ນັກສຶກສາລາວ ເຂົ້າຮ່ວມການແລກປ່ຽນ AOIP ແລະ FOIP ຢູ່ປະເທດຍີ່ປຸ່ນ

​    ນັກສຶກສາລາວ 8 ຄົນ ເດີນທາງໄປປະເທດຍີ່ປຸ່ນ ວັນທີ 6 ທັນວາ 2022 ເພື່ອເຂົ້າຮ່ວມການແລກປ່ຽນ ມຸມມອງຂອງອາຊຽນ ຕໍ່ອິນໂດ-ປາຊີຟິກ (AOIP) ແລະ ເສລີພາບ ແລະ ການເປີດກວ້າງອິນໂດ-ປາຊີຟິກ (FOIP) ແລະ ຫວ່າງຍີ່ປຸ່ນ-ອາຊຽນ ເຊິ່ງ AOIP ແລະ FOIP ແມ່ນໂຄງການທີ່ຈັດຕັ້ງຂຶ້ນສໍາລັບນັກສຶກສາຈາກປະເທດສະມາຊິກອາຊຽນ ແລະ ຕີມໍ ເລສເຕ ເພື່ອລົງເລິກຄວາມເຂົ້າໃຈຂອງພວກເຂົາໃນສາຍພົວພັນລະ ຫວ່າງຍີ່ປຸ່ນ-ອາຊຽນ ແລະ ນະໂຍບາຍຕ່າງປະເທດ ໂຄງການເຫຼົ່ານີ້ຈັດຂຶ້ນພາຍໃຕ້ໂຄງການ JENESYS 2022 ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ.

    ນັກສຶກສາລາວ 5 ໃນ 8 ຄົນ ຖືກຄັດເລືອກໂດຍການຮ່ວມມືກັບມະຫາວິທະຍາໄລແຫ່ງຊາດລາວອີກ 3 ຄົນ ແມ່ນຄັດເລືອກຈາກຜູ້ທີ່ເຄີຍເຂົ້າຮ່ວມໂຄງການ JENESYS ອອນລາຍ ໂດຍສູນຮ່ວມມືສາກົນຍີ່ປຸ່ນ (Japan International) Cooperation Center) ເຊິ່ງເປັນອົງການຕົວແທນທາງການສໍາລັບໂຄງການດັ່ງກ່າວ ໂດບຍນັກສຶກສາລາວຈະລວມຕົວກັບນັກສຶກສາຈາກປະເທດອື່ນທີ່ເຂົ້າຮ່ວມ ໄດ້ມີແຜນທີ່ຈະເຂົ້າຮ່ວມການບັນຍາຍຕ່າງໆກ່ຽວກັບການເມືອງຍີ່ປຸ່ນ ແລະ ສາຍພົວພັນທາງການທູດ ເພື່ອລົງເລິກຄວາມເຂົ້າໃຈຂອງພວກເຂົາຕໍ່ຍີ່ປຸ່ນ ນອກນີ້ ຍັງຈະໄດ້ຢ້ຽມຊົມບັນດາສະຖາບັນເຕັກໂນໂລຊີຂັ້ນສູງ ແລະ ອຸດສາຫະກໍາດັ່ງເດີມຂອງຍີ່ປຸ່ນ ສະຖານທີ່ປະຫວັດສາດ ຫ້ອງການລັດຖະບານໃນຂັ້ນແຂວງ ແລະ ແລກປ່ຽນປະສົບການໃນງານວັດທະນະທໍາທີ່ແຕກຕ່າງ ການປະຊຸມ ແລະ ການປຶກສາຫາລືກັບຄົນທ້ອງຖິ່ນຢູ່ຍີ່ປຸ່ນ ເຊິ່ງເປັນທີ່ຄາດຫວັງເພື່ອແບ່ງປັນ ແລະ ສົ່ງເສີມປະສົບການຕ່າງໆຂອງພວກເຂົາ ຮຽນຮູ້ສິ່ງຕ່າງໆ ແລະ ເຂົ້າໃຈກັບຜູ້ຄົນໃນວົງກວ້າງກວ່າຢູ່ບ້ານ ແລະ ຕ່າງປະເທດ ໂດຍນໍາໃຊ້ເຄືອຂ່າຍສື່ອອນລາຍ ຕະຫຼອດໄລຍະເວລາຢູ່ຍີ່ປຸ່ນ ແລະ ຫຼັງຈາກກັບຄືນປະເທດ.

    JENESYS ແມ່ນໂຄງການແລກປ່ຽນລະຫວ່າງຄົນສູ່ຄົນ ທີ່ແນໃສ່ໄວໜຸ່ມລະຫວ່າງຍີ່ປຸ່ນ ແລະ ຂົງເຂດອາຊີ-ປາຊີຟິກ ເຊິ່ງໄວໜຸ່ມລາວຫຼາຍກວ່າ 2.100 ຄົນ ເຄີຍໄປປະເທດຍີ່ປຸ່ນ ເພື່ອເຂົ້າຮ່ວມໂຄງການດັ່ງກ່າວ ນັບແຕ່ການສ້າງຕັ້ງໂຄງການ JENESYS ປີ 2007 ເປັນຕົ້ນມາ ການຢ້ຽມຢາມແບບເຊິ່ງໜ້າ ໄດ້ເລີ່ມຕົ້ນຂຶ້ນຄືນ ຫຼັງຈາກຢຸດຕິລົງເປັນເວລາ 2 ປີ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງເປັນທີ່ຄາດຫວັງວ່າໂຄງການແລກປ່ຽນເຫຼົ່ານີ້ຈະສືບຕໍ່ສົ່ງເສີມຄວາມເຊື່ອໝັ້ນສອງຝ່າຍ ແລະ ຄວາມເຂົ້າໃຈໄວໜຸ່ມຂອງປະເທດອື່ນໆທີ່ເຂົ້າຮ່ວມ ເພື່ອສ້າງພື້ນຖານທີ່ເຂັ້ມແຂງໃຫ້ສາຍພົວພັນທີ່ຍາວນານ ແລະ ການຮ່ວມມືລະຫວ່າງຍີ່ປຸ່ນ ແລະ ສປປ ລາວ.


(ສະບາໄພ)

error: Content is protected !!