ເຊີນທ່ຽວຊົມຕະຫຼາດເມືອງໄຊທານີມີຫຼາຍກວ່າ 100 ຫົວໜ່ວຍເຂົ້າຮ່ວມວາງສະແດງ

ພິທີເປີດຕະຫຼາດເມືອງໄຊທານີຄັ້ງທີ VI ປະຈຳປີ 2022 ຈັດຂຶ້ນວັນທີ 7 ທັນວາ 2022 ທີ່ສະ ໜາມກີລາແຫ່ງຊາດ ຫຼັກ 16 ເປັນກຽດເຂົ້າຮ່ວມຂອງທ່ານ ໜູກີ ສີຫາລາດ ຮັກສາການເລຂາພັກເມືອງໄຊທານີ ທ່ານ ຄຳພັນ ສຸລິຍະນັນ ຮັກສາການເຈົ້າເມືອງໄຊທານີ ທ່ານ ສົມວິໄຊ ວົງທິລາດ ຮອງຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ມີຫົວໜ້າພະແນກ ຮອງພະແນກ ຮອງເຈົ້າເມືອງ ຫົວໜ່ວຍທຸລະກິດ ຜູ້ປະກອບການ ແລະ ຂະແໜງການກ່ຽວຂ້ອງ.

    ການຈັດງານຕະຫຼາດຄັ້ງນີ້ເລີ່ມແຕ່ວັນທີ 6-11 ທັນວາ 2022  ທີ່ສະໜາມກິລາແຫ່ງຊາດຫຼັກ16  ມີຫົວໜ່ວຍທຸລະກິດເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າ 113 ຫົວໜ່ວຍ ສິນຄ້າໂອດ໊ອບພາຍໃນເມືອງ 5 ຫົວໜ່ວຍ ຕ່າງເມືອງ 3 ຫົວໜ່ວຍ ຕ່າງແຂວງ 4 ຫົວໜ່ວຍ ສິນຄ້າຄອບຄົວຕົວແບບຜະລິດເປັນສິນຄ້າດ້ານຕ່າງໆ 33 ຫົວໜ່ວຍບໍລິສັດ ແລະ ຕົວແທນຈຳໜ່າຍສິນຄ້າຜະລິດຕະພັນຕ່າງໆ 8 ຫົວໜ່ວຍ ຮ້ານອາຫານ ແລະ ກິນດື່ມ 8 ຫົວໜ່ວຍ ສະມາຄົມງົວງາມ ຄວາຍງາມ 22 ຟາມ ສິນຄ້າທົ່ວໄປ 30 ຫົວໜ່ວຍ ຄາດວ່າມູນຄ່າຈໍລະຈອນສິນຄ້າປະມານ 2 ຕື້ກວ່າກີບ ນອກຈາກນີ້ຕະຫຼອດການຄົບງັນໃນງານຍັງຈະມີວົງດົນຕີມາສະແດງຄອນເສີດ ມີການແຂ່ງຂັນສິນລະປະວັນນະຄີ ແລະ ກິລາ ມີການຕັ້ງບຸນກອງເຂົ້າຕາມປະເພນີ ມີການໂຊງົວ ຄວາຍງາມ ແລະ ກິດຈະກຳອື່ນໆ ພ້ອມນີ້ກໍຈະມີການປ້ອງກັນເວນຍານ ຮັກສາຄວາມສະຫງົບຕະຫຼອດງານຢ່າງເຂັ້ມງວດ.

error: Content is protected !!