ໂຈ້ ພົມພັກດີ ແລະ ວັນນິສາ ວົງດາລາ ນັກກີລາປັນຈັກສີລັດຍິງ ນະຄອນຫຼວງວຽງຈັນ ໃນຮຸ່ນນ້ຳໜັກ 45 ກີໂລ ແລະ 51 ກີໂລ ຜ່ານເຂົ້າຊີງຫຼຽນຄຳ ໃນການແຂ່ງຂັນປັດຈັກສີລັດ ໃນງານກີລາແຫ່ງຊາດຄັ້ງທີ XI ຊຽງຂວາງເກມ.


ການແຂ່ງຂັນຮອບຊີງຈະມີຂຶ້ນໃນຕອນເຊົ້າຂອງວັນທີ 11 ທັນວາ 2022 ທີ່ເດີ່ນກີລາໃນຫົ່ມ ໂຮງຮຽນທະຍົມສົມບູນພອນສະຫວັນ ເມືອງແປກ ແຂວງຊຽງຂວາງ ເຊິ່ງ ໂຈ້ ພົມພັກດີ ຈະຊີງກັບ ຈຸບແຈງ ພົມມະລາດ ຈາກກະວງປ້ອງກັນປະເທດ ຫຼງັຈາກເອົາຊະນະ ດາວນິນ ທຳມະວົງສາ ຈາກສະຫວັນນະເຂດ ສ່ວນ ວັນນິສາ ວົງດາລາ ຈະເຂົ້າຊີງກັບ ອໍລະໄທ ສູນທະວົງ ຈາກກະຊວງປ້ອງກັນຄວາມສະຫງົບ ຫຼັງຈາກເອົາຊະນະ ຄຳຫຼ້າ ວິໄລທອນ ຈາກກະຊວງປ້ອງກັນຄວາມສະຫງົບ ໃນການແຂ່ງຂັນກ່ອນຮອບຮອງຊະນະເລີດ.