ສກລ ຫວນຄືນມູນເຊື້ອ 2 ວັນປະຫວັດສາດສໍາຄັນ

   ສະຫະພັນສູນກາງກຳມະບານລາວ (ສກລ) ຈັດປາຖະກະຖາເລົ່າມູນເຊື້ອ 2 ວັນປະຫວັດສາດຂອງຊາດຄື: ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ (2 ທັນວາ 1975-2 ທັນວາ 2022) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ (13 ທັນວາ 1920 -13 ທັນວາ 2022) ໂດຍການປາຖະກະຖາຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ມີທ່ານ ນາງ ອາລີ ວົງໜໍ່ບຸນທຳ  ປະທານ ສກລ ພ້ອມດ້ວຍທ່ານ ຮອງປະທານ ສກລ ບັນດາປະທານ ຮອງປະທານ ພ້ອມດ້ວຍສະມາຊິກກຳມະບານອ້ອມຂ້າງສູນກາງ ນະຄອນຫຼວງວຽງຈັນ ຈຳນວນ 37 ພາກສ່ວນເຂົ້າຮ່ວມ.

    ໂອກາດນີ້ ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ເນັ້ນເຖິງຄວາມໝາຍຄວາມສໍາຄັນຂອງ 2 ວັນສໍາຄັນດັ່ງກ່າວ ເພື່ອສຶກສາອົບຮົມແນວຄິດສະມາຊິກພັກ-ພະນັກງານ ກໍຄືສະມາຊິກກຳມະບານທີ່ເຂົ້າຮ່ວມ ໄດ້ຮັບຮູ້ ເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບວັນປະຫວັດສາດ ແລະ ຄວາມເປັນມາຂອງຊາດລາວເຮົາ ໂດຍທ່ານໄດ້ຍົກໃຫ້ເຫັນຄວາມເອກອ້າງທະນົງໃຈຕໍ່ຜົນສໍາເລັດໜາກຜົນຂອງການປະຕິວັດລາວໃນມູນເຊື້ອອັນສະຫງ່າອົງອາດກ້າຫານແຫ່ງການຕໍ່ສູ້ຂອງບັນພະບູລຸດ ແລະ ປະຊາຊົນບັນດາເຜົ່າ ພາຍໃຕ້ການນໍາພາ-ຊີ້ນໍາ ອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ໄດ້ສາມັກຄີການຕໍ່ສູ້ຢ່າງພິລະອາດຫານ ຕ້ານການຮຸກຮານຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ປະກາດສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ເປັນວັນແຫ່ງໄຊຊະນະອັນຍິ່ງໃຫ່ຍໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ ເປັນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະລະພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ.

    ໂອກາດດຽວກັນ ທ່ານໄດ້ເລົ່າເຖິງປະຫວັດຫຍໍ້ ຜົນງານ ແລະ ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາອັນເປັນທີ່ເຄົາລົບຮັກຂອງປວງຊົນລາວບັນດາເຜົ່າ ຜູ້ເປັນວິລະບຸລຸດ ເປັນຜູ້ນໍາຂອງພັກ-ລັດ ທີ່ມີຄວາມສາມາດສະຫຼາດສ່ອງໃສ ເປັນນັກທິດສະດີ ເປັນນັກປຸກລະດົມຂົນຂວາຍ ເປັນແບບຢ່າງອັນໃສແຈ້ງ ເປັນແກ່ນສານຂອງຄວາມສາມັກຄີພາຍໃນພັກ ແລະ ຊາດ ເປັນການຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດ ແບບແຜນດໍາລົງຊີວິດຕົວຈິງ ແລະ ອຸດົມຄະຕິປະຕິວັດເປັນການສຶກສາອົບຮົມໃຫ້ສະມາຊິກພັກ-ພະນັກງານທຸກສະຫາຍ ໄດ້ເສີມຂະຫຍາຍມູນເຊື້ອຕໍ່ສູ້ອັນອົງອາດກ້າຫານ ແລະ ມູນເຊື້ອສາມັກຄີພາຍໃນຊາດ ພາຍໃຕ້ການນໍາພາຂອງປະຊາຊົນປະຕິວັດ ໃນການເພີ່ມທະວີຄວາມຮັບຜິດຊອບ ແລະ ເປັນເຈົ້າການຖັນແຖວ ເປັນນັກເຄື່ອນໄຫວສາກົນຜູ້ດີເດັ່ນ ແລະ ເປັນແບບຢ່າງປະຕິບັດແນວທາງຕ່າງປະເທດຢ່າງຖືກຕ້ອງ ເຮັດໃຫ້ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີບົດບາດໃນເວທີສາກົນ ເພື່ອນໍາພາປະເທດຊາດກ້າວຂື້ນສູ່ສັງຄົມນິຍົມເທື່ອລະກ້າວ.

error: Content is protected !!