ໄຟຟ້າ ຫົງສາ ຈັດກິດຈະກໍາ “ ຕື່ມອີ່ມ ປັນອຸ່ນ ” ປີທີ 3

    ວັນທີ 9 ທັນວາ 2022 ສະມາຄົນອາສາສະໝັກເພື່ອບໍາເພັນປະໂຫຍດ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຮ່ວມກັບຄະນະການນໍາເມືອງຫົງສາ ໄດ້ຈັດກິດຈະກໍາ “ຕື່ມອີ່ມ ປັນອຸ່ນ ປີທີ່ 3 “ ທີ່ໂຮງຮຽນບ້ານພູດອກໄມ້ ເມືອງຫົງສາ ແຂວງໄຊຍະບູລີ ໂດຍໄດ້ຈັດກິດຈະກໍາດັ່ງກ່າວເປັນປະຈໍາທຸກປີ ແລະ ໃນປີນີ້ ນັບເປັນປີທີ່ 3 ເຊິ່ງໂຮງຮຽນບ້ານພູດອກໄມ້ ເປັນໂຮງຮຽນຂະໜາດນ້ອຍ ຕັ້ງຢູ່ຫ່າງຈາກຕົວເມືອງ ໂດຍເປັນໂຮງຮຽນທີ່ສອນໃນລະດັບຊັ້ນອະນຸບານ ແລະ ຊັ້ນປະຖົມສຶກສາ ມີນັກຮຽນທັງໝົດ 131 ຄົນ ແລະ ມີຄູສອນ 7 ຄົນ.

    ສໍາລັບກິດຈະກໍາ “ຕື່ມອີ່ມ ປັນອຸ່ນ ປີທີ່ 3 “ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ສະໜັບສະໜູນງົບປະມານ ແລະ ແຮງງານ ເພື່ອບໍາເພັນປະໂຫຍດໃຫ້ກັບໂຮງຮຽນດັ່ງກ່າວໃນຫຼາຍດ້ານ ເຊັ່ນ: ສ້າງຫ້ອງນໍ້າ 2 ຫ້ອງ ສ້າງເຄື່ອງຫຼິ້ນໃຫ້ເດັກນ້ອຍນັກຮຽນ ແລະ ມອບສິ່ງຂອງທີ່ຈໍາເປັນໃຫ້ກັບນ້ອງ ເຊັ່ນ: ຊຸດນັກຮຽນ ອຸປະກອນກິລາ ເຄື່ອງນຸ່ງຫົ່ມ ແລະ ມຸ້ງເປັນຕົ້ນ ນອກຈາກນີ້ ໄດ້ມີການປູກຕົ້ນໄມ້ ແລະ ປຸງແຕ່ງອາຫານໃຫ້ກັບນ້ອງນັກນັກຮຽນ ໂດຍງົບປະມານທັງໝົດໃນການຈັດກິດຈະກໍາເພື່ອບໍາເພັນປະໂຫຍດໃນຄັ້ງນີ້ ມູນຄ່າ 10.000.000 ກີບ ເຊິ່ງເປັນການສະໜັບສະໜູນງົບປະມານຫຼັກຈາກ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ແລະ ນອກຈາກນີ້ ຍັງໄດ້ມອບເຄື່ອງຂອງຕ່າງໆຈາກພະນັກງານ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ແລະ ພະນັກງານຂອງບໍລິສັດຜູ້ຮັບເໝົາພາຍໃນໂຄງການອີກດ້ວຍ.

    ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຫວັງເປັນຢ່າງຍິ່ງວ່າ ກິດຈະກໍາເພື່ອບໍາເພັນປະໂຫຍດໃຫ້ກັບນັກຮຽນໂຮງຮຽນບ້ານພູດອກໄມ້ໃນຄັ້ງນີ້ ຈະຊ່ວຍສົ່ງເສີມສັກກະຍະພາບການຮຽນຮູ້ຂອງນ້ອງນັກຮຽນໃຫ້ດີຍິ່ງຂຶ້ນໄປ ເພື່ອເປັນກໍາລັງໃຈສໍາຄັນໃນການພັດທະນາປະເທດຊາດຕໍ່ໄປໃນອະນາຄົດ.

# ພາບ-ຂ່າວ: ໄຟຟ້າຫົງສາ

error: Content is protected !!