ທີມນັກກີລາເຕະບານຊາຍ ນະຄອນຫຼວງວຽງຈັນ ລົງສະໜາມນັດທີ 3 ໃນວັນທີ 11 ທັນວາ ທີ່ສະໜາມໄຫຫີນ ເອົາຊະນະກອງທັບ 4-0 ເກັບມາໄດ້ 3 ຄະແນນ ຂຶ້ນເປັນອັນດັບ 2 ຂອງກຸ່ມ ໃນການແຂ່ງຂັນກີລາບານເຕະ ງານມະຫະກຳກີລາແຫ່ງຊາດຄັ້ງທີ XI ຊຽງຂວາງເກມ.

ສຳລັບຜົນງານຂອງທີມນັກກີລາເຕະບານນະຄອນຫຼວງວຽງຈັນ ລົງສະໜາມນັດທຳອິດເອົາຊະນະ ໄຊສົມບູນ 1-0 ເກັບໄດ້ 3 ຄະແນນ ແຕ່ມາພາດທ່າໃຫ້ທີມແຂວງວຽງຈັນ ເສຍ 1-2 ປະຕູ ແລະ ນັດທີ 3 ຖືວ່ານັດນີ້ເປັນນັດທີ່ສຳຄັນ ຖ້າຫາກເສຍແມ່ນໄດ້ກັບບ້ານແນ່ນອນ ແຕ່ດໍເປັນທີ່ຫຼາຍໆຄົນຄິດໄວ້ ນັ້ນກໍຄື ເອົາຊະນະກອງທັບ 4-0.

ສະຫຼຸບຄະແນນ ກຸ່ມ ກ ແຂວງວຽງຈັນ ຂຶ້ນເປັນອັນດັບ 1 ມີ 9 ຄະແນນ ອັນດັບ 2 ນະຄອນຫຼວງວຽງຈັນ ມີ 6 ຄະແນນ ອັນດັບ 3 ໄຊສົມບູນ ແລະ ກອງທັນ ມີ 3 ຄະແນນ ເທົ່າກັນ ສ່ວນອັນດັບ 4 ເປັນຂອງໄຊຍະບູລີ ທີ່ຍັງບໍ່ສາມາດເກັບໄດ້ຈັກຄະແນນ.



ການແຂ່ງຂັນຂອງກຸ່ມນີ້ ຈະລົງສະໜາມໃນນັດສຸດທ້າຍ ກອງທັບ ຈະພົບກັບ ແຂວງວຽງຈັນ ເວລາ 13:00 ໂມງ ນະຄອນລວງວຽງຈັນ ຈະພົບກັບ ໄຊຍະບູລີ ເວລາ 15:15 ໂມງ ຂອງວັນທີ 14 ທັນວາ 2022 ທີ່ສະໜາມກິລາໄຊຊະນະ ນັບແຕ່ເວລາ 13:00 ສ່ວນທີມທີ່ຈະເຂົ້າຮອບຫຼາຍໆຄົນກໍຄົງຄິດໄວ້ໃນໃຈ ແຕ່ກໍຕ້ອງຕິດຕາມເບິ່ງຈະເກີດສິ່ງທີ່ບໍ່ຄາດຄິດເກີດຂຶ້ນອີກ ຫຼື ບໍ່ ໃນນັດສຸດທ້າຍ.