ທີມນັກກີລາກາຣາເຕໂດນະຄອນຫຼວງວຽງຈັນ (ນວ) ອອກໂຕບໍ່ຄ່ອຍດີ ໄດ້ພຽງ 3 ຫຼຽນທອງໃນມໆເປີດສະໜາມ ຂະນະທີ່ການແຂ່ງຂັນໃນມື້ອື່ນຍັງມີສິດຊີງໄຊອີກ 6 ລາຍການ ການແຂ່ງຂັນກາຣາເຕໂດ ໃນງານກີລາແຫ່ງຊາດຄັ້ງທີ XI ຊຽງຂວາງເກມ 2022.

ການແຂ່ງຂັນກາຣາເຕໂດ ຈັດຂຶ້ນໃນວັນທີ 8-9 ທັນວາ ເຊິ່ງການແຂ່ງຂັນໃນມື້ເປປີດສະໜາມ ວັນທີ 8 ທັນວາ ນັກກີລາກາຣາເຕໂດ ນະຄອນຫຼວງວຽງຈັນ ໄດ້ເປັນພຽງກັນດັບ 3 ໄດ້ຫຼຽນທອງມາຄອງ ເຊິ່ງຫຼຽນທີ່ໄດ້ນັ້ນມາຈາກປະເພດຕໍ່ສູ້ຮຸ່ນນ້ຳໜັກ 55 ກີໂລ ຊາຍ 84 ກີໂລ ຊາຍ ແລະ ຮຸ່ນນ້ຳໜັກ 53 ກີໂລ ຍິງ.

ສຳລັບຫຼຽນຄຳໃນ ລຸ້ນນ້ຳໜັກ 55 ກີໂລ ຊາຍ ເປັນຂອງເຈົ້າພາບແຂວງຊຽງຂວາງ ສ່ວນຫຼຽນເງິນເປັນຂຶງນັກກີລາແຂວງຫຼວງພະບາງ ຫຼຽນຄຳຮຸ່ນນ້ຳໜັກ 84 ກີໂລຊາຍ ເປັນຂອງນັກກິລາແຂວງຄຳມ່ວນ ຫຼຽນເງິນເປັນຂອງນັກກີລາຈາກກະຊວງປ້ອງກັນປະເທດ ສ່ວນຮຸ່ນນ້ຳໜັກ 53 ກີໂລຍິງ ຫຼຽນຄຳເປັນຂອງເຈົ້າພາບແຂວງຊຽງຂວາງ ແລະ ຫຼຽນເງິນ ເປັນຂອງແຂວງຫຼວງພະບາງ.

ຢ່າງໃດກໍຕາມ ທີມນັກກີລານະຄອນຫຼວງວຽງຈັນ ຍັງມີໂອກາດແກ້ໂຕຄືນເນື່ອງຈາກວັນທີ 9 ທັນວາ ຍັງແຂ່ງອີກ 6 ລາຍການ ເຊັ່ນ: ນັກກີລາຊາຍຮຸ່ນນ້ຳໜັກ +84 ກີໂລ ຊາຍ 67 ກີໂລ 60 ກີໂລ ສ່ວນນັກກີລາຍິງປະກອບມີ ຮຸ່ນນ້ຳໜັກ +60 ກີໂລ 60 ກີໂລ ແລະ 48 ກີໂລ.