ໄລຍະ 11 ເດືອນສາມາດແກ້ໄຂມ້າງລາຍຄະດີຢາເສບຕິດໄດ້ 4.707 ຄະດີ

   ໃນວາລະກອງປະຊຸມສະໄມສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ IX ວັນທີ 8 ທັນວາ 2022 ທ່ານ ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ມີບາງຕອນໃຫ້ຮູ້ວ່າ:ກຳລັງປ້ອງກັນຄວາມສະຫງົບຂັ້ນສູນກາງ ແລະ ທ້ອງຖິ່ນໄດ້ເປັນເຈົ້າການຍົກສູງຄວາມຮັບຜິດຊອບຂອງຕົນເຂົ້າໃນການເຄື່ອນໄຫວຕາມຫຼັກການ ແລະ ວິທີການວິຊາສະເພາະເປັນຕົ້ນ ຕິດຕາມເປົ້າໝາຍທີ່ເຄື່ອນໄຫວຄ້າຂາຍ ຂົນສົ່ງຢາເສບຕິດ ເຊິ່ງໃນໄລຍະ 11 ເດືອນ (ເດືອນມັງກອນ ຫາ ເດືອນພະຈິກ 2022) ໃນຂອບເຂດທົ່ວປະເທດ ສາມາດແກ້ໄຂມ້າງລາຍຄະດີຢາເສບຕິດໄດ້ທັງໝົດ 4.707 ຄະດີ ຈັບຜູ້ຖືກຫາໄດ້ 6.873 ຄົນ ຍິງ 795 ຄົນ ຄົນຕ່າງປະເທດ 135 ຄົນ ຍິງ 11 ຄົນ ຍຶດຢາບ້າໄດ້ 139.587.060 ເມັດ ຢາບ້າເປັນຝຸ່ນ 7,52 ກິໂລກຼາມ ນໍ້າໜັກລວມ 13.966,22  ກິໂລກຼາມ ຢາໄອສ໌ 2.199,9 ກິໂລກຼາມ ເຮໂຣອິນ 175,77 ກິໂລກຼາມ ຄັນຊາ 10.284,27 ກິໂລກຼາມ ຢາຝິ່ນ 250,36 ກິໂລກຼາມ ຢາອີ 2.605 ເມັດ ໂຄເຄນ 3 ກິໂລກຼາມ ແປ້ງຝຸ່ນປະສົມຢາເສບຕິດ 11.576,76  ກິໂລກຼາມ ເຄຕາມິນ 1.930,28 ກິໂລກຼາມ ຄາເຟອິນ 168 ກຼາມ ນໍ້າຢາສານເຄມີ 849 ກຼາມ ແລະ ນໍ້າກົດ 9.400 ລິດ ຍຶດລົດໃຫຍ່ໄດ້ 162 ຄັນ ລົດຈັກ 734 ຄັນ ເຮືອ 1 ລຳ ພ້ອມນັ້ນໄດ້ລົງສຳຫຼວດເນື້ອທີ່ລັກລອບປູກຝິ່ນ ປະຈຳສົກປີ 2021-2022 ຢູ່ 8 ແຂວງພາກເໜືອ ກວດພົບເຫັນສວນຝິ່ນ 2.000 ກວ່າຕອນ ແລະ ໄດ້ລົງທໍາລາຍຖິ້ມ 617 ເຮັກຕາ ໄດ້ສັງລວມສະຖິຕິຜູ້ຕິດຢາເສບຕິດເຂົ້າປິ່ນປົວຢູ່ສູນບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ 13 ແຫ່ງ ມີທັງໝົດ 3.802 ຄົນ ຍິງ 106 ຄົນ ໃນນີ້ມີຜູ້ທີ່ປິ່ນປົວດີແລ້ວກັບຄືນບ້ານມີທັງໝົດ 1.222 ຄົນ ຍິງ 32 ຄົນ ສືບຕໍ່ປິ່ນປົວ 2.580 ຄົນ ຍິງ 74 ຄົນ ສູນວິໄຈຢາເສບຕິດ ແຂວງອຸດົມໄຊ ແລະ ຈຳປາສັກ ໄດ້ວິໄຈຕົວຢ່າງຢາເສບຕິດທັງໝົດ 2.382 ຕົວຢ່າງ ແລະ ຢູ່ຂັ້ນສູນກາງ ໃນໄລຍະເດືອນມັງກອນ ຫາ ເດືອນ ກັນຍາ ປີ 2022 ກົມຕຳຫຼວດນິຕິວິທະຍາ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຮັບຕົວຢ່າງຢາເສບຕິດ 1.178 ຕົວຢ່າງ ໃນນີ້ໄດ້ກວດພິສູດວິໄຈສຳເລັດສົ່ງໃຫ້ພາກສ່ວນກ່ຽວຂ້ອງ 785 ຕົວຢ່າງ ໄດ້ມອບຢາປິ່ນປົວພະຍາດໃຫ້ແກ່ໜ່ວຍງານປິ່ນປົວ ແລະ ໃຫ້ຄຳປຶກສາຜູ້ຕິດຢາເສບຕິດຂັ້ນຊຸມຊົນ 28 ແຫ່ງ ຢູ່ 6 ແຂວງຄື:ໄຊຍະບູລີ ວຽງຈັນ ບໍລິຄຳໄຊ ຄຳມ່ວນ ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ມີຜູ້ເຂົ້າມາປິ່ນປົວ 424 ຄົນ ຍິງ 8 ຄົນ ຮັບຄໍາປືກສາ ແລະ ຕໍ່ຢາ 1.360 ຄັ້ງ ພ້ອມນນໄດ້ລົງປະເມີນກຸ່ມຜູ້ໃຊ້ຢາເສບຕິດສັກເຂົ້າທາງເສັ້ນເລືອດ ແລະ ໄດ້ລົງເຮັດການສໍາຫຼວດປັດໃຈສ່ຽງການນໍາໃຊ້ສິ່ງເສບຕິດຢູ່ 6 ແຂວງ ແລະ ອື່ນໆ.

error: Content is protected !!