ວັນທີ 5 ທັນວາ 2022 ທີ່ມາລາກັນນັງ (Malacañan) ທຳນຽບປະທານາທິບໍດີແຫ່ງສາທາລະນະລັດຟີລິບປິນ ນະຄອນຫຼວງມະນິລາ ທ່ານ ສອນໄຊ ວັນນະໄຊ ໄດ້ຍື່ນສານຕາຕັ້ງຕໍ່ທ່ານ ເຟີດີນານ ໂຣມູນເດັດສ໌ ມາກ໋ອດ ຈູເນຍ (H.E. Ferdinand Romualdez Marcos Jr.) ປະທານາທິບໍດີແຫ່ງສາທາລະນະລັດຟີລິບປິນ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ຄົນໃໝ່ ປະຈຳສາທາລະນະລັດ ຟີລິບປິນ.


ໃນໂອກາດນີ້ ທ່ານເອກອັກຄະລັດຖະທູດໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຖິງທ່ານ ເຟີດີນານ ໂຣມູນເດັດສ໌ມາກ໋ອດຈູເນຍປະທານາທິບໍດີແຫ່ງສາທາລະນະລັດຟີລິບປິນ ລັດຖະບານ ແລະ ປະຊາຊົນຟິລິບປິນ ທຸກຖ້ວນໜ້າ.

ທ່ານ ເຟີດີນານ ໂຣມູນເດັດສ໌ ມາກ໋ອດຈູເນຍ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ສອນໄຊ ວັນນະໄຊ ທີ່ໄດ້ຮັບການແຕ່ງຕັ້ງຈາກປະທານປະເທດ ໃຫ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ ລາວ ຄົນໃໝ່ ປະຈຳສາທາລະນະລັດຟີລິບປິນ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ປາກົດຜົນເປັນຈິງຍິ່ງຂຶ້ນ ລວມທັງຈະເປັນການເສີມສ້າງຄວາມສາມັກຄີພາຍໃນອາຊຽນດ້ວຍກັນ ແລະ ອວຍພອນໃຫ້ທ່ານເອກອັກຄະລັດຖະທູດຄົນໃໝ່ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານອັນມີກຽດຂອງຕົນທຸກປະການ.
ພ້ອມນີ້ ທ່ານເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈຕໍ່ຄໍາເວົ້າອັນຈົບງາມ ແລະ ຖືໂອກາດນີ້ ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນຟີລິບປິນ ແກ່ ສປປ ລາວ ໃນໄລຍະຜ່ານມາ ທາງດ້ານການພັດທະນາຊັບພະຍາກອນມະນຸດ ດ້ານມະນຸດສະທຳ ໄພນໍ້າຖ້ວມ ແລະ ອື່ນໆ ແລະ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະປະຕິບັດໜ້າທີ່ຂອງຕົນໃຫ້ດີທີ່ສຸດເພື່ອສົ່ງເສີມການພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ກໍຄືປະຊາຊົນສອງຊາດ ລາວ ແລະ ຟີລິບປິນ ທີ່ມີມູນເຊື້ອອັນດີງາມມາດົນນານແລ້ວໃຫ້ນັບມື້ຂະຫຍາຍຕົວຍິ່ງຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຟິີລິບປິນ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 14 ມັງກອນ 1955.
# ຂ່າວ – ພາບ : ເພັດສະໝອນ