ແລກປ່ຽນບົດຮຽນວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ 6 ປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

    ກະຊວງພາຍໃນແຫ່ງ ສປປ ລາວ ຈັດກອງປະຊຸມສໍາມະນາແລກປ່ຽນບົດຮຽນວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ລະຫວ່າງ 6 ປະເທດລຸ່ມແມ່ນໍ້າຂອງ ໃນວັນທີ 12 ທັນວາ 2022 ທີ່ໂຮງແຮມພູນແມນຫຼວງພະບາງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເປັນປະທານຂອງທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ມີຜູ້ເຂົ້າຮ່ວມຈາກ 6 ປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປະກອບມີ ລາຊະອານາຈັກກໍາປູເຈຍ ສປ ຈີນ ສະຫະພາບມຽນມາ ລາຊະອານາຈັກໄທ ສສ ຫວຽດນາມ ກອງເລຂາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ມີບັນດາຫົວໜ້າກົມ-ຮອງຫົວໜ້າກົມຂອງກະຊວງພາຍໃນ ບັນດາກະຊວງທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງພົນລະເມືອງ ບັນດາຫົວໜ້າພະແນກ-ຮອງຫົວໜ້າພະແນກພາຍໃນແຂວງ ບັນດາຫົວໜ້າ-ຮອງຫົວໜ້າຫ້ອງການພາຍໃນເມືອງ ໃນຂອບເຂດທົ່ວປະເທດ ແລະ ພະນັກງານກ່ຽວຂ້ອງ.

    ທ່ານ ທອງຈັນ ມະນີໄຊ ໄດ້ກ່າວໄຂກອງປະຊຸມບາງຕອນວ່າ  ກອງປະຊຸມຄັ້ງນີ້ ເປັນການສໍາມະນາແລກປ່ຽນບົດຮຽນວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງລະຫວ່າງ 6 ປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ສ້າງໂອກາດໃຫ້ບັນດາກົມ ພະແນກພາຍໃນແຂວງ ຫ້ອງການພາຍໃນເມືອງ ແລະ ວິຊາການຂອງລາວທັງສູນກາງ ແລະ ທ້ອງຖິ່ນ ໄດ້ຖອດຖອນບົດຮຽນກ່ຽວກັບວຽກງານການຈົດທະບຽນ ແລະ ການເກັບກໍາສະຖິຕິພົນລະເມືອງ ເພື່ອນໍາເອົາບົດຮຽນໄປຈັດຕັ້ງຜັນຂະຫຍາຍປັບປຸງໃນວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນໃຫ້ໄດ້ມາດຕະຖານສາກົນ ແລະ ທັນສະໄໝ ສາມາດຮັບປະກັນໄດ້ຂໍ້ມູນທີ່ມີຄຸນນະພາບ ສະໜອງ ແລະ ນໍາໃຊ້ເຂົ້າໃນການວາງແຜນພັດທະນາເສດຖະກິດ-ສັງຄົມຢ່າງມີປະສິດທິພາບ.

    ສຳລັບຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ສ້າງຕັ້ງຂຶ້ນໃນ 2016 ປະກອບມີປະເທດສະມາຊິກ 6 ປະເທດ ເພື່ອສືບຕໍ່ຮັກສາສັນຕິພາບ ແລະ ສະຖຽນລະພາບ ພັດທະນາການເປັນປະເທດເພື່ອນບ້ານທີ່ດີ ດໍາເນີນການຮ່ວມມືຢ່າງເປັນຮູບປະທໍາ ແລະ ສົ່ງເສີມການພັດທະນາແບບຍືນຍົງໃຫ້ມີຜົນປະໂຫຍດຮ່ວມກັນ ແລະ ສ່ອງແສງໃຫ້ເຫັນຄວາມມຸ່ງມາດປາດຖະນາຂອງບັນດາປະເທດໃນອະນຸພາກພື້ນ ໂດຍມີກົນໄກການຮ່ວມມືໃນ 3 ເສົາຄໍ້າຄື  ການເມືອງ-ຄວາມໝັ້ນຄົງ ການພັດທະນາເສດຖະກິດ ສັງຄົມ-ວັດທະນະທໍາ ແລະ ການໄປມາຫາສູ່ຂອງປະຊາຊົນໃນພາກພື້ນແມ່ນໍ້າຂອງ.

    ການຈັດກອງປະຊຸມຄັ້ງນີ້ ໄດ້ຮັບທຶນສະໜັບສະໜູນຈາກລັດຖະບານ ສປ ຈີນ ພາຍໃຕ້ກອງທຶນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນປີ 2017 ເຊິ່ງການຈັດກອງປະຊຸມຄັ້ງນີ້ ແມ່ນກິດຈະກໍາທີ 3 ສໍາລັບປີ 2022 ທີ່ກະຊວງພາຍໃນ ສປປ ລາວໄດ້ເປັນເຈົ້າພາບ.

.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!