ເປີດນຳໃຊ້ທະນະບັດປະເພດໃບ 50.000 ກີບ ແລະ 100.000 ກີບ (ຮູບແບບປັບປຸງໃໝ່)

ພິທີຖະແຫຼງຂ່າວການນຳເອົາທະນະບັດປະເພດໃບ 50.000 ກີບ ແລະ 100.000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່) ອອກສູ່ຂອດຈໍລະຈອນ ຈັດຂຶ້ນວັນທີ 9 ທັນວາ 2022 ທີ່ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມຖະແຫຼງຂ່າວມີທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງການ ທຫລ ທ່ານ ບຸນທະວີ ສຸກດາວົງ ຫົວໜ້າກົມພິມຈຳໝາຍ ທຫລ ມີພະນັກງານທະນາຄານ ແລະ ບັນດາສື່ມວນ ຊົນເຂົ້າຮ່ວມ.


ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ກ່າວວ່າ: ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງພໍ່ແມ່ປະຊາຊົນ ພໍ່ຄ້າຊາວຂາຍ ພະນັກງານ ທະຫານ ຕໍາຫຼວດ ນັກຮຽນ ແລະ ນັກສຶກສາ ຊາບວ່າ: ໃນເດືອນຕຸລາ ປີ 2022 ທີ່ຜ່ານມາ ທະນາຄານແຫ່ງ ສປປ ລາວ ໄດ້ນໍາເອົາທະນະບັດປະເພດໃບ 10.000 ກີບ ແລະ ໃບ 20.000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່) ອອກໃຫ້ສັງຄົມໄດ້ນຳໃຊ້ ເພື່ອປ່ຽນແທນທະນະບັດເສື່ອມຄຸນນະພາບ ເກົ່າຈີກຂາດ ທີ່ຜ່ານການນຳໃຊ້ມາຫຼາຍປີ ແລະ ທະນະບັດລຸ້ນໃໝ່ດັ່ງກ່າວ ໄດ້ມີການຕອບຮັບຈາກສັງຄົມຜູ້ຊົມໃຊ້ໄດ້ເປັນຢ່າງດີ ໃນຂອບເຂດທົ່ວປະເທດ.
ໂດຍອີງໃສ່ສະພາບການນຳໃຊ້ທະນະບັດປະເພດໃບ 50.000 ກີບ (ລຸ້ນປີ 2004) ທີ່ໄດ້ອອກໃຫ້ສັງຄົມນໍາໃຊ້ແຕ່ປີ 2006 ເປັນຕົ້ນມາ ຮອດປັດຈຸບັນໄດ້ຖືກໝູນວຽນໃນຂອດຈໍລະຈອນມາເປັນເວລາ 16 ປີ ແລະ ໃນປີ 2011 ໄດ້ນຳເອົາທະນະບັດປະເພດໃບ 100.000 ກີບ (ລຸ້ນປີ 2011) ອອກນຳໃຊ້ຈົນຮອດປັດຈຸບັນເປັນເວລາ 11 ປີ ຍ້ອນຜ່ານການຈັບຈ່າຍໃຊ້ສອຍ ນໍາໃຊ້ຊື້ສິນຄ້າ ແລະ ບໍລິການໃນສັງຄົມ ມາເປັນເວລາຍາວນານ ເຮັດໃຫ້ທະນະບັດດັ່ງກ່າວເສື່ອມຄຸນນະພາບ ເກົ່າຈີກຂາດ ມີຮອຍຂີດຂຽນ ຮູບພາບບໍ່ສາມາດຈຳແນກໄດ້ ສະນັ້ນ ເພື່ອເຮັດໃຫ້ສັງຄົມໄດ້ນໍາໃຊ້ທະນະບັດໃໝ່ ແລະ ມີຄຸນນະພາບດີຂຶ້ນກວ່າເກົ່າ ທະນາຄານແຫ່ງ ສປປ ລາວ ຈະໄດ້ນໍາເອົາທະນະບັດປະເພດໃບ 50.000 ກີບ ແລະ ໃບ100.000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່) ທີ່ໄດ້ຖືກຮັບຮອງຈາກລັດຖະບານ ແລະ ເຫັນດີອະນຸ ຍາດໃຫ້ຈັດພິມໃນປີ 2020 ອອກໃຫ້ສັງຄົມໄດ້ນຳໃຊ້ ນັບແຕ່ເດືອນທັນວາ 2022 ເປັນຕົ້ນໄປ ຈຸດປະສົງເພື່ອຍົກສູງຄຸນນະພາບ ແລະ ມາດຕະຖານຂອງໃບທະນະບັດໃຫ້ສູງຂຶ້ນ ທຽບເທົ່າກັບທະນະບັດຂອງບັນດາປະເທດອ້ອມຂ້າງໃນພາກພື້ນກໍ່ຄືສາກົນ ແລະ ຍົກລະດັບເຕັກນິກຕ້ານການປອມແປງທີ່ທັນສະໄໝ ມີຄຸນລັກສະນະສີສັນລວດລາຍສວຍງາມໂດດເດັ່ນ ສ້າງຄວາມເຊື່ອໝັ້ນໃຫ້ສັງຄົມໃນການພົກພາ ແລະ ຖືຄອງເງິນກີບ ເຊິ່ງເປັນສະກຸນເງິນຕາຂອງຊາດ.


ທະນະບັດທັງ 2 ປະເພດລຸ້ນປີ 2020 ທີ່ຈະອອກໃຫ້ສັງຄົມໄດ້ນຳໃຊ້ໃນເດືອນທັນວາ 2022 ແມ່ນເປັນການປ່ຽນແທນທະນະບັດເສື່ອມຄຸນນະພາບ ເກົ່າຈີກຂາດຢູ່ໃນຂອດຈໍລະຈອນ ແລະ ສາມາດນຳໃຊ້ຖືກຕ້ອງຕາມກົດໝາຍ ໂດຍນຳໃຊ້ຄຽງຄູ່ກັບທະນະບັດປະເພດໃບ 50.000 ກີບ ລຸ້ນປີ 2004 ແລະ ໃບ 100.000 ກີບ ລຸ້ນປີ 2011 ທີ່ຈໍລະຈອນໃນປັດຈຸບັນ ແລະ ຈະບໍ່ມີຜົນກະທົບຕໍ່ສະຖຽນລະພາບເງິນຕາແຫ່ງຊາດ ໃນນີ້ ທະນາຄານແຫ່ງ ສປປ ລາວ ຂໍເນັ້ນໃຫ້ບັນດາທ່ານໄດ້ຮັບຮູ້ ແລະ ເຂົ້າໃຈວ່າ: ທະນະບັດປະເພດໃບ 50.000 ກີບ ລຸ້ນປີ 2004 ແລະ ທະນະບັດປະເພດໃບ 100.000 ກີບ ລຸ້ນປີ 2011 ຍັງສາມາດນຳໃຊ້ເຂົ້າໃນການຊຳລະສະສາງ ຊື້ສິນຄ້າ ແລະ ບໍລິການ ໄດ້ຕາມປົກກະຕິ ຈະບໍ່ມີການຍົກເລີກການນຳໃຊ້ແຕ່ຢ່າງໃດ ໂດຍຈະນຳໃຊ້ຄຽງຄູ່ກັບທະນະບັດປະເພດໃບ 50.000 ກີບ ແລະ ໃບ100.000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່).


ທ່ານ ບຸນທະວີ ສຸກດາວົງ ກ່າວຕື່ມອີກວ່າ:ທະນະບັດປະເພດໃບ 50.000 ກີບ ແລະ ໃບ 100.000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່) ແລະ ທະນະບັດປະເພດໃບ 10.000 ກີບ ແລະ ໃບ 20.000 ກີບ ລຸ້ນປີ 2020 ທີ່ໄດ້ອອກໃຫ້ສັງຄົມໄດ້ນໍາໃຊ້ ໃນເດືອນຕຸລາ 2022 ຜ່ານມາ ເປັນທະນະບັດທີ່ບໍ່ມີຂອບມີລວງກວ້າງ 72 ມິນລີແມັດເທົ່າກັນໝົດ ແຕ່ມີລວງຍາວແຕກຕ່າງກັນ 3 ມິນລີເແມັດ ນັບແຕ່ໃບ 100.000 ກີບ ລົງມາຮອດໃບ 10.000 ກີບ ຄື: 162 ມິນລີແມັດ 159 ມິນລີແມັດ 156 ມິນລີແມັດ ແລະ 153 ມິນລີແມັດ ຕາມລຳດັບ ດ້ານໜ້າທະນະບັດ ທຸກປະເພດໃບມີຮູບແບບ ຄຸນລັກສະນະການຈັດວາງສັນຍາລັກຕ່າງໆຢູ່ຈຸດດຽວກັນຄື: ຮູບປະທານໄກສອນພົມວິຫານ ເຄື່ອງໝາຍຊາດ ຄຳຂວັນປະເທດລາວ ພຣະທາດຫຼວງ ຕົວເລກບອກມູນຄ່າ ເລກລຳດັບ ແລະ ເສັ້ນນິລະໄພ ຮູບພາບດ້ານຫຼັງທະນະບັດປະເພດໃບ10.000 ກີບ 20.000 ກີບ 50.000 ກີບ ແມ່ນຍັງຮັກສາໄວ້ຄ້າຍຄືເກົ່າຕາມທະນະບັດທີ່ອອກໃນປີ 2003 ສ່ວນດ້ານຫຼັງທະນະບັດປະເພດໃບ 100.000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່) ນີ້ ມີຮູບພາບເມືອງວຽງໄຊ ແຂວງຫົວພັນ ເຊິ່ງເປັນຖານທີ່ໝັ້ນຂອງການປະຕິວັດ ແມ່ນຕົ້ນກຳເນີດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.


ດ້ານຄຸນລັກສະນະເຕັກນິກຕ້ານການປອມແປງ ແມ່ນໄດ້ກຳນົດໄວ້ລະອຽດຢູ່ໃນແຈ້ງການຂອງທ່ານຜູ້ວ່າການທະນາຄານແຫ່ງ ສປປ ລາວ (ສະບັບເລກທີ 16/ທຫລ ລົງວັນທີ 01 ທັນວາ 2022) ແລະ ແບບພິມ Poster ເພື່ອເບິ່ງຄຸນລັກສະນະຕ້ານການປອມແປງທະນະບັດ ເຊິ່ງຈະໄດ້ແຈກຢາຍໃຫ້ບັນດາສື່ມວນຊົນ ເພື່ອນໍາໄປເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ ພ້ອມນີ້ ກໍຂໍຮຽກຮ້ອງໃຫ້ທຸກຄົນໃນທົ່ວສັງຄົມ ຈົ່ງເປັນເຈົ້າການເສີມຂະຫຍາຍສິດເປັນເຈົ້າຂອງປະເທດຊາດ ດ້ວຍການປົກປ້ອງ ແລະ ນໍາໃຊ້ເງິນກີບ ເຊິ່ງເປັນເງິນຕາຂອງຊາດຢ່າງຖືກວິທີ ຫຼີກລ້ຽງການພັບ ການໜີບ ຂີດຂຽນ ຫຼື ດ້ວຍຮູບການ ອື່ນໆ ທີ່ເປັນສາເຫດເຮັດໃຫ້ທະນະບັດເສື່ອມຄຸນນະພາບ ເກົ່າຈີກຂາດ ກ່ອນກຳນົດເວລາ ທັງເປັນການປະກອບສ່ວນສົ່ງເສີມການນໍາໃຊ້ເງິນກີບ ເສີມສ້າງຄຸນຄ່າຂອງເງິນກີບ ແລະ ຮັກສາສະຖຽນລະພາບເງິນ ຕາແຫ່ງຊາດ ໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງ.
ຂ່າວ ຊີລິການດາ

error: Content is protected !!