ໂຈ້ ພົມພັກດີ ນັກກີລາປັນຈັກສີລັດ ນະຄອນ ຫຼວງວຽງຈັນ ຍາດໄດ້ 1 ຫຼຽນຄຳ ໃນຮຸ່ນນ້ຳໜັກ 45 ກີໂລຍິງ ໂດຍເອົາຊະນະນັກກີລາຈາກ ກະຊວງປ້ອງກັນປະເທດ ຈຸບແຈງ ພົມມະລາດ ໃນຮອບຊີງ ໃນງານກີລາແຫ່ງຊາດຄັ້ງທີ XI ຊຽງຂວາງເກມ 2022.

ໂຈ້ ໃຫ້ສຳພາດວ່າ: ການແຂ່ງຂັນໃນຮອບຊີງ ຕົນເອງໄດ້ເຮັດເຕັມທີ່ ແລະ ຜົນທີ່ອອກມາກໍຕາມຄາດສາມາກຍາດໄດ້ຫຼຽນຄຳມາຄອງ.

ໂຈ້ ໄດ້ກ່າວຕື່ມວ່າ: ການແຂ່ງຂັນຄັ້ງນີ້ ຖືວ່າເປັນອີກຜົນຳເລັດທີ່ຈະເຮັດໃຫ້ຕົນເອງສືບຕໍພັດທະນາ ເພື່ອສາມາດເຂົ້າຮ່ວມແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ.

ຢ່າງໃດກໍຕາມ ຂໍຂອບໃຈມານຍັງທີມງານຄູເຝິກ ທີ່ໄດ້ເອົາໃຈໃສ່ໃນການເຝິກຊ້ອມຢ່າງເຕັມທີ່ ແລະ ຂໍຂອບໃຈພໍ່ແມ່ພີ່ນ້ອງທີ່ໄດ້ສະໜັບສະໜູນ ກໍຄື ຊາວນະຄອນຫຼວງວຽງຈັນ ທີ່ໄດ້ສົ່ງກຳລັງໃຈເຊຍນັກກີລາພວກເຮົາ ຈົນສາມາດຍາດຫຼຽນຄຳມາຄອງ.