ວັດທະນາ ໄຊຍະເສນ ແລະ ສິລິວິມົນ ສິລິມຸງຄຸນ ສອງນັກກີລາຄາຣາເຕໂດ ສ້າງຜົນງານຍາດ 2 ຫຼຽນຄຳໃຫ້ກັບນະຄອນ ຫຼວງວຽງຈັນ ໃນງານມະຫະກຳກີລາແຫ່ງຊາດຄັ້ງທີ XI ຊຽງຂວາງເກມ 2022.


ວັດທະນາ ໄຊຍະເສນ ນັກກີລາຄາຣາເຕໂດ ຫຼຽນຄຳ ລາຍການຕໍ່ສູ້ຮຸ່ນນ້ຳໜັກ +85 ກີໂລຊາຍ ໃຫ້ສຳພາດວ່າ: ການຍາດ ຫຼຽນຄຳມາໄດ້ເທື່ອນີ້ຮູ້ສຶກດີມໃຈຫຼາຍ ໂດຍ ບໍ່ໄດ້ຄາດຫວັງມາກ່ອນ ເຊິ່ງການໄດ້ຫຼຽນຄຳຄັ້ງນີ້ເປັນອີກຈຸດໃນການຊຸກຍູ້ຕົນເອງໃຫ້ສືບຕໍ່ພັດທະນາຕົນເອງໃຫ້ດີຂຶ້ນກວກ່າເກົ່າ ຢ່າງໃດກໍຕາມກໍຕ້ອງຂໍຂອບຝາກຄວາມສຳເລັດຄັ້ງນີ້ໃຫ້ຊາວນະຄອນ ຫຼວງວຽງຈັນ.

ສິລິວິມົນ ສິລິມຸງຄຸນ ນັກກີລາຄາຣາເຕໂດ ຫຼຽນຄຳ ລາຍການຕໍ່ສູ້ຮຸ່ນນ້ຳໜັກບໍ່ເກີນ 60 ກີໂລຍິງ ໃຫ້ສຳພາດວ່າ: ການໄດ້ ຫຼຽນຄຳຄັ້ງນີ້ ຮູ້ສຶກດີໃຈຫຼາຍທີ່ໄດ້ເປັນຕົວແທ່ນນະຄອນຫຼວງວຽງຈັນ ເຂົ້າຮ່ວມການແຂ່ງຂັນ ແລະ ສາມາດຍາດໄດ້ຫຼຽນຄຳ ສົມກັບທີ່ຕົນເອງໄດ້ເກັບໂຕເຝີກຊ້ອມມາ ໃນປີ 2014 ງານກີລາແກ່ງຊາດຄັ້ງທີ X ກໍໄດ້ເຂົ້າຮ່ວມໃນຖານະເປັນຕົວແທນນະຄອນຫຼວງເຊັ່ນກັນ ແຕ່ຄັ້ງນັ້ໜໄດ້ພຽງແຕ່ຫຼຽນທອງ ດັ່ງນັ້ນການເຂົ້າຮ່ວມງານຄັ້ງນີ້ຖືວ່າຕົນເອງສາມາດແກ້ມີໂດຍນຳຫຼຽນຄຳມາໃຫ້ນະຄອນຫຼວງວຽງຈັນໄດ້ແລ້ວ.


ຕໍ່ໄປກໍຈະສືບຕໍ່ເຝີກຊ້ອມເພື່ອຮັກສາມາດຕະຖານ ພັດທະນາຕົນເອງໃຫ້ຫຼິ້ນໄດ້ດີກວ່າເກົ່າ ແລະ ຂໍຂອບໃຈກັບແຮງໃຈຂອງຊາວນະຄອນຫຼວງວຽງຈັນທີ່ເປັນກຳລັງໃຈໃຫ້ນັກກີລາຄາຣາເຕໂດພວກເຮົາຈົນສາມາດຍາດຜົນງານທີ່ໜ້າພໍໃຈມາໄດ້ ແລະ ກໍຂໍໃຫ້ສືບຕໍ່ສົ່ງກຳລັງໃຈໃຫ້ທັບນັກກີລານະຄອນຫຼວງວຽງຈັນໄດ້ຮັບໄຊຊະນະໃນງານກີລາແກ່ງຊາດໃນຄັ້ງນີ້.