ປະກາດເມືອງໄຊຍະບູລີ ເປັນເມືອງຢຸດຕິການຖ່າຍຊະຊາຍ

     ພິທີປະກາດ ເມືອງໄຊຍະບູລີ ແຂວງໄຊຍະບູລີ ເປັນເມືອງຢຸດຕິການຖ່າຍຊະຊາຍ ແລະ 10 ບ້ານ ເປັນບ້ານພັດທະນາດ້ານແຮງງານ ແລະ ສະຫັວດດີການສັງຄົມຂອງເມືອງ ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການປົກຄອງເມືອງດັ່ງກ່າວ ໂດຍເປັນປະທານຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ມີທ່ານ ບຸນແທນ ທີແກ້ວ ເລຂາພັກ ເຈົ້າເມືອງໄຊຍະບູລີ ພ້ອມດ້ວຍບັນດາຫ້ອງການກ່ຽວຂ້ອງ ແລະ ນາຍບ້ານເຂົ້າຮ່ວມ.

    ໃນພິທີ ທ່ານ ນາງ ພິລາວັນ ອົງແກ້ວ ຮອງເຈົ້າເມືອງໄຊຍະບູລີ ທັງເປັນຫົວໜ້າຄະນະຮັບຜິດຊອບການສ້າງບ້ານ ເມືອງ ຢຸດຕິການຖ່າຍຊະຊາຍຂັ້ນເມືອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານສ້າງບ້ານ ເມືອງຢຸດຕິການຖ່າຍຊະຊາຍ ຕິດພັນກັບສ້າງຊຸມຊົນເປັນເຈົ້າດ້ານສຸຂະອະນາໄມ (ຊຈສ) ເຊິ່ງເມືອງໄຊຍະບູລີ ມີເນື້ອທີ່ທັງໝົດ 3.087 ຕາຕະລາງກິໂລແມັດ ປະກອບມີ 78 ບ້ານ ມີປະຊາກອນ 82.414 ຄົນ ຍິງ 40.638 ຄົນ ມີ 15.665 ຄອບຄົວ ຜ່ານການຊີ້ນໍາໆພາຂອງຄະນະພັກ-ອົງການປົກຄອງເມືອງໄຊຍະບູລີແຕ່ລະໄລຍະມາຮອດປັດຈຸບັນ ເຮັດໃຫ້ເມືອງໄຊຍະບູລີໄດ້ປະກາດຮັບຮອງບັນດານາມມະຍົດຕ່າງໆຫຼາຍນາມມະຍົດ ເຊັ່ນ: ເມືອງຢຸດຕິການຖາງປ່າເຮັດໄຮ່ແບບເລື່ອນລອຍ ເມືອງຈົບຊັ້ນປະຖົມ ເມືອງຈົບຊັ້ນມັດທະຍົມຕອນຕົ້ນ ເມືອງ 3 ດີຂອງສະຫະພັນແມ່ຍິງ ເມືອງ 5 ເປັນເຈົ້າຂອງສະຫະພັນກໍາມະບານ ເມືອງສາມັກຄີປອງດອງ ແລະ ອື່ນໆ.

    ສະນັ້ນ ເມືອງໄຊຍະບູລີຈຶ່ງໄດ້ປະກາດນາມມະຍົດເປັນເມືອງຢຸດຕິການຖ່າຍຊະຊາຍ ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຜ່ານມາ ເຫັນວ່າແຕ່ລະບ້ານແມ່ນໄດ້ມີຄວາມເອົາໃຈໃສ່ຢ່າງຕັ້ງໜ້າ ເຮັດໃຫ້ແຕ່ລະບ້ານໃນທົ່ວເມືອງໄດ້ຖືກປະກາດຮັບຮອງເປັນບ້ານຢຸດຕິການຖ່າຍຊະຊາຍ ໃນທົ່ວເມືອງມີ 78 ບ້ານ ເຊິ່ງໄດ້ສ້າງ ແລະ ໄດ້ປະກາດເລີ່ມມາແຕ່ປີ 2019 ມີ 20 ບ້ານ ປີ 2020 ມີ 20 ບ້ານ ປີ 2021 ມີ 18 ບ້ານ ແລະ 2022 ມີ 20 ບ້ານ ຖືວ່າໄດ້ປະກາດເປັນບ້ານຢຸດຕິການຖ່າຍຊະຊາຍຄົບ 78 ບ້ານ ປັດຈຸບັນ ທົ່ວເມືອງມີໂຮງໜໍນ້ອຍ 10 ແຫ່ງ ມີອາສາສະໝັກສາທາລະນະສຸກບ້ານ (ອສບ) 233 ຄົນ ມີບ້ານສາທາລະນະສຸກແບບຢ່າງ 78 ບ້ານ ເທົ່າກັບ 100% ບ້ານຊົມໃຊ້ນໍ້າປະປາ 28 ບ້ານ ນໍ້າລິນ 45 ແຫ່ງ ນໍ້າບາດານ 838 ບໍ່ ນໍ້າສ້າງ 3.521 ສ້າງ ມີຄົນຊົມໃຊ້ນໍ້າສະອາດທັງໝົດ 80.622 ຄົນ ອັດຕາການຊົມໃຊ້ນໍ້າສະອາດເທົ່າກັບ 98,45% ແລະ ມີອັດຕາການຊົມໃຊ້ວິດຖ່າຍມີ 15.665 ຄອບຄົວ ເທົ່າກັບ 100% ພ້ອມນີ້ ໃນພິທີຍັງໄດ້ມອບໃບຢັ້ງຢືນເມືອງຢຸດຕິການຖ່າຍຊະຊາຍ ໃບຢັ້ງຢືນບ້ານພັດທະນາແຮງງານ ແລະ ສະຫວັດດີການ-ສັງ ຄົມ ໃຫ້ 10 ບ້ານພັດທະນາດ້ານດັ່ງຕື່ມອີກ.

error: Content is protected !!