ທີມນັກກີລາກະຕໍ້ຊິນລອນຍິງ ເລີ່ມຕົ້ນບໍ່ຄ່ອຍດີ ເກັບຄະແນນບໍ່ທັນເຈົ້າພາບ ໃນການກະຕໍ້ຊິນ ລອນ ອີເວັນ 3 ຍິງ ງານມະຫະກຳກີລາຊຽງຂວາງຄັ້ງທີ XI ໃນຊຽງຂວາງເກມ 2022 ໄດ້ພຽງຫຼຽນເງິນ.

ການແຂ້ງຂັນລະຫວ່າງ 2 ທີມ ມີຂຶ້ນໃນວັນທີ 9 ທັນວາ 2022 ທີ່ວິທະຍາໄລຄູຄັງໄຂ ຜ່ານການ ແຂ່ງຂັນ ຜ່ານການແຂ່ງຂັນໃນເຊັດທຳອິດ ນະຄອນຫຼວງວຽງຈັນ ເກັບຄະແນນໄດ້ບໍ່ຄ່ອຍດີ ນຳຫຼັງເຈົ້າພາບຢູ່ 24 ຄະແນນ 81-105 ຄະແນນ.

ມາຮອດເຊັດ 2 ນະຄອນຫຼວງວຽງຈັນ ຕ້ອງໄດ້ເລັ່ງເກັບຄະແນນໃຫ້ໄວຂຶ້ນ ເພື່ອຊະນະທີມເຈົ້າພາບ ແຕ່ກໍຕ້ານທັກສະ ແລະ ຄວາມທຸ່ນຂອງທີມເຈົ້າພາບບໍ່ໄດ້ ສາມາດເກັບຄະແນນເພີ່ມຂຶ້ນຈາກເຊັດທຳອິດ 2 ຄະແນນ 83-100 ຄະແນນ ຈົບການແຂ່ງຂັນ ນະຄອນຫຼວງເສຍໃຫ້ເຈົ້າພາບຊຽງ ຂວາງ 164-205 ຄະແນນ.


ສ່ວນ ອີເວັນ 3 ທີມຊາຍ ເຈົ້າພາບຊຽນຂວາງ ພົບກັບປະຊວງປ້ອງກັນປະເທດ ເຊິ່ງຜົນການແຂ່ງຂັນ ເຈົ້າພາບເອົາຊະນະໄປ 351 ຕໍ່ 283 ຄະແນນ ໄດ້ຮັບຫຼຽນຄຳໄປຄອງ.
ການແຂ່ງຂັນກິລາກະຕໍ້ຊິນລອນ ຊີງໄຊ 8 ຫຼຽນຄຳ ສຳລັບປະເພດຍິງ ມີຊີງ 4 ຫຼຽນຄຳ ຈາກ ອີເວັນ 1 ອີເວັນ 2 ອີເວັນ 3 ແລະ ອີເວັນ 4 ສ່ວນປະເພດຊາຍ 4 ຫຼຽນຄຳ ແຂ່ງຂັນ 4 ອີເວັນເຊັ່ນດຽວກັບເພດຍິງ.