ສປປ ລາວ ໜຶ່ງໃນປະເທດສະມາຊິກຂອງແຜນງານຮ່ວມມືທາງດ້ານເສດຖະກິດອະນຸພາກພື້ນແມ່ນໍ້າຂອງ (GMS) ມີໂອກາດທີ່ຈະໃຊ້ປະໂຫຍດຈາກສະຖານະພາກພື້ນຂອງຕົນ ເພື່ອຊຸກຍູ້ການເຕີບໂຕຂອງເສດຖະກິດ ແລະ ເພີ່ມທະວີຄວາມພ້ອມຮັບກັບຜົນກະທົບຢ່າງກະທັນຫັນຈາກພາຍນອກ

ຜົນປະໂຫຍດຂອງການເຊື່ອມໂຍງທາງດ້ານເສດຖະກິດໃນພາກພື້ນ ສະແດງໃຫ້ເຫັນເຖິງວິທີການທີ່ ສປປ ລາວ ສາມາດໝູນໃຊ້ສະຖານະພາກພື້ນຂອງຕົນ ເພື່ອຊຸກຍູ້ການຄ້າ ເພີ່ມທະວີການຜະລິດກະສິກຳ ແລະ ໝູນໃຊ້ກຳລັງຂອງບັນດາຕົວເມືອງຂອງຕົນ ເພື່ອສົ່ງເສີມການເຕີບໂຕຢ່າງທົ່ວເຖິງ ແລະ ສະເໝີພາບ ບົດລາຍງານສະບັບໃໝ່ຂອງທະນາຄານພັດທະນາອາຊີ (ADB) ໄດ້ໃຫ້ລາຍລະອຽດວ່າ ການປັບປຸງຄວາມສາມາດໃນການແຂ່ງຂັນເປັນປະຊາຄົມ ແລະ ການເຊື່ອມໂຍງ ສາມາດຊ່ອຍຊຸກຍູ້ເຮັດໃຫ້ລາຍຮັບ ແລະ ມາດຕະຖານການດຳລົງຊີວິດຂອງປະຊາຊົນຂອງປະເທດຄ່ອຍໆຫຍັບເຂົ້າສູ່ລະດັບດຽວກັບປະເທດສະມາຊິກອື່ນໆຂອງແຜນງານຮ່ວມມືທາງດ້ານເສດຖະກິດ ພ້ອມນີ້ ໃນບົດລາຍງານຍັງແລກປ່ຽນຄຳຄິດເຫັນກ່ຽວກັບຄວາມສາມາດບົ່ມຊ້ອນຂອງ ສປປ ລາວ ໃນການຍົກລະດັບສະຖານະຂອງຕົນໃນຕ່ອງໂສ້ມູນຄ່າຫັນເປັນອຸດສາຫະກຳຂອງຕົນໃຫ້ມີຄວາມຫຼາກຫຼາຍ ແລະ ນຳໃຊ້ຜົນປະໂຫຍດຢ່າງເຕັມທີ່ຈາກການຮ່ວມມືໃນພາກພື້ນ ເພື່ອບັນລຸເປົ້າ ໝາຍການພັດທະນາຂອງຕົນ.
ທ່ານ ນາງ ໂຊໂນມິ ທະນາກະ ຫົວໜ້າສຳນັກງານ ADB ປະຈຳ ສປປ ລາວ ກ່າວວ່າ “ສປປ ລາວ ມີທີ່ຕັ້ງຢູ່ຈຸດໃຈກາງທາງຍຸດທະສາດຂອງ GMS. ນີ້ເປັນໂອກາດທີ່ຈະໝູນໃຊ້ປະໂຫຍດຈາກການຮ່ວມມືໃນພາກພື້ນ ເພື່ອເພີ່ມຄວາມກ້າວໜ້າຂອງການພັດທະນາໃຫ້ໄດ້ຫຼາຍຍິ່ງຂຶ້ນ ADB ເປັນໜຶ່ງໃນຄູ່ຮ່ວມມືທີ່ສຳຄັນທີ່ໃຫ້ການສະໜັບສະໜູນແກ່ການປະສານງານທາງດ້ານນະໂຍບາຍການພັດທະນາໃນອະນຸພາກພື້ນ ໃນນັ້ນ ລວມມີການກຳນົດແຜນງານຈຸດສຸມເປົ້າໝາຍໃນທາງປະຕິບັດ ເພື່ອແນໃສ່ສົ່ງເສີມການຮ່ວມມືໃນພາກພື້ນ”.
ໃນບົດລາຍງານຜົນການສຶກສາຂອງ ADB ລະບຸວ່າ ສູນລວມການຄ້າໃນປັດຈຸບັນຂອງ ສປປ ລາວ ຊີ້ໃຫ້ເຫັນວ່າ ອາດມີທ່າແຮງຍັງບໍ່ທັນໄດ້ຂຸດຄົ້ນ ສໍາລັບການຂະຫຍາຍໄປສູ່ຜະລິດຕະພັນທີ່ມີຄວາມຫຼາກຫຼາຍຍິ່ງຂຶ້ນ ເຊິ່ງມີການຊື້ຂາຍກັບບັນດາຄູ່ຄ້າໃນພາກພື້ນ ແລະ ທົ່ວໂລກ ຫົນທາງໜຶ່ງທີ່ມີທ່າແຮງໃນການສ້າງຄວາມຫຼາກຫຼາຍທາງດ້ານເສດຖະກິດໃນຕໍ່ໜ້າ ແມ່ນຜ່ານການພັດທະນາຄວາມສາມາດດ້ານການຜະລິດ ແລະ ຄວາມສາມາດດ້ານການສົ່ງອອກ ໂດຍຜ່ານການຮ່ວມມືໃນພາກພື້ນທີ່ຫຼາກຫຼາຍ.
ການຄ້າຂ້າມຊາຍແດນ ການເຊື່ອມຈອດ ແລະ ຕົວເມືອງ ແມ່ນປັດໄຈສຳຄັນ ເພື່ອຊຸກຍູ້ການຫັນປ່ຽນດ້ານໂຄງສ້າງ ແລະ ຍົກສູງມາດຕະຖານຊີວິດການເປັນຢູ່ ສຳລັບ ສປປ ລາວ ການເຊື່ອມຈອດ ລະຫວ່າງການຂະຫຍາຍຕົວເມືອງ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດແມ່ນຍັງອ່ອນນ້ອຍ ເຖິງວ່າການຫັນເປັນຕົວເມືອງໄດ້ດຳເນີນໄປຢ່າງວ່ອງໄວ ແຕ່ຕົວເມືອງຂອງປະເທດຍັງມີຂະໜາດນ້ອຍ ເຊິ່ງຕົວເມືອງສ່ວນໃຫຍ່ມີຜູ້ຢູ່ອາໄສບໍ່ຮອດ 300.000 ຄົນ ແລະ ເສັ້ນທາງໃໝ່ໄດ້ເພີ່ມທະວີການເຊື່ອມຈອດ ລະຫວ່າງ ຕົວເມືອງກັບຕົວເມືອງ ແລະ ກັບແລວທາງເສດຖະກິດ ໄດ້ຊຸກຍູ້ທ່າແຮງໃຫ້ແກ່ການເຕີບໂຕທາງດ້ານເສດຖະກິດ.
ອີກດ້ານໜຶ່ງ ດ້ານນະໂຍບາຍໃໝ່ກໍຕ້ອງວາງແຜນເພື່ອປົດລັອກທ່າແຮງດ້ານນີ້ ພ້ອມທັງສະໜອງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການລົງທຶນໃໝ່ ພາກເອກະຊົນຈະຕ້ອງລົງທຶນໃສ່ຄວາມສາມາດອັນໃໝ່ເພື່ອຜະລິດສິນຄ້າ ແລະ ການບໍລິການທີ່ຊັບຊ້ອນກວ່າ ໃນຂະນະທີ່ບັນດາຕົວເມືອງຈະຕ້ອງກາຍເປັນສູນກາງໃຫ້ແກ່ການແບ່ງປັນຊັບພະຍາກອນ ແລະ ຊຸກຍູ້ການປະດິດສ້າງໃໝ່ ຕ້ອງມີບາດກ້າວເດີນໄປຂ້າງໜ້າ ອີກທັງມີການສົນທະນາປຶກສາຫາລື ລະຫວ່າງ ພາກລັດ ກັບພາກເອກະຊົນທີ່ເຂັ້ມແຂງ ສາມາດນໍາມາໃຊ້ລະບຸບັນຫາ ແລະ ທາງອອກຮ່ວມກັນ ເພື່ອເປັນການປັບປຸງປະສິດທິຜົນການໄຫຼວຽນຂອງສິນຄ້າ ແລະ ຄົນໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້ ເພື່ອແນໃສ່ເຮັດໃຫ້ວິໄສທັດຂອງປະເທດ ເພື່ອກາຍເປັນສູນກາງໂລຈິສຕິກໜຶ່ງໃນພາກພື້ນໃຫ້ປະກົດຜົນເປັນຈິງ.
# ຂ່າວ – ພາບ : ລັດເວລາ