ລົດໄຟ ລາວ-ຈີນ ຍຶດຖືຄວາມປອດໄພເປັນສໍາຄັນ 1 ປີຜ່ານມາ ຂົນສົ່ງຜູ້ໂດຍສານໄດ້ 1.300.000 ກວ່າຄົນ

     ບໍລິສັດ ທາງລົດໄຟ ລາວ-ຈີນ ຍຶດຖືເອົາຄວາມປອດໄພໃນການເດີນທາງຂອງປະຊາຊົນເປັນບັນຫາສໍາຄັນ ເນັ້ນກວດກາ ບໍາລຸງຮັກສາພື້ນຖານໂຄງລ່າງ ສ້າງລະບົບປ້ອງກັນຄວາມປອດໄພ ກົນໄກການເຮັດວຽກຮັບມືກັບເຫດການສຸກເສີນ ຖືເອົາການສ້າງເສັ້ນທາງຂົນສົ່ງສາກົນເປັນໜ້າທີ່ຫຼັກ ແລະ ຍຶດໝັ້ນເອົາການຊ່ວຍ ເຫຼືອການພັດທະນາເສດຖະກິດ-ສັງຄົມຂອງລາວເປັນຄໍາແນະນໍາ.

    ຂໍ້ມູນຈາກບໍລິສັດ ທາງລົດໄຟ ລາວ-ຈີນ ແຈ້ງໃຫ້ຊາບເມື່ອບໍ່ດົນມານີ້ວ່າ: ບໍລິສັດ ທາງລົດໄຟ ລາວ-ຈີນ ໄດ້ຍຶດຖືເອົາຄວາມປອດໄພໃນການເດີນທາງຂອງປະຊາຊົນເປັນສໍາຄັນ ເນັ້ນໜັກການກວດກາ ບໍາລຸງຮັກສາພື້ນຖານໂຄງລ່າງ ສ້າງລະບົບປ້ອງກັນຄວາມປອດໄພນອກເສັ້ນທາງ ປັບປຸງກົນໄກເຮັດວຽກຮັບມືສຸກເສີນ ເພື່ອຮັບປະກັນຄວາມປອດໄພໃນການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ໄລຍະ 1 ປີຜ່ານມາ ເສັ້ນທາງລົດໄຟ ລາວ-ຈີນ ສາມາດຂົນສົ່ງຜູ້ໂດຍສານໄດ້ 1.369.0000 ຄົນ.

    ນອກນີ້ ບໍລິສັດ ທາງລົດໄຟ ລາວ-ຈີນ ຍັງໄດ້ຍຶດໝັ້ນເອົາການສ້າງເສັ້ນທາງຂົນສົ່ງສາກົນເປັນໜ້າທີ່ຫຼັກ ສະຖານີຂົນສົ່ງສິນຄ້າໄດ້ຮັບການນໍາໃຊ້ທັງໝົດ (8 ສະຖານີ) ລານຄ່ຽນຖ່າຍສິນຄ້າສະຖານີນະຄອນຫຼວງວຽງຈັນໃຕ້ ໄດ້ກໍ່ສ້າງສໍາເລັດ ແລະ ນໍາໃຊ້ສາຍດ່ວນແມ່ນໍ້າລ້ານຊ້າງ-ແມນໍ້າຂອງມີຊື່ສຽງໃນສາກົນ ຂົນສົ່ງສິນຄ້າໄດ້ 1.995.500 ໂຕນ ຂົນສົ່ງສິນຄ້າຂ້າມແດນຫຼາຍກວ່າ 1.570.000 ໂຕນ ພ້ອມນີ້ ຍັງໄດ້ຍຶດໝັ້ນເອົາການຊ່ວຍເຫຼືອການພັດທະນາເສດຖະກິດ-ສັງຄົມຂອງລາວເປັນຄໍາແນະນໍາ ປັບປຸງການຈັດວາງການຄ້າຂາຍໃນສະຖານີ ແລະ ເທິງລົດ ສ້າງບຸຄະລາກອນດີເດັ່ນດ້ານທາງລົດໄຟກັບທີ່ໃຫ້ໄດ້ຈໍານວນຫຼາຍ ຊຸກຍູ້ການພັດທະນາອຸດສາຫະກໍາລຽບຕາມແລວທາງ ສ້າງວຽກເຮັດງານທໍາໃຫ້ປະຊາຊົນໄດ້ 100.000 ກວ່າຄົນ.

# ຂ່າວ – ພາບ : ສະບາໄພ

error: Content is protected !!