ຫຼາຍພາກສ່ວນ ຊຸກຍູ້ທັບນັກກີລາ ນວ ເຂົ້າຮ່ວມ ຊຽງຂວາງ ເກມ

    ພິທີມອບ-ຮັບການສະໜັບສະໜູນໃຫ້ແກ່ທັບນັກກີລານະຄອນຫຼວງວຽງຈັນ (ນວ) ເຂົ້າຮ່ວມງານມະ ຫະກຳກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ໄດ້ຈັດຂຶ້ນວັນທີ 9 ທັນວາ 2022 ຢູ່ຫ້ອງວ່າການ ນວ ໂດຍກ່າວມອບຂອງທ່ານ ທອງພັດ ລາດຊະວົງ ຕາງໜ້າຄະນະຄຸ້ມຄອງດ່ານສາກົນມິດຕະພາບ ລາວ-ໄທ 1 ທ່ານ ສີສຸພົນ ສີຫາລາດ ຜູ້ອໍານວຍການກຸ່ມບໍລິສັດ ດາວເຮືອງ ຈໍາກັດ ທ່ານ ຈັນທິດາ ອຸ່ນມີໄຊ ຮອງຜູ້ອໍານວຍການບໍລິສັດ ກຣິດຕະພົງ ກຣຸບ ຈໍາກັດ ແລະ ກ່າວຮັບແມ່ນທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ນວ ທັງເປັນຫົວໜ້າຄະນະຮັບຜິດຊອບຄະນະທັບນັກກີລາ ນວ ເຂົ້າຮ່ວມ ຊຽງຂວາງ ເກມ ພ້ອມດ້ວຍຄະນະຮັບຜິດຊອບ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ສໍາລັບເງິນທີ່ນໍາມາມອບຄັ້ງນີ້ ປະກອບມີ:ຄະນະຄຸ້ມຄອງດ່ານສາກົນມິດຕະພາບ ລາວ-ໄທ 1 (ທີ່ໄດ້ຮັບການລະດົມຈາກດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ດ່ານທ່າບົກທ່ານາແລ້ງ ແລະ ດ່ານພາສີ ປະຈໍາ ນວ) ຈໍານວນ 100 ລ້ານກີບ ກຸ່ມບໍລິສັດ ດາວເຮືອງ ຈໍາກັດ ແລະ ຮ້ານອາຫານຟູຈິວາລະ ຈໍານວນ 60 ລ້ານກີບ ແລະ ບໍລິສັດ ກຣິດຕະພົງ ກຣຸບ ຈໍານວນ 50 ລ້ານກີບ ໃນນີ້ ສະເພາະຄະນະຄຸ້ມຄອງດ່ານສາກົນມິດຕະພາບ ລາວ-ໄທ 1 ແມ່ນໄດ້ມອບເງິນຈໍານວນດັ່ງກ່າວໃຫ້ສະຫະພັນກີລາລອຍນໍ້າ ນວ ທີ່ສ້າງຜົນງານໄດ້ຢ່າງໂດດເດັ່ນ ດ້ວຍການຍາດມາໄດ້ 4 ຫຼຽນຄໍາ 8 ຫຼຽນເງິນ ແລະ 6 ຫຼຽນທອງ ໂດຍການມອບຂອງທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ຮອງຫົວໜ້າຄະນະຮັບຜິດຊອບຄະນະທັບນັກກີລາ ນວ ເຂົ້າຮ່ວມ ຊຽງຂວາງ ເກມ ແລະ ກ່າວຮັບແມ່ນທ່ານ ຊິນນະກອນ ພົມມະສິດ ປະທານສະຫະພັນກີລາລອຍນໍ້າ ນວ ພ້ອມດ້ວຍຄະນະ. 

    ໂອກາດນີ້ ທ່ານ ພູວົງ ວົງຄໍາຊາວ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ກັບຜູ້ປະກອບການທຸລະກິດທຸກພາກສ່ວນ ທີ່ຍາມໃດເພິ່ນກໍໄດ້ໃຫ້ການປະກອບສ່ວນສະໜັບສະໜູນອູ້ມຊູທັບນັກກີລາ ນວ ມາໂດຍຕະຫຼອດ ແລະ ໃຫ້ເຊື່ອໝັ້ນວ່າຈະນໍາໃຊ້ເງິນຈໍານວນດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ ເພື່ອສ້າງຜົນງານໃຫ້ກັບທັບນັກກີລາ ນວ ຍາດເອົາໄຊຊະນະມາສູ່ປະຊາຊົນຊາວ ນວ.

#  ຂ່າວ – ພາບ : ສີພອນ

error: Content is protected !!