ຂໍໄຟສັກສິດ ຈາກວັດສັນຕິພາບ ໃຫ້ແກ່ງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI

    ຄະນະພັກ ອົງການປົກຄອງທຸກຂັ້ນ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າທົ່ວແຂວງຊຽງຂວາງ ໄດ້ຈັດພິທີຂໍໄຟສັກສິດ ໃນຕອນເຊົ້າຂອງວັນທີ 12 ທັນວາ 2022 ຈາກວັດສັນຕິພາບ ໂພນສະຫວັນ ເມືອງແປກເ ເຂວງຊຽງຂວາງ ໃຫ້ແກ່ງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI (ຊຽງຂວາງເກມ 2022) ທີ່ຈະຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 13-22 ທັນວາ 2022 ນີ້ ເຊິ່ງຈະໄດ້ແຫ່ແລ່ນທວນໄຟດັ່ງກ່າວ ອອກຈາກວັດ ເຂົ້າສະໜາມກີລາໄຫຫີນ ບ້ານຄັງໜອງຫຼວງ ເມືອງແປກ ແຂວງຊຽງຂວາງ ໃຫ້ກຽດເຂົ້າຮ່ວມ ມີທ່ານ ພຸດ ສີມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ບຸນຈັນ ສີວົງພັນ ເຈົ້າເເຂວງຊຽງຂວາງ ມີການນໍາກະຊວງສຶກສາທິການ ແລະ ກີລາ ການນໍາທີ່ມາຈາກແຂວງຕ່າງໆໃນທົ່ວປະເທດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ກົງທະນູ ອຸ່ນສະຫວັນ ເຈົ້າເມືອງແປກ ລາຍງານໃຫ້ຮູ້ວ່າ: ທວນໄຟສັກສິດ ຈະກາຍເປັນສັນຍະລັກແຫ່ງຄວາມສາມັກຄີ-ມິດຕະພາບ ແລະ ຄວາມເປັນຈິດໜຶ່ງໃຈດຽວຂອງຄະນະນຳນັກກີລາທີ່ມາຈາກບັນດາແຂວງໃນທົ່ວປະເທດ ພ້ອມກັນສ້າງໃຫ້ໄດ້ນັກກີລາທີ່ດີເດັ່ນໃນວົງການກີລາລາວ ແລະ ເຮັດໃຫ້ການແຂ່ງຂັນໃນຄັ້ງນີ້ບັນລຸຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

    ສໍາລັບວັດສັນຕິພາບ ໂພນສະຫວັນ ເປັນສະຖານທີ່ສັກສິດ ເປັນປູສະນິຍະສະຖານ ມໍລະດົກວັດທະນາທຳອັນລ້ຳຄ່າ ເປັນສູນລວມນໍ້າໃຈຂອງຊາວຊຽງຂວາງບັນດາເຜົ່າ ໂດຍສະເພາະ ຂອງຊາວເມືອງແປກມາແຕ່ບູຮານນະການ.

# ຂ່າວ – ພາບ : ສີພອນ

error: Content is protected !!