ຍ້ອງຍໍບຸກຄົນ ແລະ ກົມກອງດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ

    ພິທີປະກາດການຍ້ອງຍໍໃຫ້ບຸກຄົນ ແລະ ກົມກອງທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ 2016-2020 ແລະ ປະກາດເນື້ອໃນການແຂ່ງຂັນຮັກຊາດ ແລະ ພັດທະນາແຕ່ນີ້ຮອດປີ 2025 ວັນທີ 6 ທັນວາ 2022 ທີ່ແຂວງຫຼວງພະບາງ ມີທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຮອງເລຂາພັກແຂວງ ຄະນະປະຈຳພັກແຂວງ ກຳມະການພັກແຂວງ ອະດີດການນຳ ເຈົ້າເມືອງ ຫົວໜ້າພະແນກການ ນັກທຸລະກິດ ລັດວິສາຫະກິດ ຄອບຄົວຕົວແບບເຂົ້າຮ່ວມ.

    ສໍາລັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນທີ່ວາງອອກນັ້ນ ແມ່ນໄດ້ຮັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຢູ່ທຸກພາກສ່ວນເສດຖະກິດ-ສັງຄົມ ນັບທັງຄອບຄົວ ຜູ້ປະກອບການຜະລິດ ນັກທຸລະກິດ ພໍ່ຄ້າ-ຊາວຂາຍໄດ້ມີສ່ວນຮ່ວມໃນຂະບວນແຂ່ງຂັນດັ່ງກ່າວ ສາມາດຄັດເລືອກໄດ້ພະແນກການ ອົງການ ກົມກອງ ແລະ ບຸກຄົນດີເດັ່ນໄດ້ຮັບການຍ້ອງຍໍໃນແຕ່ລະປະເພດປະກອບມີ: ຫຼຽນໄຊແຮງງານຊັ້ນ I ມີ 126 ທ່ານ ມີ 7 ກົມກອງ ແລະ 2 ເມືອງ ຫຼຽນໄຊແຮງງານຊັ້ນ II ມີ 346 ທ່ານ ມີ 27 ກົມກອງ 8 ບ້ານ 1 ເມືອງ ຫຼຽນໄຊແຮງງານຊັ້ນ III ມີ 804 ທ່ານ ມີ 49 ກົມກອງ ແລະ 8 ບ້ານ ຫຼຽນກາແຮງງານມີ 1.501 ທ່ານ ທີ 61 ກົມກອງ ແລະ 72 ບ້ານ ໃບຍ້ອງຍໍລັດຖະບານມີ 3.339 ທ່ານ ມີ 61 ກົມກອງ ແລະ 72 ບ້ານ ໃບຍ້ອງຍໍທ່ານເຈົ້າແຂວງ ມີ 4.285 ທ່ານ ມີ 89 ກົມກອງ ໃຫ້ກຽດຂຶ້ນປະດັບຫຼຽນ ແລະ ມອບໃບຍ້ອງຍໍຕ່າງໆຂອງທ່ານ ຄຳຂັນ ຈັນທະວີສຸກ ພ້ອມທັງມີຄຳເຫັນໂອ້ລົມຕໍ່ພິທີດັ່ງກ່າວ ນໍາອີກດ້ວຍ.

    ສຳລັບກົມກອງລວມໝູ່ ພະແນກການເງິນແຂວງຫຼວງພະບາງ ໄດ້ຮັບຫຼຽນໄຊແຮງງານຊັ້ນ I ສຳລັບບຸກຄົນດີເດັ່ນ (ສາມສາຍຕັ້ງ ແລະ ວິທະຍາໄລການເງິນພາກເໜືອ) ໄດ້ຮັບຫຼຽນໄຊແຮງງານຊັ້ນ I ຈໍານວນ 5 ທ່ານ ຫຼຽນໄຊແຮງງານຊັ້ນ II ຈໍານວນ 13 ທ່ານ ຍິງ 13 ທ່ານ ຫຼຽນໄຊແຮງງານຊັ້ນ III ຈໍານວນ 28 ທ່ານ ຍິງ 10 ທ່ານ ຫຼຽນກາແຮງງານ ຈໍານວນ 57 ທ່ານ ຍິງ 29 ທ່ານ ແລະ ໄດ້ຮັບໃບຍ້ອງຍໍລັດຖະບານ ຈໍານວນ 73 ທ່ານ ຍິງ 31 ທ່ານ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!