ການແຂ່ງຂັນຄາຣາເຕໂດ ໃນງານກີລາແຫ່ງຊາດຄັ້ງທີ XI ຊຽງຂວາງເກມ 2022 ແຂ່ງຂັນໃນວັນທີ 8-9 ທັນວາ ເຊິ່ງມື້ປິດສະໜາມນັກກີລານະຄອນຫຼວງວຽງຈັນສາມາດຍາດມາໄດ້ 2 ຫຼຽນຄຳ ມາຄອງ ຂະນະທີ່ເຈົ້າພາບຊຽງຂວາງຂຶ້ນເປັນອັນດັບ 1 ໃນຕາຕະລາງສະຫຼຸບຫຼຽນການແຂ່ງຂັນ ກາຣາເຕໂດ.

ສຳລັບຜົນງານ 2 ຫຼຽນຄຳ ທີ່ນັກກີລານະຄອນຫຼວງວຽງຈັນຍາດມາໄດ້ນັ້ນປະກອບມີຜົນງານຂອງ ສີລິວິມົນ ສີລິມຸງຄຸນ ໃນຮຸ່ນນ້ຳໜັກ -60 ກີໂລຍິງ ແລະ ຫຼຽນທີ 2 ເປັນຜົນງານຂອງ ວັນທະນາ ໄຊຍະເສນ ໃນຮຸ່ນນ້ຳໜັກ +84 ກີໂລຊາຍ.



ສ່ວນຫຼຽນທອງ ນັກກີລານະຄອນຫຼວງວຽງຈັນ ຍາດໄດ້ມາເຖິງ 6 ຫຼຽນ ຜົນງານຂອງ ສິນສອດ ວົງພົມ ຕໍ່ສູ້ດ່ຽວຍິງ -48 ກີໂລ ສອນສະຫວັນ ຈັນທະວົງ ຕໍ່ສູ້ຍິງ -53 ກີໂລ ຈິລາຫວັດ ພິທັກສູນທອນ ຕໍ່ສູ້ດ່ຽວຊາຍ -55 ກີໂລ ອາໂນໄທ ຈັນທະວີໄຊ ຕໍ່ສູ້ດ່ຽວຊາຍ -60 ກີໂລ ເລີດສັກດາ ເຄນສຸລິນທາ ຕໍ່ສູ້ດ່ຽວຊາຍ -67 ກີໂລ ທ້າວ ສີສະຫວັນ ດາລາວັນ ຕໍ່ສູ້ດ່ຽວຊາຍ -84 ກີໂລ.

ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິຫຳ-ປ່າໄມ້ ນະຄອນຫຼວງວຽງຈັນ ໃຫ້ສຳພາດໃນນາມເປັນພາກສ່ວນສະໜັບສະໜູນ ທ່ານໄດ້ກ່າວວ່າ: ຜ່ານການແຂ່ງຂັນເຫັນໄດ້ວ່າ ນັກກີລາກາຣາເຕໂດ ສາມາດສ້າງຜົນງານໄດ້ດີ ສາມາດຍາດໄດ້ 2 ຫຼຽນຄຳ ແລະ 6 ຫຼຽນທອງ ເຊິ່ງກໍຕ້ອງຊົມເຊີຍນັກກີລາທຸກຄົນທີ່ໄດ້ເອົາໃຈໃສ່ໃນການເຝິກຊ້ອມຈົນສາມາດຍາດຫຼຽນມາຄອງ.

ທ່ານ ນາງ ພອນຄຳ ທອງມາລີ ປະທານສະຫະພັນຄາຣາເຕໂດ ນະຄອນຫຼວງວຽງຈັນ ໃຫ້ສຳພາດວ່າ: ຕາງໜ້າໃຫ້ສະຫະພັນຂ້າພະເຈົ້າມີຄວາມດີໃຈຫຼາຍຕໍ່ຜົນງານຂອງນັກກີລາຍາດມາໄດ້ ແລະ ພ້ອມທີ່ຈະສືບຕໍ່ເຝິກຊ້ອມເພື່ອຍາດຫຼຽນຄຳໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.