ປະດັບຫຼຽນໄຊແຮງງານ ຂະບວນການແຂ່ງຂັນຮັກຊາດ ແລະພັດທະນາ

    ກອງປະຊຸມສະຫຼຸບການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະພັດທະນາ (2016-2020) ແລະ ພິທີປະ ກາດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາແຂວງສະຫວັນນະເຂດ (2021-2025) ຈັດຂຶ້ນວັນທີ 6 ທັນວາ 2022 ຢູ່ຫໍວັດທະນະທຳໄກສອນພົມວິຫານ ແຂວງສະຫວັນນະເຂດ ໂດຍເປັນປະທານທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງ ສະຫວັນນະເຂດ ທັງເປັນປະທານຄະນະຊີ້ນຳຂັ້ນແຂວງກ່ຽວກັບການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະພັດທະນາ ມີການນຳຂັ້ນແຂວງ ເມືອງ 14 ເມືອງ ແລະ ນະຄອນໄກສອນພົມວິຫານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ທ່ານ ຈິນດາວັນ ບຸດລາສີ ຫົວໜ້າພະແນກພາຍໃນແຂວງສະຫວັນນະເຂດກ່າວວ່າ: ຜ່ານການຈັດຕັ້ງປະຕິບັດການແຂ່ງຂັນຮັກຊາດ ແລະພັດທະນາ ສ້າງບ້ານພັດທະນາ ແລະຜັນຂະ ຫຍາຍວຽກງານ 3 ສ້າງເຂົ້າສູ່ ລວງເລິກໃນທົ່ວແຂວງຕາມເນື້ອໃນ 4 ດ້ານ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃຫ້ແຂວງສະຫວັນນະເຂດມີສະຖຽນລະພາບທາງ ດ້ານການເມືອງສັງຄົມມີຄວາມ ສະຫງົບເປັນລະບຽບຮຽບຮ້ອຍ ດີ ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງວັດທະນະທຳ-ສັງຄົມ ໄດ້ຮັບການພັດທະນາ ຊີວິດການ ເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ ການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍໄດ້ຮັບການເຊີດຊູ ແລະຈັດຕັ້ງປະຕິບັດຢ່າງທົ່ວເຖິງ  ກົງຈັກການຈັດຕັ້ງຂອງພັກ-ລັດ  ແນວລາວສ້າງຊາດ ອົງການຈັດຕັ້ງມະຫາຊົນ ແລະອົງການຈັດຕັ້ງສັງຄົມແຕ່ລະຂັ້ນໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ.

     ໂດຍອີງຕາມຜົນສຳ ເລັດໃນວຽກງານດ້ານຕ່າງໆ ແຂວງສະຫວັນນະເຂດໄດ້ສະເໜີໃຫ້ມີການຍ້ອງຍໍຂັ້ນແຂວງ ແລະຂັ້ນລັດຖະບານເພື່ອເປັນສິ່ງກະຕຸກຊຸກຍູ້ໃຫ້ພະນັກງານ-ລັດຖະກອນ ແລະ ປະຊາ ຊົນບັນດາເຜົ່າພາຍໃນແຂວງ     ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການສ້າງສາພັດທະນາປະເທດຊາດ ທາງດ້ານເຫື່ອແຮງ ສະຕິປັນຍາ ແລະ ວັດຖຸທຶນຮອນຊ່ວຍສັງຄົມຕະຫຼອດໄລຍະ 5 ປີ ຜ່ານມາ ໃນນີ້ຮັບນາມມະຍົດວິລະຊົນແຮງງານ 1 ທ່ານ (ທ່ານ ເກຍ ອູ໊ສິດທິເດດ) ຫຼຽນນາມມະຍົດນັກພັດທະນາດີເດັ່ນແຫ່ງຊາດ 2 ທ່ານ (ທ່ານສາຍສະໝອນ ກວານເມືອງຈັນ ແລະ ທ່ານ ນາງ ສົງບັນດິດ ຍົດໝັ້ນຄົງ) ຫຼຽນ ໄຊແຮງງານຊັ້ນI 194  ທ່ານ ມີ 32 ກົມກອງ ລວມ 226 ຫຼຽນ ຫຼຽນໄຊເຮງງານຊັ້ນ II 521 ທ່ານ 68 ກົມກອງ ລວມ 589 ຫຼຽນ ຫຼຽນໄຊເເຮງງານຊັ້ນ III 647 ທ່ານ 97 ກົມກອງ ລວມ 744 ຫຼຽນ ຫຼຽນກາເເຮງງານ 1.107 ທ່ານ 91 ກົມກອງ ລວມ 1.198 ຫຼຽນ ໃບຍ້ອງຍໍລັດຖະບານ 1.388 ທ່ານ 110 ກົມກອງລວມ 1.498 ໃບ ໃບຍ້ອງຍໍເຈົ້າແຂວງສະຫວັນນະເຂດ 3.412 ໃບ ແລະ ຊົມເຊີຍທ່ານເຈົ້າແຂວງອີກ 2.645 ໃບ.

error: Content is protected !!