ປະກອບຄໍາຄິດເຫັນໃສ່ບົດລາຍງານການສ້າງວິຊາຊີບ ການພັດທະນາສີມືແຮງງານ ແລະ ວຽກເຮັດງານທໍາໃຫ້ປະຊາຊົນ

     ເພື່ອແກ້ໄຂການວ່າງງານ ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ IX ວັນທີ 9 ທັນວາ 2022 ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ຮັບຟັງ ແລະ ປະກອບຄໍາຄິດເຫັນໃສ່ບົດລາຍງານການສ້າງວິຊາຊີບ ການພັດທະນາສີມືແຮງງານ ແລະ ວຽກເຮັດງານທໍາໃຫ້ປະຊາຊົນ ເພື່ອແກ້ໄຂການວ່າງງານ ເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

    ທ່ານນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຜ່ານລາຍງານການສ້າງວິຊາຊີບ ການພັດທະນາສີມືແຮງງານ ແລະ ວຽກເຮັດງານທໍາໃຫ້ປະຊາຊົນ ເພື່ອແກ້ໄຂການວ່າງງານຕໍ່ກອງປະຊຸມວ່າ: ອີງຕາມຜົນການສໍາຫຼວດແຮງງານປີ 2022 ໄດ້ສະແດງໃຫ້ເຫັນວ່າ ພົນລະເມືອງທັງໝົດມີ 7,4 ລ້ານຄົນ ເຊິ່ງຢຸ່ໃນເກນອາຍຸອອກແຮງງານ 15 ປີຂຶ້ນໄປມີ 5,3 ລ້ານຄົນ ກໍາລັງແຮງງານມີ 2,5 ລ້ານຄົນ ໃນນີ້ ຜູ້ມີວຽກເຮັດງານທໍາ 2,4 ລ້ານຄົນ ເທົ່າ 97,6% ຂອງກໍາລັງແຮງງານທັງໝົດ ໂຄງປະກອບກໍາລັງແຮງງານທີ່ມີວຽກເຮັດງານທໍາດັ່ງກ່າວ ໄດ້ແຍກຕາມໂຄງປະກອບເສດຖະກິດຄື: ຂະແໜງກະສິກໍາກວມ 1,4 ລ້ານຄົນ ເທົ່າກັບ 56,8% ອຸດສາຫະກໍາກວມ 252,4 ພັນຄົນ ເທົ່າກັບ 10,2% ແລະ ບໍລິການກວມ 814,3 ພັນຄົນ ເທົ່າກັບ 32,9% ເຖິງແມ່ນວ່າການສໍາຫຼວດກໍາລັງແຮງງານ ໄດ້ກໍານົດຜູ້ອອກແຮງງານໃນເກນອາຍຸ 15 ປີຂຶ້ນໄປ ແຕ່ໃນກົດໝາຍວ່າດ້ວຍແຮງງານສະບັບປັບປຸງປີ 2013 ໄດ້ກໍານົດໄວ້ໃນມາດຕາ 101 ທີ່ກໍານົດຮັບເອົາແຮງງານໄວໜຸ່ມ ເຊິ່ງຫົວໜ່ວຍແຮງງານຕ່າງໆສາມາດຮັບເອົາຜູ້ອອກແຮງງານທີ່ມີອາຍຸຕໍ່ກວ່າ 15 ປີແຕ່ບໍ່ຫຼຸດ 12 ປີ ເຂົ້າເຮັດວຽກໄດ້ ແຕ່ຕ້ອງເປັນວຽກເບົາ ບໍ່ສົ່ງຜົນກະທົບຕໍ່ການພັດທະນາດ້ານສຸຂະພາບ ຮ່າງກາຍ ຈິດໃຈ ແລະ ມັນສະໝອງ ລວມທັງບໍ່ກີດກັ້ນການເຂົ້າໂຮງຮຽນ.

    ຄຽງຄູ່ກັນນັ້ນ ການສ້າງວຽກເຮັດງານທໍາ ແລະ ການພັດທະນາສີມືແຮງງານໄດ້ເອົາໃຈໃສ່ປະສານສົມທົບກັບຂະແໜງການຂອງສູນກາງ-ທ້ອງຖິ່ນ ແລະ ອົງການສາມຝ່າຍສ້າງນິຕິກໍາ ແລະ ນະໂຍບາຍຈໍານວນໜຶ່ງ ເພື່ອເປັນບ່ອນອີງໃນການສົ່ງເສີມໃຫ້ຜູ້ອອກແຮງງານໄດ້ມີວຽກເຮັດງານທໍາທີ່ໝັ້ນຄົງ ມີລາຍໄດ້ ທັງປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ພ້ອມນັ້ນ ໄດ້ພະຍາຍາມຮ່ວມມືກັບປະເທດເພື່ອນມິດ ເພື່ອຊອກຕະຫຼາດແຮງງານໃຫ້ແຮງງານລາວໄປອອກແຮງງານ ເຝິກທັກສະ ແລະ ລະບຽບວິໄນການອອກແຮງງານແບບອຸດສາຫະກໍາທັນສະໄໝ ໂດຍໄດ້ເຊັນບົດບັນທຶກກັບ 13 ເມືອງ ໃນ 5 ແຂວງຂອງ ສ.ເກົາຫຼີ ເພື່ອສົ່ງແຮງງານລາວໄປເຮັດວຽກຕາມລະດູການ ມີຄວາມຕ້ອງການແຮງງານຫຼາຍກວ່າ 2.000 ຕໍາແໜ່ງງານຕໍ່ປີ ແລະ ໄດ້ເຊັນບົດບັນທຶກການຮ່ວມມືສົ່ງແຮງງານທີ່ມີສີມືໄປເຮັດວຽກຢູ່ປະເທດຍີ່ປຸ່ນ ນອກນີ້ ບົນພື້ນຖານງົບປະມານ ແລະ ສິ່ງອໍານວຍຄວາມສະດວກທີ່ມີໃນ 11 ເດືອນຜ່ານມາ ໄດ້ປະສານສົມທັບກັບບັນດາສູນພັດທະນາສີມືແຮງງານພາກລັດ-ເອກະຊົນ ຫົວໜ່ວຍທຸລະກິດ ໂຮງຈັກ ໂຮງງານ ແລະ ໂຄງການລົງທຶນຕ່າງໆ ພັດທະນາສີມືແຮງງານໄດ້ 8.544 ຄົນ ລື່ນແຜນການ 6,80% ຈັດຕັ້ງການທົດສອບສີມືແຮງງານຕາມຕະຖານສີມືແຮງງານແຫ່ງຊາດໄດ້ 1.788 ຄົນ ລື່ນແຜນການ 141,62%. ສ່ວນການຈັດຫາວຽກເຮັດງານທໍາ ແລະ ແກ້ໄຂອັດຕາການວ່າງງານ ໄດ້ປະສານສົມທົບກັບບັນດາຫົວໜ່ວຍແຮງງານ ອົງການປົກຄອງ 8 ແຂວງ (ນະຄອນຫຼວງວຽງຈັນ ຊຽງຂວາງ ຫຼວງພະບາງ ໄຊຍະບູລີ ຈຳປາສັກ ສະຫວັນນະເຂດ ອຸດົມໄຊ ແລະ ເຊກອງ) ຈັດງານຕະຫຼາດນັດແຮງງານ ເພື່ອເປັນການນັດພົບລະຫວ່າງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ເຫັນວ່າມີຄວາມຕ້ອງການແຮງງານຫຼາຍກວ່າ 78.168 ຕຳແໜ່ງ ສົ່ງເສີມທຸກຫົວໜ່ວຍເສດຖະກິດທັງພາກລັດ ວິສາຫະກິດ ເຂດເສດຖະກິດພິເສດ ແລະ ໂຄງການລົງທຶນຕ່າງໆ ຈັດຫາວຽກເຮັດງານທຳເຂົ້າສູ່ຕຳແໜ່ງງານພາຍໃນ ແລະ ຕ່າງປະເທດ ຕິດພັນກັບວາລະແຫ່ງຊາດ ໄດ້ 73.541 ຄົນ ລື່ນແຜນການປີ 34,9% ໃນນີ້ເຂົ້າສູ່ຕຳແໜ່ງງານພາຍໃນໄດ້ 20.930 ຄົນ ແລະ ຕ່າງປະເທດ 52.611 ຄົນ ຈາກຄວາມພະຍາຍາມໃນການສົ່ງເສີມຈັດຫາວຽກເຮັດງານທຳໃຫ້ເຂົ້າສູ່ຕຳແໜ່ງງານພາຍໃນ ແລະ ຕ່າງປະເທດດັ່ງກ່າວໄດ້ເຮັດໃຫ້ຜູ້ທີ່ວ່າງງານປີ 2021 ຈຳນວນ 496.918 ຄົນ ເທົ່າກັບ 21,8% ມີທ່າອ່ຽງຫຼຸດລົງ ຕາມການຄິດໄລ່ໂດຍໃຊ້ຂໍ້ມູນລາຍງານແບບບໍລິຫານອັດຕາການວ່າງງານປີ 2022 ຢູ່ໃນລະດັບ 18,5% (423.427 ຄົນ) ເຊິ່ງຕົວເລກຈັດຫາງານນີ້ບໍ່ລວມແຮງງານທີ່ເຮັດວຽກດ້ວຍຕົນເອງ ແລະ ເຮັດວຽກຊ່ວຍທຸລະກິດຄອບຄົວ ສຳລັບອັດຕາການວ່າງງານຕາມຜົນການສໍາຫຼວດກຳລັງແຮງງານປີ 2022 ແມ່ນ 2,4% (61.207 ຄົນ).

    ພາຍຫຼັງຮັບຟັງການລາຍງານສໍາເລັດ ສສຊ ໄດ້ພ້ອມກັນສຸມໃສ່ປະກອບຄໍາຄິດເຫັນໃສ່ບົດລາຍງານດັ່ງກ່າວເປັນຕົ້ນ ລັດຖະບານຕ້ອງສຸມໃສ່ການພັດທະນາສີມືແຮງງານ ການສ້າງກອງທຶນແຮງງານ ການສ້າງກອງທຶນແຮງງານ ແລະ ການສ້າງຖານຂໍ້ມູນແຮງງານໃຫ້ມີການເຊື່ອມຈອດກັນ ເນື່ອງຈາກມີຄວາມຈໍາເປັນຫຼາຍ ເຊິ່ງຈະຕ້ອງໄດ້ຕັດສິນໃຈເພື່ອໃຫ້ຄົນລາວມີອາຊີບໝັ້ນຄົງຍາວນານ ພ້ອມນັ້ນໃຫ້ ເພີ່ມງົບປະມານ ຄົ້ນຄວ້າຄືນ MOU ກັບຕ່າງປະເທດ ໂດຍສະເພາະການຮັບຄ່າແຮງງານໃຫ້ມີຄວາມເໝາະສົມ ນອກນີ້ໃຫ້ປະຕິຮູບກ່ຽວກັບແຮງງານທີ່ເຂົ້າມາມາເຝິກວິຊາຊີບໃຫ້ໃຊ້ເວລາສັ້ນລົງ ພ້ອມທັງຄົ້ນຄວ້າການສ້າງສີມືແຮງງານກັບທີ່ ແລະ ອື່ນໆ.

#  ຂ່າວ – ພາບ : ຂັນທະວີ

error: Content is protected !!