ມອບ-ຮັບໂຄງການສົ່ງເສີມຄອບຄົວຕົວແບບລ້ຽງແບ້ລະບົບຟາມ ຢູ່ບ້ານແຈ້ງ

ພິທີມອບ-ຮັບໂຄງການສົ່ງເສີມຄອບຄົວຕົວແບບລ້ຽງແບ້ລະບົບຟາມ ທີ່ບ້ານແຈ້ງ ເມືອງທຸລະຄົມ ແຂວງວຽງຈັນ ຈັດຂຶ້ນວັນທີ 29 ພະຈິກ 2022 ໂດຍມີທ່ານ ທັດສະກາ ສະພັງທອງ ຫົວໜ້າກົມແຜນການ ແລະ ການຮ່ວມມຶ ກະຊວງກະສິກຳ ແລະ ປ່າໄມ້ ທ່ານ ດິນກ້າ ອັດທະນາ (Dinkar Asthana) ເອກອັກຄະລັດຖະທູດ ອິນເດຍປະ ຈໍາ ສປປ ລາວ ຫ້ອງການ ພະນັກງານລັດຖະກອນ ຜູ້ອາວຸໂສ ຜູ້ຕ່າງຈາກພາກສ່ວນກ່ຽວຂ້ອງ ຕະຫຼອດເຖິງຄອບຄົວຕົວແບບເຂົ້າຮ່ວມ.

ທ່ານ ທັດສະກາ ສະພັງທອງ ກ່າວວ່າ: ກົມແຜນການ ແລະ ການຮ່ວມມື ໃນນາມເປັນຜູ້ປະສານງານ ກັບສະຖານທູດອິນເດຍ ເພື່ອຈັດສັນງົບປະມານ ແລະ ອໍານວຍຄວາມສະດວກໃຫ້ ຜູ້ຈັດຕັ້ງ ປະຕິບັດໂຄງການຕົວຈິງ ຢູ່ຂັ້ນເມືອງ ເປັນຜູ້ຈັດຕັ້ງປະຕິບັດຕົວຈິງ ເພື່ອຫຼຸດຜ່ອນ ຂັ້ນຕອນການບໍລິຫານ ໂຄງການ ທັ້ງນີ້ກໍ່ເພື່ອເຮັດ ຕັດຮອນງົບປະມານບໍລິຫານລົງ ແລະ ຫັນງົບປະມານສູ່ກິດຈະກໍາໃຫ້ໄດ້ຫມາຍທີ່ສຸດ ແລະ ຜູ້ໄດ້ຮັບໂຄງການເປັນຜູ້ຈັດຕັ້ງປະຕິບັດຕົວຈິງ.

ຜ່ານການລາຍງານຂອງ ຜູ້ປະສານງານໂຄງການຂັ້ນເມືອງ ເຊິ່ງເປັນຜູ້ໃກ້ສິດຕິດແທດ ແລະ ຈັດຕັ້ງ ປະຕິບັດຕົວຈິງ ກໍ່ເຫັນໄດ້ວ່າ: ໂຄງການດັ່ງກ່າວນີ້ ແມ່ນໄດ້ຮັບຫມາກ-ຮັບຜົນ ຢ່າງແທ້ຈິງ ເຊິ່ງມັນກໍ່ແທດເ ໝາະກັບ ຈຸດປະສົງ ແລະ ເປົ້າໝາຍຂອງເມືອງ ທີ່ຈະສ້າງເປັນຕົວແບບ ເປັນບ່ອນຖອດຖອນບົດຮຽນ ໃນ ການເຮັດການກະສິກໍາແບບປະສົມປະສານ ແລະ ມີການໄລ່ລຽງເສດຖະກິດຢ່າງຄັກແນ່ ນີ້ສະແດງໃຫ້ເຫັນ ເຖິງຄວາມພ້ອມ ແລະ ປະສົບການຂອງ ວິຊາການຂັ້ນເມືອງ ແລະ ການຊີ້ນໍາໆພາຂອງ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງທຸລະຄົມ ໃນໂອກາດນີ້ ຂ້າພະເຈົ້າ ຕາງໜ້າໃຫ້ແກ່ ຊາວກະສິກອນ ຄອບຄົວຕົວແບບ ຂໍສະແດງຄວາມ ຂອບໃຈ ຕໍ່ ທ່ານ ເອກອັກຄະລັດຖະທູດ ອິນເດຍ ພ້ອມ ດ້ວຍຄະນະ ທີ່ໄດ້ເຮັດໜ້າທີ່ຢ່າງເຕັມຄວາມສາມາດ ແລະ ມອບທຶນຮອນທັງໝົດ ໃນການຈັດຕັ້ງປະຕິບັດໂຄງການ ທີ່ເຫັນຜົນໄວ ຕະຫຼອດທັງ 3 ໂຄງການ ເຊັ່ນ: ໂຄງການປັບປຸງທ້ອງທົດລອງວິ ໄຈຝຸ່ນ ຢູ່ສູນກາງ ໂຄງການສົ່ງເສີມການປູກໝາກແໜ່ງຂຽວ ທີ່ເມືອງປາກຊ່ອງ ແລະ ໂຄງການສົ່ງເສີມ ຄອບຄົວຕົວແບບລ້ຽງແບ້ ທີ່ບ້ານແຈ້ງ ໃນຄັ້ງນີ້.

ທ່ານ ດິນກ້າ ອັດທະນາ ກ່າວວ່າ: ກິດຈະກໍາຂອງໂຄງການລວມມີການພັດທະນາກະສິກໍາ ການສະໜອງພໍ່ພັນ ແມ່ພັນ ແບ້ ການປູກຫຍ້າລ້ຽງແບ້ ການປູກຕົ້ນໄມ້ ສະໜອງວັດ ສະດຸເພື່ອການກໍ່ສ້າງຮົ້ວລ້ອມຄອກແບ້ ພິເສດໄປກວ່ານັ້ນ ຍັງປະກອບມີການເຝິກອົບຮົມການລ້ຽງແບ້ ການປິ່ນປົວແບ້ ແລະ ການດູແລສຸຂະພາບແບ້ ສໍາລັບເຕັກນິກການລ້ຽງແບ້ທີ່ໄດ້ຮັບ ການນຳໃຊ້ພາຍໃຕ້ໂຄງການນີ້ ແລະ ການເຝິກອົບຮົມຈະນຳມາເຊິ່ງຄວາມຈະເລີນຮຸ່ງເຮືອງ ໃຫ້ແກ່ປະຊາຊົນທ້ອງຖິ່ນ.

ໂຄງການລ້ຽງແບ້ໄດ້ດໍາເນີນພາຍໃຕ້ໂຄງການທີ່ພວກເຮົາເອີ້ນວ່າໂຄງການເຫັນຜົນໄວພາຍໃຕ້ຂອບ ການຮ່ວມມືແມ່ນໍ້າຂອງ-ແມ່ນ້ຳຄົງຄາ ໂຄງການຜົນເຫັນຜົນໄວແມ່ນໂຄງການ ທີ່ສາມາດສ້າງສຳເລັດ ໄດ້ພາຍໃນໄລຍະເວລາສັ້ນໆ ສ້າງຜົນປະໂຫຍດໂດຍກົງໃຫ້ແກ່ຊຸມຊົນທ້ອງຖິ່ນ ມີຜົນໄດ້ຮັບທີ່ເຫັນໄດ້ຊັດເຈນ ແລະ ປະກອບສ່ວນສຳຄັນເຂົ້າໃນການພັດທະນາ

ເສດຖະກິດ-ສັງຄົມ ແລະ ສະຫວັດດີການມະຫາຊົນ ພາຍໃຕ້ໂຄງການເຫັນຜົນໄວ ວົງເງິນຊ່ວຍເຫຼືອລ້າເຖິງ 50,000 ໂດລາສະຫະລັດ ໂດຍ ລັດຖະບານ ອິນເດຍສະໜອງທຶນຊ່ວຍເຫຼືອໃຫ້ ສປປ ລາວ. ບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການນີ້ ໄດ້ລົງນາມລະຫວ່າງກົມແຜນການ ແລະ ການເງິນ ກະຊວງກະສິກຳ ແລະ ປ່າໄມ້ ແລະ ສະຖານທູດອິນເດຍປະຈຳ ສປປ ລາວ ໃນເດືອນຕຸລາ 2017.

ພາບ-ຂ່າວ: ທູດອິນເດຍ

error: Content is protected !!