ຄສມດ ສຳເລັດຫຼາຍວຽກງານໃນການສົ່ງເສີມຄວາມກ້າວໜ້າແມ່ຍິງ-ເດັກ

    ຄະນະກໍາມາທິການເພື່ອຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ກະຊວງພາຍໃນ (ຄສມດ) ຈັດກອງປະຊຸມສະຫຼຸບວຽກງານປະຈໍາປີ 2022 ແລະ ວາງທິດທາງແຜນການປີ 2023 ຂຶ້ນວັນທີ 9 ທັນວາ 2022 ຢູ່ກະຊວງພາຍໃນ ໂດຍເປັນປະທານຂອງທ່ານນາງ ລີວົງ ລາວລີ ຮອງລັດຖະມົນຕີ ປະທານຄະນະກໍາມາທິການເພື່ອຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ກະຊວງພາຍໃນ ມີຮອງປະທານ ຄສມດ ປະທານ-ຮອງປະທານໜ່ວຍແມ່ຍິງ ບັນດາກົມ ສະຖາບັນ ແລະ ສູນທີ່ສັງກັດກະຊວງພາຍໃນເຂົ້າຮ່ວມ.

    ທ່ານນາງ ຄໍາພູນ ແກ້ວສະຫວັນ ຮອງປະທານ ຄສມດ ກະຊວງພາຍໃນ ກ່າວວ່າ: 1 ປີຜ່ານມາ ຄສມດ ກະຊວງພາຍໃນ ໄດ້ສໍາເລັດຫຼາຍວຽກ ໃນການຈັດຕັ້ງປະຕິບັດການຊຸກຍູ້ສົ່ງເສີມວຽກງານຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ເປັນຕົ້ນ ໄດ້ປະກາດໃຊ້ຄູ່ມືແນະນໍາຂັ້ນຕອນການຈົດທະບຽນຄອບຄົວຂອງ ຂະແໜງການພາຍໃນ (SoPs) ແລະ ປັບປຸງບັນດາແບບຟອມຕ່າງໆ (ພາສາລາວ ແລະ ພາສາອັງກິດ) ໄດ້ສ້າງປື້ມບັນທຶກການແຈ້ງ ແລະ ການຈົດທະບຽນການເກີດ ພ້ອມທັງກະກຽມຈັດພິມເພື່ອແຈກຢາຍໃຫ້ຂັ້ນແຂວງ ແລະ ຂັ້ນເມືອງໃນຂອບເຂດທົ່ວປະເທດ ໄດ້ສໍາເລັດການຄົ້ນຄວ້າຂັ້ນກະຊວງ ຮ່າງຍຸດທະສາດວ່າດ້ວຍການພັດທະນາວຽກງານຊົນເຜົ່າ ເຊິ່ງໄດ້ກໍານົດການສົ່ງເສີມ ແລະ ພັດທະນາແມ່ຍິງຊົນເຜົ່າ ໂດຍສະເພາະໃນເຂດຊົນນະບົດຫ່າງໄກ ສໍາເລັດການຄົ້ນຄວ້າຂັ້ນກະຊວງ ຮ່າງຍຸດທະສາດວ່າດ້ວຍການຄຸ້ມຄອງພະນັກງານ-ລັດຖະກອນ ຮອດປີ 2030 ທີ່ໄດ້ກໍານົດແຜນງານ ແລະ ຄາດໝາຍສູ້ຊົນກ່ຽວກັບການສົ່ງເສີມລັດຖະກອນເພດຍິງ ນອກນີ້ ຄະນະພັກ ຄະນະນໍາກະຊວງພາຍໃນ ຍັງໄດ້ສ້າງເງື່ອນໄຂໃຫ້ເພດຍິງໄດ້ມີໂອກາດປະກອບສ່ວນທາງດ້ານຄວາມຮູ້ຄວາມສາມາດເຂົ້າໃນການປະຕິບັດໜ້າທີ່ວຽກງານຢ່າງເຕັມສ່ວນ ໂດຍເພີ່ມການເຝີກອົບຮົມ ແລະ ພັດທະນາແມ່ຍິງໃນວຽກພັກ ແລະ ຕໍາແໜ່ງຜູ້ບໍລິຫານຄຸ້ມຄອງ.

   ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ດໍາລັດວ່າດ້ວຍຊຸດເຄື່ອງນຸ່ງປະຈໍາຊາດ ຈາກກົມສີລະປະ-ວັດທະນະທໍາ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໂດຍໃນດໍາລັດສະບັບນີ້ ໄດ້ກໍານົດອົງປະກອບ ມາຕະຖານຂອງຊຸດເຄື່ອງນຸ່ງປະຈໍາຊາດ ເພື່ອໃຫ້ມີຄວາມເປັນເອກະພາບ ຮັກສາໄດ້ລັກສະນະຊາດ ມະຫາຊົນ ແລະ ກ້າວໜ້າ ແນໃສ່ອະນຸຮັກ ສືບທອດຮີດຄອງປະເພນີ ເສີມຂະຫຍາຍ ແລະ ພັດທະນາຫົວຄິດປະດິດສ້າງຂອງປະຊາຊົນດ້ານສີໄມ້ລາຍມືອັນປານີດຈົບງາມທີ່ເປັນເອກະລັກອັນໂດດເດັ່ນຂອງຊາດ ພ້ອມນີ້ຍັງໄດ້ຮັບຟັງການບັນຍາຍໃນຫົວຂໍ້ ການຍຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຈາກສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ເພື່ອສ້າງຄວາມເຂົ້າໃຈໃຫ້ແຕ່ລະພາກສ່ວນ ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງໃນຕໍ່ໜ້າໃຫ້ມີຜົນສຳເລັດຕື່ມອີກ.

# ຂ່າວ – ພາບ : ລັດເວລາ

error: Content is protected !!