ນັກກີລາປັນຈັກສີລັດ ນະຄອນຫຼວງ ປະເພດຕໍ່ສູ້ຮຸ່ນນ້ຳໜັກ 51ກີໂລ ຊາຍ ຜ່ານເຂົ້າໄປຊີງຫຼຽນຄຳ ພົບກັບ ທະນາພົນ ສິມພິລາວົງຈາກກະຊວງປ້ອງກັນປະເທດ.

ການແຂ່ງຂັນຮອບຮອງຊະນະເລີດປັນຈັກສີລັດ ປະເພດຕໍ່ສູ້ ຮຸ່ນນ້ຳໜັກ 51ກີໂລ ໃນຕອນເຂົ້າຂອງວັນທີ 10 ທັນວາ 2022 ທີ່ສະໜາມກີລາໃນຫົ່ມ ໂຮງຮຽນມັດທະຍົມສົມບູນພອນສະຫວັນ ບຸນຕຳ ຮັກສຸວັນ ສະໜາມພົບກັບ ປາ ເທບພໍດີ ຜ່ານການແຂ່ງຂັນ ປາກົດວ່າເປັນ ບຸນຕຳ ທີ່ສາມາດເອົາຊະນະຜ່ານເຂົ້າໄປຊີງຫຼຽນຄຳ.



ສຳລັບການແຂ່ງຂັນຮອງຊີງ ຈະມີຂຶ້ນໃນຕອນເຊົ້າຂອງວັນທີ 12 ທັນວາ 2022 ທີ່ສະໜາມກີລາໃນຫົ່ມ ໂຮງຮຽນມັດທະຍົມສົມບູນພອນສະຫວັນ