝິກ ຕ້ອງເອົາໃຈໃສ່ໃສ່ເບິ່ງແຍງດູແລນັກກີລາໃຫ້ມີຄວາມພ້ອມໃນການເຂົ້າຮ່ວມການແຂ່ງຂັນ ສ່ວນການສະໜັບສະໜູນ ແມ່ນບໍ່ໃຫ້ນັກກີລາ ແລະ ຄູເຝິກເປັນຮ່ວງ ເພາະການສະໜັບສະໜູນແມ່ນມີຢູ່ໃນແຜນແລ້ວ ຂໍພຽງແຕ່ນັກກີລາ ສູ້ດ້ວຍຈິດໃຈ ແລະ ພາລະກຳລັງເພື່ອນຳເອົາຜົນສຳເລັດມາຝາກຊາວນະຄອນຫຼວງວຽງຈັນ.
ການລົງຢ້ຽມຢາມໃຫ້ກຳລັງໃຈນັກກີລາຂອງ ການນຳນະຄອນຫຼວງວຽງຈັນ ມີຂຶ້ນໃນວັນທີ 13 ທັນວາ 2022 ທີ່ຢູ່ສູນພັກນັກກີລາ ໂຮງຮຽນມັດທະຍົມສົມບູນສີບຸນເມືອງ ເມືອງແປກ ແຂວງຊຽງຂວາງ ໂດຍໄດ້ຮັບການຕ້ອນຮັບຈາກຄະນະຮັບຜິດຊອບ ຄູເຝິກ ແລະ ນັກກີລາປະເພດຕ່າງໆ.