ຮ່ວມມືການຮັບຊຳລະຄ່າຮັບຊົມເຄື່ອງຮັບສັນຍານໂທລະພາບ Laosat HD ຜ່ານແອັບເທີງມືຖື M-Money

    ພິທີເຊັນສັນຍາຮ່ວມມືລະຫວ່າງ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈໍາກັດ ແລະ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ວ່າດ້ວຍການຮັບຊຳລະຄ່າຮັບຊົມເຄື່ອງຮັບສັນຍານໂທລະພາບ Laosat HD ຜ່ານແອັບເທີງມືຖື M-Money ວັນທີ 9 ທັນວາ 2022 ທີ່ສະຖານີພາກພື້ນດິນດາວທຽມລາວ ຕາງໜ້າລົງນາມຂອງທ່ານ ອູ ຟາງ ເຈຍ ຜູ້ອໍານວຍການໃຫ່ຍ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈໍາກັດ ແລະ ທ່ານ ອາລຸນນະເດດ ບານຈິດ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ມີຄະນະຜູ້ບໍລິຫານ ແລະ ພະນັກງານຄະນະພະແນກ ຄະນະສູນ ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

    ດາວທຽມລາວດວງທຳອິດ (LAOSAT-1) ທີ່ໄດ້ຖືກສົ່ງຂຶ້ນສູ່ວົງໂຄຈອນ ໃນວັນທີ 11 ພະຈິກ2015 ຫຼັງຈາາກນັ້ນ ບໍລິສັດ ດາວທຽມລາວ ເອເຊຍ-ປາຊິຟິກ ຈໍາກັດ ກໍໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 25 ກຸມພາ 2016 ເພື່ອບໍລິຫານດາວທຽມ ແລະ ດຳເນີນທຸລະກິດໃນ 3 ບໍລິການໃຫຍ່ ຄື  ບໍລິການສື່ສານຜ່ານດາວທຽມ ບໍລິການໂທລະພາບຜ່ານດາວທຽມ ແລະ ບໍລິການອິນເຕີເນັດຄວາມໄວສູງ.

    ສັນຍານໂທລະພາບຜ່ານດາວທຽມລາວ ແມ່ນກວມເອົາພື້ນທີ່ທົ່ວ ສປປ ລາວ ແລະ ບັນດາປະເທດອ້ອມຂ້າງ ມາຮອດປັດຈຸບັນ ບໍລິສັດມີລູກຄ້າທີ່ນຳໃຊ້ກ່ອງຮັບສັນຍານໂທລະພາບແບບ Laosat HD ແລ້ວເກືອບ 4  ແສນກວ່າລາຍໃນຂອບເຂດທົ່ວປະເທດ ແລະ ໄດ້ພັດທະນາຊ່ອງທາງການຊຳລະຄ່າຮັບຊົມໂທລະພາບຂື້ນຫຼາຍຊ່ອງທາງ ເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຄ້າ.

    ສັນຍາຮ່ວມມື ວ່າດ້ວຍການຮັບຊຳລະຄ່າຮັບຊົມເຄື່ອງຮັບສັນຍານໂທລະພາບ Laosat HD ຜ່ານແອັບເທີງມືຖື M-Money ລະຫວ່າງ ບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ແລະ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ໃນຄັ້ງນີ້ ແມ່ນເພື່ອອຳນວຍຄວາມສະດວກສະບາຍໃຫ້ລູກຄ້າທີ່ນຳໃຊ້ເຄື່ອງຮັບສັນຍານໂທລະພາບ Laosat HD ຂອງບໍລິສັດດາວທຽມລາວ ໃນການຊຳລະຄ່າຮັບຊົມ ຜ່ານແອັບ M-Money.

# ພາບ – ຂ່າວ : ດາວທຽມລາວ

error: Content is protected !!