ຮ່ວມໃຈກັນປະຕິບັດມາດຕະການພື້ນຖານ ເພື່ອປ້ອງກັນພະຍາດໂຄວິດ-19

    ປັດຈຸບັນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວຍັງບໍ່ທັນເປັນສູນ ເຊິ່ງສະແດງອອກໃນວັນທີ 10 ທັນວາ 2022 ຍັງມີຜູ້ຕິດເຊື້ອໃໝ່ສູງເຖິງ 46 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ (ນວ) ມີຜູ້ຕິດເຊື້ອ 9 ຄົນ ອຸດົມໄຊ 13 ຄົນ ຈຳປາສັກ 8 ຄົນ ສະຫວັນນະເຂດ 7 ຄົນ ວຽງຈັນ 3 ຄົນ ຊຽງຂວາງ 3 ຄົນ ຄຳມ່ວນ 2 ຄົນ ແລະ ແຂວງເຊກອງ 1 ຄົນ.

    ສະນັ້ນ ການປະຕິບັດມາດຕະການພື້ນຖານຂອງການປ້ອງກັນພະຍາດໂຄວິດ-19 ຍັງຈຳເປັນທີ່ສຸດ ໃນການໃຊ້ຊີວິດປະຈຳວັນໃຫ້ມີຄວາມປອດໄພຈາກພະຍາດດັ່ງກ່າວ ເປັນຕົ້ນ ໃສ່ຜ້າປິດປາກ-ດັງ ທັງພາຍໃນ ແລະ ນອກອາຄານເວລາຢູ່ໃກ້ກັບຄົນອື່ນ ຮັກສາໄລຍະຫ່າງ ຫຼີກລ່ຽງບ່ອນທີ່ມີຄົນຫຼາຍ ໂດຍສະເພະ ການເຂົ້າຮ່ວມງານຕ່າງໆມີໂອກາດທີ່ກໍລະນີຕິດເຊື້ອໂຄວິດ-19 ຈະເພີ່ມຂຶ້ນ ລ້າງມືດ້ວຍສະບູ ຫຼື ເຈວລ້າງມື ແລະ ໄປສັກວັກຊີນປ້ອງກັນພະຍາດໂຄວິດ-19 ເຂັມກະຕຸ້ນ ເພາະວ່າ ພະຍາດໂຄວິດ-19 ຍັງບໍ່ໝົດຈາກສັງຄົມ ສະນັ້ນ ຮຽກຮ້ອງມາທຸກຄົນໃນສັງຄົມ ຈົ່ງຮ່ວມໃຈກັນຕ້ານ ແລະ ສະກັດກັ້ນບໍ່ໃຫ້ມີການລະບາດໜັກໃນຮອບໃໝ່ ພ້ອມກັນໄປສັກວັກຊີນປ້ອງກັນພະຍາດໂຄວິດ-19 ແລະ ວັກຊີນເຂັມກະຕຸ້ນ ສາມາດໄປສັກບໍ່ໄດ້ເສຍຄ່າທີ່ໂຮງໝໍໃກ້ບ້ານທ່ານ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!