ເຈົ້າພາບ ສະເໝີ ແຂວງເຊກອງ ແບ່ງທີມລະ 1 ຄະແນນ ບານເຕະຊາຍ ໃນຊຽງຂວາງ ເກມ

    ການແຂ່ງຂັນບານເຕະ ຊາຍ ສາຍ ຂ ວັນທີ 11 ທັນວາ 2022 ຢູ່ສະໜາມກີລາໄຊຊະນະ ແຂວງຊຽງຂວາງ ເຈົ້າພາບ ສະເໝີ ແຂວງເຊກອງ 0-0 ປະຕູ ແບ່ງກັນທີມລະ 1 ຄະແນນ ແລະ ຫຼັງຈາກລົງແຂ່ງຂັນ 2 ນັດ ທັງສອງທີມມີ 4 ຄະແນນເທົ່າກັນ ຂະນະທີ່ອີກຄູ່ໃນສາຍດຽວກັນ ກະຊວງສາທາລະນະສຸກ ຊະນະ ແຂວງບໍ່ແກ້ວ 3-2 ປະຕູ ມີ 3 ຄະແນນ ສ່ວນແຂວງບໍ່ແກ້ວ ຍັງບໍ່ມີຄະແນນ.

    ຜົນການແຂ່ງຂັນໃນສາຍ ກ ທີ່ແຂ່ງຂັນໃນວັນດຽວກັນ ຢູ່ສະໜາມກີລາໄຫຫີນ ນະຄອນຫຼວງວຽງຈັນ ຖະຫຼົ່ມ ກະຊວງປ້ອງກັນປະເທດ 4-0 ປະຕູ ແລະ ໄຊຍະບູລີ ສະເໝີ ໄຊສົມບູນ 2-2 ປະຕູ.

    ສໍາລັບການແຂ່ງຂັນເຕະບານ ຮອບແບ່ງກຸ່ມ ໃນວັນທີ 12 ທັນວາ 2022 ມີ 4 ຄູ່ ຄື:

  • ສາຍ ງ
  •  ຫຼວງພະບາງ ພົບ ສາລະວັນ ເວລາ 13:30 ໂມງ
  • ແຂວງສະຫວັນນະເຂດ ພົບ ແຂວງຫົວພັນ ເວລາ 15:45 ໂມງ ຢູ່ສະໜາມກີລາໄຊຊະນະ
  • ສາຍ ຄ
  • ແຂວງຈໍາປາສັກ ພົບ ແຂວງຄໍາມ່ວນ ເວລາ 13:30 ໂມງ
  • ແຂວງບໍລິຄໍາໄຊ ພົບ ແຂວງອັດຕະປື ເວລາ 15:45 ໂມງ ຢູ່ສະໜາມກີລາໄຫຫີນ

    ຈຶ່ງເຊີນຊວນບັນດາທ່ານ ແລະ ກອງເຊຍບານແຕ່ລະທີມ ໄປຊົມ ເຊຍ ເພື່ອເປັນກຳລັງໃຈ ແລະ ສຳຜັດກັບບັນຍາກາດສົດໆການແຂ່ງຂັນຕົວຈິງໄດ້ດ້ວຍຕົນເອງ ໂດຍບໍ່ໄດ້ເສຍຄ່າເຂົ້າຊົມ.

# ຂ່າວ – ພາບ : ສະບາໄພ

error: Content is protected !!