ພໍມາຮອດລະດູເກັບກ່ຽວໃນນາກໍເຕັມໄປດ້ວຍຮວງເຂົ້າ ເພື່ອຕອບສະໜອງຄວາມຫວັງຂອງພະນັກງານລາວທີ່ບໍ່ຢາກໃຫ້ແກ່ຍາວເວລາຂອງຊາວນາໃນການເອົາເຂົ້າຂຶ້ນເລົ້າໂດຍປະຕິບັດ “ແຜນການບ້ານສວນພະນັກງານ” ທີ່ໃຫ້ພະນັກງານຖືວ່າໂຮງງານຄືກັບເຮືອນຂອງຕົນ ກັງວົນໃນສິ່ງທີ່ພະນັກງານກັງວົນ ຄິດໃນສິ່ງທີ່ພະນັກງານຄິດ ຍົກລະດັບຄວາມຮັບຜິດຊອບ ແລະ ຄວາມສຸກຂອງພະນັກງານທັງໝົດ ກ່ອນລະດູການເກັບກ່ຽວມາເຖິງ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ວາງແຜນການຊ່ວຍເຫຼືອເກັບກ່ຽວທີ່ສົມບູນແບບ ໄດ້ຈັດຊື້ເຄື່ອງກົນຈັກກະສິກໍາທີ່ທັນສະໄໝຫຼາຍຄັນ ເພື່ອບໍລິການເກັບກ່ຽວ ແລະ ຈັດສົ່ງເຖິງທີ່ໃຫ້ແກ່ພະນັກງານບໍລິສັດ ແລະ ປະຊາຊົນທີ່ຢູ່ເຂດອ້ອມຂ້າງໂຮງງານໂດຍບໍ່ເສຍຄ່າໃຊ້ຈ່າຍ ເພື່ອໃຫ້ພະນັກງານລາວທຸກຄົນ ແລະ ປະຊາຊົນເຂດອ້ອມຂ້າງທີ່ຕ້ອງການຄວາມຊ່ວຍເຫຼືອ ຕ່າງກໍຮູ້ສຶກໄດ້ເຖິງຄວາມຫວ່ງໄຍຂອງບໍລິສັດ ໄດ້ຊົມໃຊ້ຜົນປະໂຫຍດທີ່ແທ້ຈິງ ເອົາພຶດຕິກໍາຕົວຈິງເປັນການຕອບຮັບຕໍ່ຂໍ້ລິເລີ່ມເປັນ “ຄູ່ຮ່ວມຊະຕາກໍາຈີນ-ລາວ” ເອົາການບໍລິການທີ່ມີປະສິດທິຜົນສູງມາເພີ່ມຜົນເກັບກ່ຽວຈາກການຜະລິດທີ່ອຸດົມສົມບູນຂອງທ້ອງຖິ່ນ.

ປັດຈຸບັນພະນັກງານທີ່ເຂົ້າຮ່ວມວຽກງານການຜະລິດ ແລະ ກໍ່ສ້າງຂອງບໍລິສັດ ຊີໂນ-ອາກຣີໂປຕາສ ຈໍາກັດ ມີປະມານ 8.000 ຄົນ ໃນນັ້ນມີພະນັກງານລາວ 5.000 ກວ່າຄົນ ເຊິ່ງກວມອັດຕາສ່ວນຫຼາຍກວ່າ 60% ເຂົາເຈົ້າເປັນກໍາລັງແຮງ ເປັນກະດູກສັນຫຼັງທີ່ຂາດບໍ່ໄດ້ສໍາລັບການຜະລິດ ແລະ ການກໍ່ສ້າງທີ່ໝັ້ນຄົງຂອງໂຮງງານທຸກຄັ້ງທີ່ເຖິງລະດູການເກັບກ່ຽວເຂົ້າຂອງຄອບຄົວ ແລະ ການຜະລິດຂອງບໍລິສັດ ລ້ວນແຕ່ເປັນວຽກງານໃຫຍ່ ແລະ ສໍາຄັນສໍາລັບພະນັກງານລາວທຸກຄົນ ເພື່ອແກ້ໄຂຄວາມກັງວົນຂອງພະນັກງານ ເພື່ອໃຫ້ພະນັກງານຮູ້ສຶກເຖິງຄວາມຫວ່ງໃຍຂອງບໍລິສັດຢ່າງແທ້ຈິງ ຫຼຸດຜ່ອນພາລະດ້ານແຮງງານທີ່ໜັກໜ່ວງ ແລະ ດ້ານເສດຖະກິດຂອງພະນັກງານ ແລະ ຄອບຄົວ ນັບແຕ່ປີ 2021 ເປັນຕົ້ນມາ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ເລີ່ມປະຕິບັດແຜນການຊ່ວຍເຫຼືອເກັບກ່ຽວເຂົ້າ ໄດ້ຈັດຊື້ເຄື່ອງກົນຈັກກະສິກຳທັນສະໄໝ ໃຫ້ບໍລິການເກັບກ່ຽວເຂົ້າ ແລະ ຂົນສົ່ງໃຫ້ແກ່ພະນັກງານ ແລະ ປະຊາຊົນຢູ່ບ້ານອ້ອມຂ້າງໂດຍບໍ່ເສຍຄ່າໃຊ້ຈ່າຍ ຮັບປະກັນໃຫ້ສະບຽງອາຫານທັງໝົດໄດ້ຖືກເກັບກ່ຽວ ແລະ ສົ່ງຂຶ້ນເລົ້າໄດ້ທັນເວລາເອົາພຶດຕິກໍາຕົວຈິງ ມາປະກັນວ່າພະນັກງານລາວຍັງເຮັດວຽກຕໍ່ໃນໂຮງງານດ້ວຍຄວາມສະບາຍໃຈ ເຊິ່ງໄດ້ປະກອບສ່ວນເຮັດໃຫ້ລະບົບການຜະລິດດໍາເນີນໄປຢ່າງໝັ້ນທ່ຽງ.

ໃນປີນີ້ເພື່ອຍົກສູງປະສິດທິຜົນຂອງການເກັບກ່ຽວເຂົ້າໃຫ້ດີຍິ່ງຂຶ້ນ ແລະ ຂະຫຍາຍຂອບເຂດການຊ່ວຍເຫຼືອ ບໍລິສັດໄດ້ເພີ່ມການລົງທຶນດ້ານເຄື່ອງກົນຈັກ ເພີ່ມລົດເກັບກ່ຽວ ແລະ ລົດຂົນສົ່ງຂະໜາດໃຫຍ່ທີ່ທັນສະໄໝ ໂດຍໄດ້ບໍລິການເກັບກ່ຽວ ແລະ ການຂົນສົ່ງຢ່າງຄົບຂະບວນການ ໄດ້ທະລຸການສົ່ງສະບຽງອາຫານຈາກທົ່ງນາໄປເຖິງເຮືອນທີ່ຖືວ່າເປັນ “ໜຶ່ງກິໂລແມັດສຸດທ້າຍ” ເຊິ່ງເປັນການຍົກລະດັບເກັບກ່ຽວເຂົ້າດ້ວຍເຄື່ອງກົນຈັກພາຍໃນທ້ອງຖິ່ນຂຶ້ນສູ່ລະດັບແນ່ນອນໜຶ່ງ ໃຫ້ປະຊາຊົນອ້ອມຂ້າງຮູ້ສຶກໄດ້ລ່ວງໜ້າເຖິງຜົນປະໂຫຍດທີ່ແທ້ຈິງຂອງການຫັນກະສິກຳໄປສູ່ທັນສະໄໝ ອີກດ້ານໜຶ່ງໄດ້ລົງເລິກການສຳຫຼວດພາກສະໜາມ ອີງຕາມແນວພັນ ແລະ ການສຸກງອມຂອງເຂົ້າ ເພື່ອແບ່ງເຂດແບ່ງຕອນກຳນົດແຜນການເກັບກ່ຽວຍາດແຍ່ງເວລາເກັບກ່ຽວທີ່ມີຄ່າໃຫ້ມີປະສິດທິຜົນສູງ ຍົກສູງຄຸນນະພາບການເກັບກ່ຽວ ເລັ່ງຄວາມຄືບໜ້າຂອງການເກັບກ່ຽວ ຮັບປະກັນໃຫ້ເຂົ້າທຸກເມັດໄດ້ຂຶ້ນເລົ້າ.

ອີງຕາມສະຖິຕິການດໍາເນີນງານຊ່ວຍເຫຼືອເກັບກ່ຽວເຂົ້າປີນີ້ໃຊ້ເວລາ 40 ກວ່າມື້ ກວມເອົາບັນດາບ້ານເຂດອ້ອມຂ້າງເກືອບ 30 ບ້ານ ໄລຍະທາງເກືອບ 1.000 ກິໂລແມັດ ເນື້ອທີ່ເກັບກ່ຽວເຂົ້າໄດ້ 76 ເຮັກຕາ ເກັບກ່ຽວເຂົ້າເປືອກໄດ້ 154 ໂຕນ ເຊິ່ງປະຢັດຄ່າໃຊ້ຈ່າຍໃນການເກັບກ່ຽວໃຫ້ແກ່ປະຊາຊົນໃນທ້ອງຖິ່ນໄດ້ຫຼາຍຮ້ອຍລ້ານກີບ.
ໃນໄລຍະເກັບກ່ຽວສິ່ງທີ່ປະທັບໃຈ ແລະ ລືມບໍ່ໄດ້ແມ່ນສະພາບທີ່ພະນັກງານຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ຄອບຄົວພະນັກງານ ນາຍບ້ານ ຜູ້ຕາງໜ້າຫ້ອງການປ້ອງກັນຄວາມສະຫງົບທ້ອງຖິ່ນທີ່ໄດ້ສະແດງອອກດ້ວຍຄໍາເວົ້າທີ່ຮຽບງ່າຍ ແລະ ການໂອບກອດຂອບໃຈຢ່າງຈິງໃຈຂອງເຂົາເຈົ້າ.
ທ້າວ ອັອດ ພະນັກງານລາວ ໄດ້ກ່າວເຖິງຄວາມຮູ້ສຶກໃນໃຈຂອງທຸກຄົນວ່າ:ບໍລິສັດປະຕິບັດກັບພະນັກງານ ເໝືອນສະມາຊິກໃນຄອບຄົວດຽວ ແລະ ໃຊ້ພຶດຕິກໍາຕົວຈິງ ເພື່ອຊ່ວຍເຫຼືອຊີວິດການເປັນຢູ່ຂອງພວກເຮົາ ໃນການເຮັດວຽກຂອງພວກເຮົາ ແລະ ບໍລິສັດ ໄດ້ຮ່ວມລົມຫາຍໃຈນໍາກັນ ມີຊະຕາກໍາດຽວກັນ ມີຄວາມກົມກຽວຢ່າງບໍ່ຂາດ ແລະ ໄດ້ກາຍເປັນ “ຄູ່ຮ່ວມຊະຕາກໍາ” ແຕ່ກ່ອນຄອບຄົວຂອງພວກເຮົາກ່ຽວເຂົ້າດ້ວຍມື ເຮັດວຽກໜັກບໍ່ວ່າ ຍັງເສຍເວລາໃນການເຮັດວຽກຫາເງິນອີກ ເຊິ່ງນັບຕັ້ງແຕ່ໄດ້ເຂົ້າເຮັດວຽກຢູ່ ຊີໂນ-ອາກຣີ ໂປຕາສ ມານີ້ ຂ້າພະເຈົ້າກໍບໍ່ເປັນຫ່ວງເລື່ອງກ່ຽວເຂົ້າແລ້ວ ແລະ ສາມາດເຮັດວຽກດ້ວຍຄວາມສະບາຍໃຈ.
ທ່ານ ວົງ ຈັນທະລາ ນາຍບ້ານບ້ານດົງໃຕ້ ໄດ້ກ່າວດ້ວຍຄວາມພູມໃຈວ່າ:ເນື້ອທີ່ປູກເຂົ້າຂອງແຕ່ລະຄອບຄົວແມ່ນກວ້າງຂວາງ ໃຊ້ເວລາໃນການເກັບກ່ຽວ 7-8 ວັນຈຶ່ງສໍາເລັດ ຊີໂນ-ອາກຣີ ໂປຕາສ ໄດ້ມາຊ່ວຍພວກເຮົາ ເກັບກ່ຽວເຂົ້າໂດຍບໍ່ເສຍຄ່າ ແລະ ໃຊ້ເວລາພຽງແຕ່ມື້ດຽວກໍສໍາເລັດ ປະຢັດເວລາ ແລະ ແຮງງານ ວ່ອງໄວ ແລະ ມີປະສິດທິພາບ ຂ້າພະເຈົ້າຂໍຂອບໃຈທີ່ສຸດ”.

ພ້ອມກັນນີ້ ທ່ານຫົວໜ້າຫ້ອງການຕຳຫຼວດບ້ານດົງໃຕ້ ໄດ້ກ່າວວ່າ: ຊີໂນ-ອາກຣີ ໂປຕາສ ໄດ້ປັກຫຼັກ ຕັ້ງຖານຢູ່ນີ້ມາໄດ້ຫຼາຍປີແລ້ວ ມີການພົວພັນດີກັບບ້ານທີ່ຢູ່ອ້ອມຂ້າງ ແລະ ເປັນທີ່ຮູ້ຈັກຂອງຊາວບ້ານດີ ນີ້ແມ່ນບໍລິສັດໃຫຍ່ທີ່ເຮັດແທ້ທໍາຈິງ ເອົາໃຈໃສ່ພະນັກງານ ຮັບໃຊ້ປະຊາຊົນຢ່າງແທ້ຈິງ ໄດ້ສະແດງຄວາມຂອບໃຈເຊິ່ງເໜືອກວ່າຄໍາບັນຍາຍ.
ແຜນການຊ່ວຍເຫຼືອການເກັບກ່ຽວຂອງປີນີ້ ໄດ້ສຳເລັດຢ່າງຈົບງາມ ພະນັກງານລາວທັງໝົດຂອງບໍລິສັດໄດ້ ຊື່ນຊົມກັບຜົນການເກັບກ່ຽວ ສິ່ງຕອບແທນທີ່ເຂົາເຈົ້າໄດ້ມາແມ່ນການເຮັດວຽກຢູ່ໃນໂຮງງານດ້ວຍຄວາມສະບາຍໃຈ ລະບົບການຜະລິດໃນໂຮງງານກໍດໍາເນີນໄປຢ່າງໝັ້ນທ່ຽງ ພ້ອມນັ້ນກໍໄດ້ສ້າງຜົນປະໂຫຍດແກ່ປະຊາຊົນບ້ານອ້ອມຂ້າງ ຫຼຸດຜ່ອນຄວາມໜັກໜ່ວງຂອງແຮງງານໃນການເກັບກ່ຽວເຂົ້າ ລົບລ້າງຕົ້ນທຶນການເກັບກ່ຽວ ຍົກສູງປະສິດທິພາບການເກັບກ່ຽວ ສະທ້ອນໃຫ້ເຫັນຢ່າງເຕັມສ່ວນເຖິງຄວາມຮັບຜິດຊອບຕໍ່ສັງຄົມ ແລະ ຄວາມຫ່ວງໄຍຕໍ່ປະຊາຊົນຂອງບໍລິສັດ.
“ເຄົາລົບນັບຖື ປະສານກົມກຽວ ປະຕິບັດຕົວຈິງ ແລະ ພ້ອມກັນຊະນະ”ແມ່ນວັດທະນະທໍາວິສາຫະກິດ ຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ “ຄວາມຮັບຜິດຊອບ ສັດຈະທໍາ ສູ້ຊົນ ການປະດິດສ້າງ ແລະ ຄວາມອົດທົນ” ແມ່ນຄ່ານິຍົມຫຼັກຂອງບໍລິສັດ ຜ່ານການຈັດຕັ້ງປະຕິບັດແຜນການຊ່ວຍເຫຼືອເກັບກ່ຽວເຂົ້າແຕ່ລະປີ ການສ້ອມແປງພື້ນຖານໂຄງລ່າງ ການຊ່ວຍກໍ່ສ້າງໂຮງຮຽນ ການບໍລິຈາກຝຸ່ນໂປຕາສ ແລະ ການເຄື່ອນໄຫວສັງຄົມດ້ານອື່ນໆໄດ້ສະແດງໃຫ້ເຫັນວ່າ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ເປັນວິສາຫະກິດທີ່ມີຄວາມຮັບຜິດຊອບ ແລະ ຮັບແບກພາລະກິດ ຄຽງຄູ່ກັບການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ພະນັກງານ ແລະ ປະຊາຊົນບ້ານອ້ອມຂ້າງ ຍັງໄດ້ເພີ່ມຄວາມຜາສຸກ ແລະ ຄວາມເປັນເຈົ້າຂອງໃຫ້ແກ່ເຂົາເຈົ້າ ການກໍ່ສ້າງກ້ອນກໍາລັງພະນັກງານທີ່ສາມັກຄີກົມກຽວ ແລະ ໝັ້ນທ່ຽງຍັງເປັນການຮັບປະກັນທີ່ແຂງແຮງໃຫ້ແກ່ວຽກງານການຜະລິດ ແລະ ການກໍ່ສ້າງຂອງບໍລິສັດບັນລຸສະຖານະການທີ່ທຸກຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງ ພະນັກງານ ແລະ ຄອບຄົວ ວິສາຫະກິດ ແລະ ສັງຄົມ.