ຈະລາຈອນເມືອງຈັນທະບູລີ ສຸມໃສ່ຈັດລະບຽບການສັນຈອນ ເພື່ອຫຼຸດຜ່ອນການເກີດອຸບັດເຫດ

ເມືອງ​ຈັນ­ທະ​ບູ​ລີ ເປັນ​ເມືອງ​ໜຶ່ງ​ທີ່​ຕັ້ງ​ຢູ່​ໃຈ​ກາງ­ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ອີງ­ໃສ່​ສະ­ພາບ​ແວດ​ລ້ອມ​ໃນ​ປັດ­ຈຸ­ບັນ​ເຫັນ​ວ່າ​ມີ​ຄວາມ​ສັບ­ສົນ​ຫຼາຍ​ພໍ​ສົມ­ຄວນ ໂດຍ​ສະ­ເພາະ​ແມ່ນ​ສະ­ພາບ​ການ​ສັນ­ຈອນ​ໄປ-ມາ​ໃນ​ຊົ່ວ­ໂມງ​ເລັ່ງ​ດ່ວນ ບາງ​ເສັ້ນ­ທາງ​ແມ່ນ​ມີ​ຄວາມ​ແອ​ອັດ ອັ່ງ​ອໍ ການ​ໄປ-ມາ ບໍ່​ສະ­ດວກ​ສະ­ບາຍ ເຊັ່ນ: ຢູ່​ຕາມ​ເຂດ​ຊຸມ​ຊົນ ຕະ­ຫຼາດ ໂຮງ­ຮຽນ ແລະ ສຳ­ນັກ­ງານ-ອົງ­ການ​ຕ່າງໆ ຕໍ່​ກັບ​ບັນ­ຫາ​ດັ່ງ­ກ່າວ​ນີ້ ທາງ​ເຈົ້າ​ໜ້າ­ທີ່​ຈະ­ລາ­ຈອນ​ເມືອງ​ຈັນ­ທະ​ບູ​ລີ ບໍ່​ໄດ້​ນິ້ງ​ນອນ​ໃຈ ໄດ້​ຈັດ​ກຳ­ລັງ​ພົນ​ເຂົ້າ​ປະ­ຈຳ​ຕາມ​ຈຸດ ຕາມ​ປ້ອມ 3 ແຍກ 4 ແຍກ ທີ່​ເຫັນ​ວ່າ​ມີ​ຄວາມ​ແອ​ອັດ​ສັບ­ສົນ​ຢູ່​ຫຼາຍ​ຈຸດ ເພື່ອ​ລະ­ບາຍ​ການ​ສັນ­ຈອນ​ໃຫ້​ພໍ​ແມ່​ປະ­ຊາ­ຊົນ ຜູ້​ທີ່​ໃຊ້​ລົດ-ໃຊ້​ຖະ­ໜົນ​ມີ​ຄວາມ​ສະ­ດວກ​ສະ­ບາຍ ແລະ ຫຼຸດ­ຜ່ອນ​ບັນ­ຫາ​ການ​ເກີດ​ອຸ­ບັດ­ເຫດ.

ພັນ​ໂທ ຫົງ​ຄຳ ລັດ​ຖະ​ຟ້າ​ສະ­ຫວ່າງ ຫົວ­ໜ້າ​ກອງ­ຮ້ອຍ​ຈະ­ລາ­ຈອນ​ເມືອງ​ຈັນ­ທະ​ບູ​ລີ ໃຫ້​ຮູ້​ວ່າ: ພາຍ­ຫຼັງ​ທີ່​ລັດ­ຖະ­ບານ​ໄດ້​ມີ​ການ​ຜ່ອນ­ຜັນ​ມາດ​ຕະ­ການ​ປ້ອງ​ກັນ ການ​ແຜ່​ລະ­ບາດ​ພະ­ຍາດ​ໂຄ​ວິດ-19 ໂດຍ​ອະ­ນຸ­ຍາດ​ໃຫ້​ມີ​ການ​ສັນ­ຈອນ​ໄປ-ມາ​ຕາມ​ສະ­ຖານ­ທີ່​ຕ່າງໆ​ພາຍ​ໃນ​ແຂວງ​ຕົນ​ເອງ ໃນ​ຕົ້ນ​ເດືອນ​ພຶດ­ສະ­ພາ 2020 ຜ່ານ​ມາ ສະ­ພາບ​ການ​ສັນ­ຈອນ​ຢູ່​ເມືອງ​ຈັນ­ທະ​ບູ​ລີ ແມ່ນ​ໄດ້​ເພີ່ມ​ຂຶ້ນ​ເກືອບ​ເທົ່າ​ຕົວ ຖື​ວ່າ​ມີ​ຄວາມ​ສັບ­ສົນ​ພໍ​ສົມ­ຄວນ​ຕໍ່​ບັນ­ຫາ​ດັ່ງ­ກ່າວ​ນີ້ ກອງ­ຮ້ອຍ​ຈະ­ລາ­ຈອນ​ເມືອງ​ຂອງ​ພວກ​ເຮົາ ໄດ້​ມີ​ການ​ຄາດ​ການ ແລະ ວາງ​ແຜນ­ການ​ມາ​ກ່ອນ​ໜ້າ​ນັ້ນ­ແລ້ວ ແລະ ໄດ້​ມີ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໃນ​ການ​ຈັດ​ກຳ­ລັງ​ລົງ​ປະ­ຈຳ­ການ​ຢູ່ 10 ປ້ອມ ຕາມ​ຈຸດ 3 ແຍກ ແລະ 4 ແຍກ​ທີ່​ເຫັນ​ວ່າ​ມີ​ຄວາມ​ແອ​ອັດ ແລະ ສັບ­ສົນ​ໃນ​ເວ­ລາ​ໂມງ​ເລັ່ງ​ດ່ວນ ນອກ­ຈາກ​ນັ້ນ ຍັງ​ໄດ້​ວາງ​ກຳ­ລັງ​ຕື່ມ​ອີກ​ປະ­ມານ 10 ກວ່າ​ຈຸດ ທີ່​ເຫັນ​ວ່າ­ການ​ສັນ­ຈອນ​ມີ​ຄວາມ​ສັບ­ສົນ ທັງ​ນີ້​ກໍ​ເພື່ອ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່​ຜູ້​ໃຊ້​ລົດ-ໃຊ້​ຖະ­ໜົນ ການ​ນຳ​ພັກ-ລັດ ພໍ່​ແມ່​ປະ­ຊາ­ຊົນ ທະ­ຫານ-ຕຳ­ຫຼວດ​ໄປ-ມາ​ສະ­ດວກ ແລະ ວ່ອງ­ໄວ ກໍ​ຄື ໃນ​ຕອນ​ເຊົ້າ​ໂມງ​ເຂົ້າ​ການ ເລີ່ມ​ແຕ່​ເວ­ລາ 7 ໂມງ ຫາ 8 ໂມງ ແລະ ຫຼັງ​ເລີກ​ວຽກ ເວ­ລາ 16 ໂມງ ຫາ 17 ໂມງ​ແລງ ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ ທີ່​ຜ່ານ​ມາ​ເຫັນ​ວ່າ­ການ​ສັນ­ຈອນ​ມີ​ຄວາມ​ສະ­ດວກ​ດີ​ພໍ​ສົມ­ຄວນ.

ຕໍ່​ສະ­ພາບ​ການ​ດັ່ງ­ກ່າວ ກອງ­ຮ້ອຍ​ຈະ­ລາ­ຈອນ​ເມືອງ​ຈັນ­ທະ​ບູ​ລີ ຈະ​ສຸມ​ໃສ່​ວຽກ​ງານ​ໂຄ­ສະ­ນາ ຫຼຸດ­ຜ່ອນ​ການ​ເກີດ​ອຸ­ບັດ­ເຫດ ວຽກ​ງານ​ການ​ຈັດ​ສັນ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຕາມ​ເສັ້ນ­ທາງ ວຽກ​ງານ​ລະ­ບາຍ​ການ​ສັນ­ຈອນ ເພື່ອ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່​ພໍ່​ແມ່​ປະ­ຊາ­ຊົນ​ໃນ​ຊົ່ວ­ໂມງ​ເລັ່ງ​ດ່ວນ ປະ­ຈຳ​ຈຸດ​ຄອຍ​ເຫດ​ຕະ­ຫຼອດ 24 ຊົ່ວ­ໂມງ ເພື່ອ​ແກ້​ໄຂ​ບັນ­ຫາ​ການ​ເກີດ​ອຸ­ບັດ­ເຫດ ແລະ ສຸມ​ໃສ່​ວຽກ​ງານ​ກວດ­ກາ​ການ​ບັງ­ຄັບ​ໃຊ້ ກົດ­ໝາຍ​ທີ່­ຢູ່​ໃນ​ໂຄງ­ການ​ຫຼຸດ­ຜ່ອນ​ອຸ­ບັດ­ເຫດ.

ໃນ​ໂອ­ກາດ​ນີ້ ພັນ​ໂທ ຫົງ​ຄຳ ລັດ​ຖະ​ຟ້າ​ສະ­ຫວ່າງ ຍັງ​ຮຽກ­ຮ້ອງ​ເຖິງ​ບັນ­ດາ​ຜູ້​ທີ່​ໃຊ້​ລົດ-ໃຊ້​ຖະ­ໜົນ ຈົ່ງ​ປະ­ຕິ­ບັດ​ກົດ​ລະ­ບຽບ​ຈະ­ລາ­ຈອນ​ທາງ­ບົກ​ຢ່າງ​ເຂັ້ມ​ງວດ ເພື່ອ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຂອງ​ຕົວ​ເມືອງ ຫຼຸດ­ຜ່ອນ​ບັນ­ຫາ​ການ​ເກີດ​ອຸ­ບັດ­ເຫດ​ທີ່​ຈະ​ພາ­ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ທາງ​ດ້ານ​ຊັບ​ສີນ ຮັບ​ບາດ­ເຈັບ ພິ­ການ ແລະ ເສຍ​ຊີ­ວິດ.

error: Content is protected !!