ສອງແຂວງ ແລກປ່ຽນວຽກງານການເງິນ ກຽມຫັນກຸ້ມຕົນເອງດ້ານງົບປະມານ

    ແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ ຈັດກອງປະຊຸມແລກປ່ຽນບົດຮຽນວຽກງານການເງິນ ແລະ ກຽມຄວາມພ້ອມເຮັດທົດລອງຫັນແຂວງໄປສູ້ກຸ້ມຕົນເອງດ້ານງົບປະມານ ວັນທີ 1 ທັນວາ 2022 ທີ່ ແຂວງສະຫວັນນະເຂດ ເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ວັນໄຊ ຟອງສະຫວັນ ເຈົ້າແຂວງຄຳມ່ວນ ມີທ່ານ ແສນສັກ ສຸຣິສັກ ຮອງເຈົ້າແຂວງສະຫວັນນະເຂດ ທ່ານນາງ ບົວສະຫວັນ ລຸຍບົວທອງ ຮັກສາການຫົວໜ້າພະແນກການເງິນແຂວງ ມີຄະນະນຳ ພະນັກງານຫຼັກແຫຼ່ງພາຍໃນພະແນກການເງິນທັງສອງແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນເຂົ້າຮ່ວມ.

    ທ່ານ ສັນຕິພາບ ພົມວິຫານ ໄດ້ມີຄຳເຫັນວ່າ: ກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບການກະກຽມໃຫ້ແກ່ການເຮັດທົດລອງຫັນແຂວງໄປສູ່ກຸ້ມຕົນເອງດ້ານງົບປະມານໃນຄັ້ງນີ້ມີຄວາມໝາຍຄວາມສຳຄັນ ເປັນບາດກ້າວທຳອິດໃຫ້ແກ່ການຫັນປ່ຽນວຽກງານການເງິນ-ງົບປະມານ ເພື່ອເປີດກວ້າງໃຫ້ທ້ອງຖິ່ນ ເຂດແຄວ້ນທີ່ມີເງື່ອນໄຂເປີດກວ້າງໄປສູ່ການພັດທະນາແບບວ່ອງໄວ ແລະກ້າວກະໂດດ ນຳເອົາຄວາມຈະເລີນສີວິໄລມາສູ່ແຂວງກໍຄືສູ່ປະເທດຊາດຂອງພວກເຮົາ.

    ໃນຕົ້ນເດືອນພະຈິກ 2022 ກະຊວງການເງິນໄດ້ມີແຈ້ງການເຊີນຂະແໜງການເງິນຂອງ 7 ແຂວງທີ່ຈະເຮັດທົດລອງໄປສູ່ກຸ້ມຕົນເອງດ້ານງົບປະມານໃນປີ 2023 ໃນນັ້ນ ມີແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ ການເຮັດທົດລອງຫັນແຂວງໄປສູ່ການກຸ້ມຕົນເອງດ້ານງົບປະມານ  ແມ່ນການຫັນປ່ຽນໃໝ່ໃນຂົງເຂດການເງິນແມ່ນການຫັນປ່ຽນທີ່ມີຄວາມສຳຄັນຫຼາຍເພື່ອສ້າງເງື່ອນໄຂໃຫ້ແກ່ການພັດທະນາສຳລັບທ້ອງຖິ່ນທີ່ມີເງື່ອນໄຂ ແລະ ເຮັດໃຫ້ທ້ອງຖິ່ນເຫຼົ່ານັ້ນພັດທະນາໄວ.

   ໃນກອງປະຊຸມ ຂະແໜງການເງິນຂອງສອງແຂວງໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະກັນ ເພື່ອເຮັດໃຫ້ການກະກຽມເຮັດທົດລອງຫັນແຂວງໄປສູ່ກຸ້ມຕົນເອງຂອງສອງແຂວງໃຫ້ມີຄວາມພ້ອມທີ່ດີທີ່ສຸດ ແລະ ຮັບປະກັນໃນການຈັດຕັ້ງປະຕິບັດຕົວຈິງ.

# ເພັດສະໝອນ

error: Content is protected !!