ຄະນະຜູ້ແທນຄະນະສັນຕິພາບ ແລະ ສາມັກຄີຂອງລາວ ເຂົ້າຮ່ວມກອງປະຊຸມສະມັດຊາຂອງສະພາສັນຕິພາບໂລກຄັ້ງທີ XXII

    ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ ໄດ້ນໍາພາຄະນະຜູ້ແທນຄະນະສັນຕິພາບ ແລະ ສາມັກຄີຂອງລາວ ເຂົ້າຮ່ວມກອງປະຊຸມສະມັດຊາ ຂອງສະພາສັນຕິພາບໂລກຄັ້ງທີ 22 ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ວັນທີ 21-26 ພະຈິກ 2022 ມີຄະນະຜູ້ແທນຈໍານວນ 100 ກວ່າທ່ານ ຈາກ 58 ອົງການ (53 ປະເທດ) ເຂົ້າຮ່ວມ.

    ກອງປະຊຸມໄດ້ຮັບຟັງບົດລາຍງານຂອງສະພາສັນຕິພາບໂລກ ແລະ ບົດລາຍງານສະພາບການຂອງປະຈໍາພາກພື້ນ ກ່ຽວກັບສະພາບການເກີດຂຶ້ນ ເປັນຕົ້ນແມ່ນການຂັດແຍ່ງ ການກໍ່ການຮ້າຍ ຂະບວນການຕໍ່ສູ້ເພື່ອຄວາມຍຸຕິທຳ ແລະ ຄວາມເປັນທໍາ ພ້ອມນັ້ນ ໄດ້ຮັບຟັງການລາຍງານການເຄື່ອນໄຫວຂອງອົງການຈັດຕັ້ງສັນຕິພາບໃນແຕ່ລະພາກພື້ນ ທີ່ປະກອບສ່ວນສ້າງເງື່ອນໄຂທີ່ເອື້ອອໍານວຍໃຫ້ແກ່ການສ້າງສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກ.

    ທ່ານ ສົມມາດ ພົລເສນາ ຕາງໜ້າຄະນະຜູ້ແທນຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຂຶ້ນມີຄຳເຫັນ ເຊິ່ງມີເນື້ອໃນຕີລາຄາສະພາບການພາກພື້ນ ແລະ ສາກົນ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການເຄື່ອນໄຫວຢ່າງເອົາໃຈໃສ່ຂອງສະພາສັນຕິພາບໂລກ ແລະ ບັນດາອົງການຈັດຕັ້ງສັນຕິພາບພາກພື້ນ ແລະ ໃນໂລກ ໃນຄວາມພະຍາຍາມເພື່ອປະກອບສ່ວນແກ້ໄຂບັນຫາຕ່າງໆຂອງໂລກ ເປັນຕົ້ນ ຄວາມພະຍາຍາມໃນການຊຸກຍູ້ປະກອບສ່ວນແກ້ໄຂບັນຫາຂັດແຍ່ງຢູ່ໃນໂລກ ບັນຫາໄພອິດຫີວ ບັນຫາສະພາບແວດລ້ອມ ແລະ ອື່ນໆ ພ້ອມນັ້ນ ຍັງຍົກໃຫ້ເຫັນ ສປປ ລາວ ເປັນປະເທດທີ່ໄດ້ຮັບເຄາະຮ້າຍ ແລະ ຜົນກະທົບຢ່າງໜັກໜ່ວງຈາກສົງຄາມຮຸກຮານ ສິ່ງເສດເຫຼືອຈາກສົງຄາມ ເປັນຕົ້ນ ລະເບີດທີ່ບໍ່ທັນແຕກ ສົ່ງຜົນກະທົບຕໍ່ການດຳລົງຊີວິດ ແລະ ທຳມາຫາກິນຂອງປະຊາຊົນ ແລະ ເປັນອຸປະສັກຢ່າງໃຫຍ່ຫຼວງໃນການສ້າງສາພັດທະນາປະເທດຊາດ ຈາກບົດຮຽນອັນເຈັບແສບນັ້ນ ປະຊາຊົນລາວ ຮູ້ດີເຖິງຄຸນຄ່າຂອງສັນຕິພາບ ແລະ ຜົນຮ້າຍຂອງສົງຄາມ ແລະ ພ້ອມທີ່ຈະຮ່ວມກັບປະຊາຊາດຜູ້ຮັກຫອມສັນຕິພາບໃນໂລກ ໃນການສະໜັບສະໜູນ ແລະ ຕໍ່ສູ້ເພື່ອສັນຕິພາບ ຄວາມຍຸຕິທໍາ ແລະ ຄວາມກ້າວໜ້າໃນສັງຄົມ ເພື່ອສ້າງເງື່ອນໄຂການພັດທະນາ ເພື່ອໃຫ້ຄົນຮຸ່ນໃໝ່ຂອງພວກເຮົາໄດ້ມີຄວາມສຸກໃນການດຳລົງຊີວິດໂດຍປາສະຈາກສົງຄາມ   ແລະ  ຄວາມຢ້ານກົວ  ປະຊາຊົນລາວຢືນຢັນຄຳໝັ້ນໝາຍທີ່ຈະຮ່ວມມືກັບປະຊາຄົມສາກົນ ແລະ ພ້ອມທີ່ຈະສະໜັບສະໜູນ ແລະ ຮ່ວມມືກັບອົງການຈັດຕັ້ງສັນຕິພາບພາກພື້ນ ແລະ ສາກົນ ເພື່ອປະກອບສ່ວນເສີມສ້າງ ແລະ ປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ເພື່ອຄວາມຢູ່ດີກິນດີຂອງປະຊາຊົນ ແລະ ເຮັດໃຫ້ປະຊາຊາດພວກເຮົາດຳລົງຊີວິດປາສະຈາກຄວາມຢ້ານກົວ ມີເງື່ອນໄຂໃນການພັດທະນາ.

    ກອງປະຊຸມຍັງໄດ້ເລືອກຕັ້ງເອົາຄະນະນໍາຂອງສະພາສັນຕິພາບໂລກຊຸດໃໝ່ ເຊິ່ງແມ່ນທ່ານ ປາລາບເຊັນກູບຕະ ( Pallap Sengupta) ເລຂາທິການ All India Peace and Solidarity Organization ໄດ້ຮັບການເລືອກຕັ້ງໃຫ້ເປັນປະທານສະພາສັນຕິພາບໂລກຜູ້ໃໝ່ ແລະ ໄດ້ເລືອກເອົາຮອງປະທານ 5  ທ່ານ  ຕາງໜ້າຈາກພາກພື້ນ ແລະ ເລືອກຕັ້ງເລຂາທິການຂອງສະພາສັນຕິພາບໂລກຕື່ມອີກ ສຳລັບຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຍັງສືບຕໍ່ໄດ້ຮັບການເລືອກຕັັ້ງໃຫ້ເປັນຄະນະກຳມະການຂອງສະພາສັນຕິພາບໂລກ (Executive Committee).

#  ຂ່າວ – ພາບ : ຂັນທະວີ

error: Content is protected !!