ຮັບຮອງເອົາບ້ານຊຳບອນເປັນບ້ານວັດທະນະທຳແຫ່ງທີ 102 ຂອງເມືອງ ແລະ 478 ຂອງ ນວ


ພິທີປິກາດຮັບຮອງເອົາບ້ານຊຳບອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ເປັນບ້ານວັດທະນະທຳແຫ່ງທີ 102 ຂອງເມືອງ ແລະ 478 ຂອງນວ ຈັດຂຶ້ນວັນທີ 9 ທັນວາ 2022 ທີ່ວັດບ້ານຊຳບອນ ມີທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ນວ (ຖວທ ນວ) ທ່ານ ຄູນມີ ຣາຊະພົນ ຫົວໜ້າຫ້ອງການ ຖວທ ເມືອງໄຊທານີ ທ່ານນາງ ລັດສະໝີ ເສີດສຸວັນ ເລຂາພັກບ້ານຊຳບອນ ທ່ານ ສີຕານ ແຖວທະວົງ ນາຍບ້ານຊຳບອນພ້ອມດ້ວຍຂະ ແໜງການກ່ຽວຂ້ອງ ແລະ ປະຊາຊົນເຂົ້າຮ່ວມ.


ໃນພິທີທ່ານ ສີຕານ ແຖວທະວົງ ໄດ້ຜ່ານບົດສະຫຼຸບການປະເມີນໂຄງການສ້າງຄອບຄົວ ແລະ ບ້ານວັດທະນະທຳໃຫ້ຮູ້ວ່າ ບ້ານຊຳບອນປະກອບມີ 131 ຄອບຄົວ 146 ຫຼັງຄາເຮືອນ ມີພົນລະເມືອງ 906 ຄົນ ໂດຍອີງຕາມປະຫວັດຄວາມເປັນມາ ແລະ ຈຸດພິເສດຂອງບ້ານແມ່ນມີທ່າແຮງ ເງື່ອນໄຂເອື້ອອຳນວຍຄວາມສະດວກໃນການສ້າງເປັນບ້ານວັດທະນະທຳສະແດງອອກໃນຈິດໃຈຂອງປະຊາຊົນພາຍໃນບ້ານມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກມີຄວາມຕືນຕົວປະຕິບັດລະບຽບກົດໝາຍຂອງລັດ ບຸກບືນສູ້ຊົນພັດທະນຕົນເອງ ຄອບຄົວ ແລະ ບ້ານໃຫ້ດີຂຶ້ນ ສະນັ້ນຈຶ່ງເປັນເງື່ອນໄຂ ແລະ ເຫດຜົນໃຫ້ແກ່ການຈັດຕັ້ງປະຕິບັດໂຄງການສ້າງຄອບຄົວ ແລະ ບ້ານວັດທະນະທຳຕາມແນວທາງນະໂຍບາຍຂອງພັກວາງອອກ.


ໂຄງການສ້າງຄອບຄົວ ແລະ ບ້ານວັດທະນາທຳຢູ່ບ້ານຊຳບອນໄດ້ເລີ່ມມາແຕ່ປີ 2008 ໂດຍອີງໃສ່ 3 ມາດຕະຖານການສ້າງຄອບຄົວວັດທະນະທຳ 4 ມາດຕະຖານການສ້າງບ້ານວັດທະນະທຳ ຄື ມາດຕະຖານການເຄົາລົບ ແລະ ປະຕິບັດນະໂຍບາຍ ກົດໝາຍ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໄດ້ມີການເຜີຍແຜ່ນະໂຍບາຍ ແນວທາງຂອງພັກ ລະບຽບການຕ່າງໆຂອງລັດໃຫ້ແກ່ພໍ່ແມ່ປະຊາຊົນ ປະຊາຊົນມີຄວາມສາມັກຄີປອງດອງ ມີຄວາມຫ້າວຫັນໃນການສ້າງເສດຖະກິດຄອບຄົວ ລູກຫຼານໄດ້ເຂົ້າໂຮງຮຽນຕາມເກນອາຍຸ ລະບົບການຈັດຕັ້ງບ້ານໄດ້ຮັບການປັບປຸງ ມາດຖານການເຄື່ອນໄຫວຊີວິດວັດທະນະທຳທີ່ອຸດົມສົມບູນ ປະຊາຊົນໄດ້ຮັບໃບຢັ້ງຢືນຄອບຄົວວັດທະນະທຳ 100% ມາດຖານພື້ນຖານເສດຖະກິດທີ່ໝັ້ນຄົງ ແລະ ມີການພັດທະນາ ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ມີລາຍຮັບທີ່ໝັ້ນຄົງ ພາຍໃນບ້ານບໍ່ມນຄອບຄົວທຸກຍາກ ລະບົບຄົມມະນາຄົມສາມາດເຊື່ອຕໍ່ບ້ານຕໍ່ບ້ານໄປມາຫາສະດວກສະບາຍ ມາດຖານສິ່ງແວດລ້ອມ ແລະ ທິວທັດທີ່ສວຍງາມ ໂດຍປະຕິບັດກົດໝາຍ ລະບຽບການທີ່ກ່ຽວຂ້ອງກັບສິ່ງແວດລ້ອມ ປຸກລະດົມປະຊາຊົນບໍ່ໃຫ້ຖີ້ມ ແລະ ຈູດຂີ້ເຫຍື້ອ ຈູດປ່າຊະຊາຍທີ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມ ສ້າງຂະບວນການອອກແຮງງານລວມເພື່ອປະຕິບັດຕາມຫຼັການຂອງຂະແໜງສາທາລະນະສຸກວາງອອກ ເຊິ່ງການປະຕິບັດບັນດາມາດຕະຖານຂອງການສ້າງຄອບຄົວ ແລະ ບ້ານວັດທະນາທຳຂອງບ້ານຊຳບອນແມ່ນໄດ້ຕາມມາດຕະຖານທີ່ວາງໄວ້ ສະນັ້ນ ພະແນກ ຖວທ ນວ ຈຶ່ງໄດ້ມອບໃບຢັ້ງຢືນບ້ານວັດທະນະທຳໃຫ້ແກ່ບ້ານດັ່ງກ່າວມອບໂດຍທ່ານນາງ ວິໄລວອນ ຈັນທະລາຕີ ຮັບໂດຍເລຂາພັກບ້ານ ແລະ ນາຍບ້ານ.

error: Content is protected !!